ມຽນມາປັບ “ພາສີລົດໄຟຟ້າ” ເປັນສູນ

ວັນທີ 11 ພະຈິກ 2022, ສື່ທາງການມຽນມາອ້າງອີງກະຊວງການວາງແຜນ ແລະ ການເງິນຂອງມຽນມາລາຍງານວ່າ: ມຽນມາກຳນົດອັດຕາພາສີອາກອນເປັນສູນສຳລັບການນຳເຂົ້າລົດໄຟຟ້າ (EV) ເລີ່ມແຕ່ວັນທີ 2 ພະຈິກເປັນຕົ້ນມາ.
ລາຍງານລະບຸວ່າ: ການເຄື່ອນໄຫວດັ່ງກ່າວມີຈຸດມຸ້ງໝາຍເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າໃນປະເທດ ແລະ ພັດທະນາອຸດສາຫະກຳລົດໄຟຟ້າ ແລະ ທຸລະກິດທີ່ກ່ຽວຂ້ອງ.
ກະຊວງດັ່ງກ່າວລະບຸວ່າ: ອັດຕາພາສີອາກອນສຳລັບລົດໄຟຟ້າພະລັງງານແບັດເຕີຣີ (BEV) ທີ່ນຳເຂົ້າໃນຮູບແບບລົດທີ່ຜະລິດໃນຕ່າງປະເທດ ແລະ ນຳເຂົ້າມາເປັນຄັນ (CBU), ລົດທີ່ຜະລິດໃນປະເທດໂດຍໃຊ້ສ່ວນປະກອບພາຍໃນ ແລະ ຕ່າງປະເທດ (CKD) ແລະ ລົດທີ່ປະກອບບາງສ່ວນມາຈາກຕ່າງປະເທດ (SKD) ຈະເປັນສູນຈົນຮອດວັນທີ 31 ມີນາ 2023.
ກະຊວງດັ່ງກ່າວຍັງລະບຸວ່າ: ພາສີອາກອນເປັນສູນສຳລັບລົດໄຟຟ້າໄດ້ຮັບການອະນຸມັດຈາກລັດຖະບານສະຫະພາບແລ້ວ ໂດຍຄວບຄຸມລົດລາກຈູງ, ລົດໂດຍສານ, ລົດບັນທຸກ, ລົດສາມລໍ້, ລົດຈັກໄຟຟ້າ, ລົດຖີບໄຟຟ້າ, ລົດພະຍາບານ, ລົດນັກໂທດ ແລະ ລົດບັນທຸກສົບ.
ຂະນະທີ່ອຸປະກອນເສີມ ແລະ ຊິ້ນສ່ວນອາໄຫລ່ສຳລັບລົດໄຟຟ້າພະລັງງານແບັດເຕີຣີທີ່ໄດ້ຮັບອະນຸມັດຈາກກະຊວງໄຟຟ້າ ແລະ ກະຊວງອຸດສາຫະກຳ ລ້ວນປອດພາສີອາກອນເຊັ່ນກັນ.
ລາຍງານຊີ້ວ່າ: ບັນດາບໍລິສັດລົດໄຟຟ້າຕ່າງປະເທດຕ່າງບຸກເຂົ້າສູ່ຕະຫລາດມຽນມາ ແລະ ແນະນຳຍີ່ຫໍ້ລົດຂອງຕົນເອງເພີ່ມຂຶ້ນ ເນື່ອງຈາກມຽນມາກຳລັງສະໜັບສະໜູນການໃຊ້ລົດໄຟຟ້າ.
ກະຊວງໄຟຟ້າມຽນມາລະບຸໃນຖະແຫລງການວັນທີ 31 ສິງຫາວ່າ: ກະຊວງຈະດຳເນີນໂຄງການຕົວແບບເພື່ອສ້າງສະຖານີຊາກລົດໄຟຟ້າ 5 ແຫ່ງ ຕາມທາງດ່ວນຢ່າງກຸ້ງ-ມັນທະເລ.

