ກຳປູເຈຍເປີດ “ກອງປະຊຸມສຸດຍອດອາຊຽນ” ຕັ້ງເປົ້າຮັບມືຄວາມທ້າທາຍຮ່ວມກັນ

ກຳປູເຈຍເປີດ “ກອງປະຊຸມສຸດຍອດອາຊຽນ” ຕັ້ງເປົ້າຮັບມືຄວາມທ້າທາຍຮ່ວມກັນ

ວັນທີ 11 ພະຈິກ 2022, ນະຄອນຫລວງພະນົມເປັນ ເມືອງຫລວງຂອງກຳປູເຈຍ ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໂດຍເນັ້ນບັນຫາສຳຄັນດ້ານຂະບວນການສ້າງຊຸມຊົນຢ່າງຕໍ່ເນື່ອງ, ການຟື້ນຕົວຫລັງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19), ຄວາມທ້າທາຍດ້ານຄວາມໝັ້ນຄົງລະດັບພາກພື້ນ ແລະ ໂລກ ແລະ ບັນຫາອື່ນໆ….

ອາຊຽນ ເຫັນພ້ອມຕາມຫລັກການຮັບ ຕິມໍເລສເຕ ເປັນສະມາຊິກປະເທດທີ 11

ອາຊຽນ ເຫັນພ້ອມຕາມຫລັກການຮັບ ຕິມໍເລສເຕ ເປັນສະມາຊິກປະເທດທີ 11

ວັນທີ 11 ພະຈິກ 2022, ຖະແຫລງການຈາກຄະນະຜູ້ນຳຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ລະບຸວ່າ: ກຸ່ມຜູ້ນຳປະເທດອາຊຽນເຫັນພ້ອມຕາມຫລັກການຮັບຕິມໍເລສເຕເຂົ້າເປັນສະມາຊິກອາຊຽນລຳດັບທີ 11. ຖະແຫລງການດັ່ງກ່າວມີຂຶ້ນໃນຂະນະທີ່ຜູ້ນຳປະເທດອາຊຽນລວມຕົວກັນຢູ່ນະຄອນຫລວງພະນົມເປັນ ເມືອງຫລວງຂອງກຳປູເຈຍ ເພື່ອຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ຖະແຫລງການລະບຸວ່າ:…

ອົງການສະຫະປະຊາຊາດຄາດວ່າ ປະຊາກອນໃນທົ່ວໂລກຈະບັນລຸເຖິງ 8 ຕື້ຄົນ ໃນວັນທີ 15 ພະຈິກ 2022 ນີ້

ອົງການສະຫະປະຊາຊາດຄາດວ່າ ປະຊາກອນໃນທົ່ວໂລກຈະບັນລຸເຖິງ 8 ຕື້ຄົນ ໃນວັນທີ 15 ພະຈິກ 2022 ນີ້

ອີງຕາມການຄາດຄະເນຂອງບົດລາຍງານ “ວິໄສທັດກ່ຽວກັບປະຊາກອນໃນທົ່ວໂລກ 2022” ຂອງອົງການສະຫະປະຊາຊາດ, ຮອດວັນທີ 15 ພະຈິກນີ້, ປະຊາກອນໃນທົ່ວໂລກຈະບັນລຸເຖິງ 8 ຕື້ຄົນ. ບົດລາຍງານຍັງໄດ້ຄາດຄະເນວ່າຮອດປີ 2030, ປະຊາກອນໃນທົ່ວໂລກຈະເພີ່ມຂຶ້ນເຖິງປະມານ 8.500.000.000 ຄົນ, ຂະນະທີ່ຮອດປີ 2050 ຈະບັນລຸເຖິງ 9.700.000.000 ຄົນແລະຮອດຊຸມປີ…

ຈຳປາສັກ ສັ່ງປິດກິດຈະການຮ້ານເກມອອນລາຍຢູ່ນະຄອນປາກເຊ 11 ຮ້ານ

ຈຳປາສັກ ສັ່ງປິດກິດຈະການຮ້ານເກມອອນລາຍຢູ່ນະຄອນປາກເຊ 11 ຮ້ານ

ວັນທີ 9 ພະຈິກ 2022 ນີ້ ຄະນະສະເພາະກິດຂັ້ນແຂວງຈຳປາສັກ ເຊິ່ງນໍາໂດຍ ທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ, ທ່ານ ຄຳເພັດ ເທບໄກສອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ,…

ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ

ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ

ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ເປີດເຜີຍວ່າ: ທ່ານພ້ອມແລ້ວສຳລັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການຫາລືບັນຫາຕ່າງໆ ທີ່ກ່ຽວຂ້ອງໃນອາທິດນີ້ ເຊິ່ງອາດຈະເປັນຄັ້ງສຸດທ້າຍສຳລັບທ່ານ ຂະນະທີ່ກຽມສົ່ງມອບອຳນາດຕໍ່ໃຫ້ລູກຊາຍກົກຮຽບຮ້ອຍແລ້ວ. ສຳນັກຂ່າວກຽວໂດລາຍງານວ່າ: ທ່ານ ຮຸນເຊນ ເຊິ່ງປັດຈຸບັນມີອາຍຸ 70 ປີ ຂຶ້ນເປັນຜູ້ນຳກຳປູເຈຍມາແຕ່ປີ 1985 ໄດ້ປະກາດສົ່ງມອບອຳນາດຕໍ່ໃຫ້ ພົນໂທ…

ເສດຖະກິດຟີລິບປິນໄຕມາດສາມເຕີບໃຫຍ່ດີເກີນຄາດ ແຕ່ອັດຕາເງິນເຟີ້ຍັງສູງ

ເສດຖະກິດຟີລິບປິນໄຕມາດສາມເຕີບໃຫຍ່ດີເກີນຄາດ ແຕ່ອັດຕາເງິນເຟີ້ຍັງສູງ

ອັດຕາການເຕີບໃຫຍ່ທາງເສດຖະກິດຂອງຟີລິປິນໃນຊ່ວງໄຕມາດ 3 ຂອງປີນີ້ ດີກວ່າການຄາດຄະເນໄວ້ ແຕ່ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ. ວັນທີ 10 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງຟີລິບປິນລາຍງານວ່າ: ເສດຖະກິດຂອງປະເທດໃນໄຕມາດ 3 ເຊິ່ງຫາກໍຜ່ານພົ້ນໄປ ຂະຫຍາຍຕົວໃນລະດັບ 7,6% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີກ່ອນໜ້າ ດີກວ່າທີ່ນັກວິເຄາະຄາດຄະເນໄວ້ກ່ອນໜ້ານີ້ ວ່າຈະຂະຫຍາຍຕົວໃນລະດັບ 6,3%…

“ຕາລີບັນ” ຫ້າມ “ຜູ້ຍິງ” ເຂົ້າສວນເຄື່ອງຫລິ້ນ ໃນເມືອງຫລວງອັບການິດສະຖານ

“ຕາລີບັນ” ຫ້າມ “ຜູ້ຍິງ” ເຂົ້າສວນເຄື່ອງຫລິ້ນ ໃນເມືອງຫລວງອັບການິດສະຖານ

ລັດຖະບານຕາລີບັນ ເຊິ່ງປົກຄອງອັບການິດສະຖານ ມີຄຳສັ່ງບໍ່ອະນຸຍາດໃຫ້ຜູ້ຍິງ ແລະ ເດັກນ້ອຍຜູ້ຍິງ ໃຊ້ບໍລິການສວນເຄື່ອງຫລິ້ນໃນນະຄອນຫລວງກາບູນ. ວັນທີ 10 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສິນລະທຳຂອງອັບການິດສະຖານປະກາດໃນອາທິດນີ້ ບໍ່ອະນຸຍາດໃຫ້ຜູ້ຍິງ ແລະ ເດັກນ້ອຍຜູ້ຍິງເຂົ້າໃຊ້ບໍລິການສວນເຄື່ອງຫລິ້ນ ແລະ ເຂົ້າຮ່ວມງານມ່ວນຊື່ນທັງໝົດໃນນະຄອນຫລວງກາບູນ. ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພາຍໃນເວລາພຽງບໍ່ເທົ່າໃດເດືອນ ຫລັງລັດຖະບານຕາລີບັນປະກາດແບ່ງແຍກທາງເຂົ້າ ແລະ…

ອິນໂດເນເຊຍ ໂຈະໃບອະນຸຍາດຂອງບໍລິສັດຜະລິດຢານ້ຳຕື່ມອີກ 2 ແຫ່ງ ທີ່ເກີດກໍລະນີມີເດັກເສຍຊີວິດ

ອິນໂດເນເຊຍ ໂຈະໃບອະນຸຍາດຂອງບໍລິສັດຜະລິດຢານ້ຳຕື່ມອີກ 2 ແຫ່ງ ທີ່ເກີດກໍລະນີມີເດັກເສຍຊີວິດ

ຕາມ​ຂ່າວ​ຈາກ​ຈາ​ກາ​ຕາລາຍງານໃນວັນ​ທີ 9 ​ພະຈິກ​ 2022 ນີ້ວ່າ:ສຳນັກງານ​ ອາຫານ ​ແລະ ​ຢາ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ໂຈະ​ໃບ​ອະນຸຍາດ ຜະລິດ​ຢາ​ ຂອງ​ບໍລິສັດ​ ການ​ຢາ ອິນ​ໂດ​ເນ​ເຊຍ ​ເພີ່ມ​ອີກ 2​ ແຫ່ງ ຈາກກ່ອນ​ໜ້າ​ນີ້ໄດ້​ໂຈະ​ແລ້ວ 3 ​ແຫ່ງ…

ນາມິເບຍກຽມສ້າງໂຮງງານໄຟຟ້າ “ແສງຕາເວັນ-ໄຮໂດຣເຈນ” ແຫ່ງທຳອິດຂອງອາຟຣິກາ

ນາມິເບຍກຽມສ້າງໂຮງງານໄຟຟ້າ “ແສງຕາເວັນ-ໄຮໂດຣເຈນ” ແຫ່ງທຳອິດຂອງອາຟຣິກາ

ວັນທີ 9 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານປະຈຳພາກພື້ນຂອງນາມິເບຍເປີດເຜີຍວ່າໂຄງການໂຮງງານໄຟຟ້າພະລັງງານແສງຕາເວັນ-ພະລັງງານໄຮໂດຣເຈນສີຂຽວ (solar-green hydrogen) ແຫ່ງທຳອິດຂອງອາຟຣິກາໃນນາມິເບຍ ຈະເລີ່ມຕົ້ນການກໍ່ສ້າງໃນຊ່ວງໄຕມາດທຳອິດຂອງປີ 2023. ລາຍງານລະບຸວ່າ: HDF Energy ຜູ້ຜະລິດໄຟຟ້າເອກະຊົນລາຍໃຫຍ່ຂອງຝຣັ່ງ ກຳລັງກຽມການກໍ່ສ້າງໂຮງງານໄຟຟ້າໄຮໂດຣເຈນ ມູນຄ່າ 3 ພັນລ້ານໂດລານາມິເບຍ ໃກ້ກັບເມືອງຊາຍທະເລສວາຄອບມຸນ….

ຄະນະກຳມະການອະໄພຍະໂທດລະດັບຊາດຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2022

ຄະນະກຳມະການອະໄພຍະໂທດລະດັບຊາດຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2022

ວັນທີ 9 ພະຈິກ 2022 ນີ້, ກະຊວງປ້ອງກັນຄວາມສະຫງົບຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2022 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາທ່ານຮອງປະທານ, ຄະນະກຳມະການ ແລະ…