ມຽນມາປັບ “ພາສີລົດໄຟຟ້າ” ເປັນສູນ

ມຽນມາປັບ “ພາສີລົດໄຟຟ້າ” ເປັນສູນ

ວັນທີ 11 ພະຈິກ 2022, ສື່ທາງການມຽນມາອ້າງອີງກະຊວງການວາງແຜນ ແລະ ການເງິນຂອງມຽນມາລາຍງານວ່າ: ມຽນມາກຳນົດອັດຕາພາສີອາກອນເປັນສູນສຳລັບການນຳເຂົ້າລົດໄຟຟ້າ (EV) ເລີ່ມແຕ່ວັນທີ 2 ພະຈິກເປັນຕົ້ນມາ. ລາຍງານລະບຸວ່າ: ການເຄື່ອນໄຫວດັ່ງກ່າວມີຈຸດມຸ້ງໝາຍເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າໃນປະເທດ ແລະ ພັດທະນາອຸດສາຫະກຳລົດໄຟຟ້າ ແລະ ທຸລະກິດທີ່ກ່ຽວຂ້ອງ. ກະຊວງດັ່ງກ່າວລະບຸວ່າ: ອັດຕາພາສີອາກອນສຳລັບລົດໄຟຟ້າພະລັງງານແບັດເຕີຣີ…

ເກີດເຫດລະເບີດໃຈກາງອິສຕັນບູລ ເສຍຊີວິດ 6 ຄົນ ບາດເຈັບ 81 ຄົນ

ເກີດເຫດລະເບີດໃຈກາງອິສຕັນບູລ ເສຍຊີວິດ 6 ຄົນ ບາດເຈັບ 81 ຄົນ

ວັນທີ 13 ພະຈິກ 2022, ເກີດເຫດລະເບີດຂຶ້ນໃນເຂດການຄ້າໃຈກາງເມືອງອິສຕັນບູລ ປະເທດຕວກກີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກ 81 ຄົນ. ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 16:20 ໂມງ ຂອງວັນທີ 13 ພະຈິກ ຕາມເວລາທ້ອງຖິ່ນ…

ເກີດເຫດລະເບີດ ກາງນະຄອນອິສຕັນບູ ປະເທດຕຸຣະກີ ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫລາຍກວ່າ 80 ຄົນ

ເກີດເຫດລະເບີດ ກາງນະຄອນອິສຕັນບູ ປະເທດຕຸຣະກີ ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫລາຍກວ່າ 80 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ເວລາປະມານ 16:20 ນາທີ ຂອງວັນທີ 13 ພະຈິກ 2022 ທີ່ຜ່ານມາ ເກີດເຫດລະເບີດຮຸນແຮງ ທີ່ນະຄອນ ອິສຕັນບູ ປະເທດຕຸຣະກີ ເຮັດໃຫ້ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫລາຍກວ່າ 80 ຄົນ…

ການາດາ ກຽມລົງທຶນເປັນຮູບປະທໍາຫລາຍຂຶ້ນໃນອາຊຽນ ປູທາງສູ່ FTA

ການາດາ ກຽມລົງທຶນເປັນຮູບປະທໍາຫລາຍຂຶ້ນໃນອາຊຽນ ປູທາງສູ່ FTA

ສໍານັກຂ່າວຕ່າງປະເທດຈາກນະຄອນຫລວງພະນົມເປນ ປະເທດກໍາປູເຈຍ ລາຍງານວ່າ: ໃນວັນທີ 13 ພະຈິກ ນາຍົກລັດຖະມົນຕີຈັສຕິນ ທູໂດກ່າວຕໍ່ກອງປະຊຸມສຸດຍອດອາຊຽນ-ການາດາ ທີ່ເປັນສ່ວນໜຶ່ງຂອງການປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊຽນ ທີ່ນະຄອນຫລວງພະນົມເປນ ເປັນເຈົ້າພາບວ່າ ຕໍ່ຈາກນີ້ ການາດາຈະເພີ່ມການລົງທຶນຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ໃນພາກພື້ນແຫ່ງນີ້ ເພື່ອປູທາງສູ່ການບັນລຸຂໍ້ຕົກລົງການຄ້າເສລີ FTA (Free Trade…

ສະຖານະການໂຄວິດຈີນຍັງໜ້າເປັນຫ່ວງ ຫລັງຈາກທີ່ເມືອງໃຫຍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນລາຍວັນບໍ່ຕໍ່າກວ່າ 18 ພັນຄົນ

ສະຖານະການໂຄວິດຈີນຍັງໜ້າເປັນຫ່ວງ ຫລັງຈາກທີ່ເມືອງໃຫຍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນລາຍວັນບໍ່ຕໍ່າກວ່າ 18 ພັນຄົນ

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງປະເທດຈີນວ່າ: ໃນວັນທີ 13 ພະຈິກ ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຈີນ (NHC) ລາຍງານສະຖິຕິຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫລາຍຈາກການລາຍງານຜູ້ຕິດເຊື້ອຂອງວັນທີ 11 ພະຈິກ ມີຜູ້ຕິດເຊື້ອ 11.950 ຄົນ ແລະ ມາວັນເສົາ ທີ 12 ພະຈິກ ມີຜູ້ຕິດເຊື້ອເພີ່ມ 18.478…

ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ

ອຸບັດເຫດ!  ເຮືອບິນຮົບຕໍາກັນກາງອາກາດໃນງານສະແດງການບິນທີ່ເມືອງດໍລັສ (Dallas) ລັດເທັກຊັສ ສະຫະລັດອາເມລິກາ

ຂ່າວຕ່າງປະເທດລາຍງານວ່າ: ວັນທີ່ 12 ພະຈິກ 2022 ນີ້ ເກີດເຫດລະທຶກຂວັນໃນລະຫວ່າງການສະແດງການບິນ ວິງ ໂອເວີ ດໍລັດ (Wings Over Dallas Air show Event)  ເນື່ອງໃນວັນນັກຮົບເກົ່າ ທີ່ເດີ່ນບິນດໍລັດ ເມືອງດໍລັດ ລັດເທັກຊັສ…

ໂຮງໝໍອິຕາລີ “ຜ່າຕັດປ່ຽນຕັບ” ຈາກແມ່ຕູ້ອາຍຸ 100 ປີສຳເລັດ

ໂຮງໝໍອິຕາລີ “ຜ່າຕັດປ່ຽນຕັບ” ຈາກແມ່ຕູ້ອາຍຸ 100 ປີສຳເລັດ

ວັນທີ 11 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຂອງອິຕາລີ ເປີດເຜີຍວ່າອິຕາລີປະສົບຜົນສຳເລັດໃນການຜ່າຕັດປ່ຽນຕັບຈາກແມ່ຕູ້ອາຍຸ 100 ປີ ສູ່ຄົນເຈັບອີກຄົນໜຶ່ງ ເຊິ່ງຖືເປັນຄັ້ງທຳອິດທີ່ດຳເນີນການຜ່າຕັດປ່ຽນອະໄວຍະວະຈາກຜູ້ບໍລິຈາກທີ່ມີອາຍຸຫລາຍຂະໜາດນີ້. ການຜ່າຕັດປ່ຽນອະໄວະຍະດັ່ງກ່າວເກີດຂຶ້ນຢູ່ໂຮງໝໍ San Giovanni di Dio ໃນເມືອງຟໍເຣນ ໃນອາທິດຜ່ານມາ ກ່ອນຈະມີການປະກາດຂ່າວນີ້ໃນວັນທີ 11…

ກົມຄວບຄຸມພະຍາດຂອງໄທ ເຕືອນປະຊາຊົນລະວັງ ພະຍາດປອດອັກເສບຮຸນແຮງຈາກຢາສູບໄຟຟ້າ

ກົມຄວບຄຸມພະຍາດຂອງໄທ ເຕືອນປະຊາຊົນລະວັງ ພະຍາດປອດອັກເສບຮຸນແຮງຈາກຢາສູບໄຟຟ້າ

ວັນທີ 12 ພະຈິກ 2022, ຮອງອະທິບໍດີກົມຄວບຄຸມພະຍາດຂອງໄທ ກ່າວວ່າ: ຈາກກໍລະນີໂຮງໝໍຣາມາທິບໍດີ ຖະແຫລງໃນວັນທີ 9 ພະຈິກ 2022 ເລື່ອງພົບຄົນເຈັບພະຍາດປອດອັກເສບຮຸນແຮງ (EVALI) ໂດຍມີສາເຫດມາຈາກການໃຊ້ຢາສູບໄຟຟ້າ ເຊິ່ງເກີດຈາກຄວາມເຂົ້າໃຈຜິດວ່າການສູບຢາສູບໄຟຟ້າບໍ່ເປັນອັນຕະລາຍ ແລະ ບໍ່ເຮັດໃຫ້ເກີດພະຍາດຮ້າຍຕໍ່ສຸຂະພາບ ຈົນເຮັດໃຫ້ເກີດອາການປ່ວຍແບບກະທັນຫັນຂຶ້ນ. ກົມຄວບຄຸມພະຍາດຂອງໄທຂໍເຕືອນປະຊາຊົນວ່າ: ການໃຊ້ຢາສູບໄຟຟ້າອາດສົ່ງຜົນເຮັດໃຫ້ເກີດພະຍາດ…

ເສດຖະກິດມາເລເຊຍໄຕມາດທີສາມ ຂະຫຍາຍຕົວສູງສຸດໃນຮອບກວ່າ 1 ປີ

ເສດຖະກິດມາເລເຊຍໄຕມາດທີສາມ ຂະຫຍາຍຕົວສູງສຸດໃນຮອບກວ່າ 1 ປີ

ລັດຖະບານມາເລເຊຍເປີດເຜີຍຕົວເລກທາງເສດຖະກິດຂອງປະເທດ ປະຈຳໄຕມາດທີ 3 ວ່າມີອັດຕາການເຕີບໃຫຍ່ຫລາຍທີ່ສຸດ ນັບແຕ່ກາງປີ 2021. ວັນທີ 11 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງມາເລເຊຍລາຍງານສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ 3 ຂະຫຍາຍຕົວ 14,2% ຈາກໄລຍະເວລາດຽວກັນຂອງປີກ່ອນໜ້ານີ້ ຖືເປັນສະຖິຕິດີກວ່າທີ່ບັນດານັກວິເຄາະຄາດຄະເນໄວ້ວ່າ: ເສດຖະກິດຂອງມາເລເຊຍໃນໄລຍະເວລາດັ່ງກ່າວຈະຂະຫຍາຍຕົວ 11,7% ເມື່ອທຽບໃສ່ແຕ່ລະປີ…

ຈີນປະກາດກຽມຫລຸດເວລາກັກຕົວນັກເດີນທາງຂາເຂົ້າ ພ້ອມຍົກເລີກຄຳສັ່ງຫ້າມຖ້ຽວບິນທີ່ມີຜູ້ຕິດເຊື້ອໂຄວິດແລ້ວ

ຈີນປະກາດກຽມຫລຸດເວລາກັກຕົວນັກເດີນທາງຂາເຂົ້າ ພ້ອມຍົກເລີກຄຳສັ່ງຫ້າມຖ້ຽວບິນທີ່ມີຜູ້ຕິດເຊື້ອໂຄວິດແລ້ວ

ວັນທີ 11 ພະຈິກ 2022, ຈີນໄດ້ປະກາດກຽມຫລຸດໄລຍະເວລາກັກຕົວຂອງນັກເດີນທາງຂາເຂົ້າລົງ ລວມທັງຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ຍົກເລີກຄຳສັ່ງລົງໂທດຖ້ຽວບິນທີ່ນຳເອົາຜູ້ຕິດເຊື້ອເຂົ້າປະເທດ ເຊິ່ງເປັນການເຄື່ອນໄຫວທີ່ອາດສະທ້ອນການຫລຸດຜ່ອນມາດຕະການໂຄວິດຂອງຈີນ. ການປະກາດດັ່ງກ່າວມີຂຶ້ນຫລັງຈາກເຈົ້າໜ້າທີ່ລະດັບສູງຊຸດໃໝ່ຂອງພັກກອມມູນິດຈີນ ໄດ້ມາຮ່ວມປະຊຸມກັນເປັນຄັ້ງທຳອິດໃນວັນທີ 10 ພະຈິກ ຕາມເປົ້າໝາຍໃໝ່ຂອງຈີນທີ່ຕ້ອງການເພີ່ມປະສິດທິພາບ ແລະ ພັດທະນານະໂຍບາຍຄວບຄຸມໂຄວິດ. ຄະນະກຳມະການຖາວອນປະຈຳກົມການເມືອງຊຸດໃໝ່ (Politburo Standing Committee)…