ຕວກກີເປີດໂຮງງານຜະລິດລົດໃຫຍ່ ຂອງຕົນເອງແຫ່ງທຳອິດຂອງປະເທດ

ປະທານາທິບໍດີ ເຣເຈບ ໄຕຢິບ ແອຣໂດອັນ ຂອງຕວກກີ ໄດ້ເປີດຕົວໂຮງງານຜະລິດລົດໃຫຍ່ແຫ່ງທຳອິດຂອງປະເທດ ລວມທັງລົດໃຫຍ່ທີ່ຜະລິດໃນປະເທດຄັນທຳອິດ ເນື່ອງໃນໂອກາດວັນຄົບຮອບ 99 ປີ ການສ້າງຕັ້ງສາທາລະນະລັດຕວກກີ. ທ່ານ ແອຣໂດອັນ ກ່າວໃນພິທີເປີດໂຮງງານຂອງ Togg ກິດຈະການຮ່ວມຄ້າລົດຂອງລັດຕວກກີວ່າ: ໃນຖານະຜູ້ຜະລິດລົດທາງການຄ້າແຖວໜ້າຂອງເອີຣົບ ແລະ ໜຶ່ງໃນຜູ້ສົ່ງອອກລົດຊັ້ນນຳຂອງໂລກ ການບໍ່ມີຍີ່ຫໍ້ລົດໃນປະເທດນັ້ນເປັນເລື່ອງທີ່ເຮັດໃຫ້ຊາວຕວກກີເຈັບໃຈມາເປັນເວລາດົນ. ພ້ອມກ່າວວ່າ: ທ່ານຄອຍກະຕຸ້ນເຕືອນກ່ຽວກັບເລື່ອງນີ້ຢູ່ສະເໝີນັບແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເພາະຮູ້ວ່າປະເທດມີຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ຈະເຮັດໄດ້ ແລະ ໃນທີ່ສຸດກໍເປັນຄວາມຈິງແລ້ວ.
ລາຍງານຂອງສຳນັກຂ່າວ Anadolu agency ສຳນັກຂ່າວລັດຂອງຕວກກີ ລະບຸວ່າ: ລົດລຸ້ນທຳອິດຂອງ Togg ໄດ້ແກ່ລົດໄຟຟ້າປະເພດຊີ (C-Segment) ຈະເລີ່ມນຳສະເໜີໃນເດືອນກຸມພານີ້ ໂດຍຮູບແບບລົດລຸ້ນນີ້ໄດ້ຮັບການອອກແບບໂດຍ Pininfarina ບໍລິສັດອອກແບບລົດສັນຊາດອິຕາລີ.
ສື່ທ້ອງຖິ່ນລາຍງານວ່າ: ໂຮງງານມີແຜນຜະລິດລົດ (SUV), ລົດຊີດານ (Sedan), ລົດ C-hatchback, ລົດ B-SUV ແລະ ລົດ B-MPV.
ສຳນັກຂ່າວຊິນຮົວລາຍງານວ່າ: Togg ເປັນຍີ່ຫໍ້ລົດທີ່ສ້າງຕັ້ງຢ່າງເປັນທາງການໃນປີ 2018 ໂດຍເປັນກິດຈະການຮ່ວມຄ້າຂອງຫລາຍບໍລິສັດໃຫຍ່ໃນອຸດສາຫະກຳລົດຂອງປະເທດ ໄດ້ແກ່ Anadolu Group, BMC Turkiye, Turkcell, Zorlu Holding ແລະ TOBB.
ລາຍງານລະບຸວ່າ: ໂຮງງານແຫ່ງນີ້ສ້າງຂຶ້ນໃນເນື້ອທີ່ 1,2 ລ້ານຕາແມັດ ໃນເມືອງບູຊາ ເມືອງທາງຕາເວັນຕົກສຽງເໜືອຂອງປະເທດ ເຊິ່ງຂະແໜງອຸດສາຫະກຳມີຄວາມແຂງແຮງ ແລະ ຄາດວ່າຈະຜະລິດລົດໄດ້ 175.000 ຄັນຕໍ່ປີ.
ທັງນີ້, ຕວກກີບໍ່ມີການຜະລິດລົດສັນຊາດຕວກກີນັບແຕ່ລົດຕົ້ນແບບຄັນໜຶ່ງຖືກຍົກເລີກເມື່ອປີ 1961 ກ່ອນໜ້າຈະໄດ້ຮັບການຜະລິດປະລິມານຫລາຍ.

