ພາຍຸໄຕ້ຝຸ່ນ Koinu ພັດຂຶ້ນຝັ່ງໄຕ້ຫວັນ ອົບພະຍົບປະຊາຊົນ-ຍົກເລີກຖ້ຽວບິນ

ປະຊາຊົນເກືອບ 3.000 ຄົນ ຢູ່ໄຕ້ຫວັນຕ້ອງອົບພະຍົບ ແລະ ມີການຍົກເລີກຖ້ຽວບິນ ເນື່ອງຈາກການພັດຂຶ້ນຝັ່ງຂອງພາຍຸໄຕ້ຝຸ່ນ Koinu.
ວັນທີ 5 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກົມອຸຕຸນິຍົມວິທະຍາໄຕ້ຫວັນລາຍງານວ່າ: ພາຍຸໄຕ້ຝຸ່ນ Koinu ເຊິ່ງມີເສັ້ນຜ່ານສູນກາງ 250 ກິໂລແມັດ ແລະ ຄວາມໄວລົມສູງສຸດໃກ້ສູນກາງ 198 ກິໂລແມັດຕໍ່ຊົ່ວໂມງ ພັດຂຶ້ນຝັ່ງທາງຕອນໃຕ້ຂອງໄຕ້ຫວັນ ໃນວັນທີ 5 ຕຸລານີ້ ເຮັດໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ ຄວບຄຸມເຂດຮວາຫລຽນ, ໄຖຕົງ ແລະ ໄຖຈົງ.
ທັງນີ້, ຜູ້ຊ່ຽວຊານວິເຄາະວ່າ: ສະພາບການປ່ຽນແປງຂອງສະພາບອາກາດໂລກ ສົ່ງຜົນເຮັດໃຫ້ການຄິດໄລ່ທິດທາງຂອງພາຍຸເປັນໄປຢ່າງລຳບາກຂຶ້ນ. ຂະນະທີ່ອິດທິພົນຂອງພາຍຸເມື່ອພັດຜ່ານຈະສົ່ງຜົນເຮັດໃຫ້ເກີດຝົນຕົກໜັກ ແລະ ກະແສລົມຮຸນແຮງຂຶ້ນ.
ທາງການໄຕ້ຫວັນໄດ້ອົບພະຍົບປະຊາຊົນໃນພື້ນທີ່ສ່ຽງແລ້ວເກືອບ 3.000 ຄົນ ແລະ ມີການຍົກເລີກຖ້ຽວບິນຫລາຍກວ່າ 200 ຖ້ຽວ. ນອກຈາກນີ້ ຍັງມີການສັ່ງປິດໂຮງຮຽນ.

