ເກີດເຫດລະເບີດ ກາງນະຄອນອິສຕັນບູ ປະເທດຕຸຣະກີ ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫລາຍກວ່າ 80 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ເວລາປະມານ 16:20 ນາທີ ຂອງວັນທີ 13 ພະຈິກ 2022 ທີ່ຜ່ານມາ ເກີດເຫດລະເບີດຮຸນແຮງ ທີ່ນະຄອນ ອິສຕັນບູ ປະເທດຕຸຣະກີ ເຮັດໃຫ້ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫລາຍກວ່າ 80 ຄົນ
ເບື້ອງຕົ້ນຍັງບໍ່ຮູ້ສາເຫດຂອງການເກີດເຫດໃນຄັ້ງນີ້.
ຢ່າງໃດກໍຕາມ ຫລັງເກີດເຫດມີການເຜີຍແພ່ພາບ ແລະ ຄຣິບເຫດການລະເບີດຄັ້ງນີ້ເປັນຈຳນວນຫລາຍ ຂະນະດຽວກັນທົ່ວນະຄອນ ອິສຕັນບູ ມີການຮັກສາຄວາມປອດໄພຢ່າງເຂັ້ມງວດຂຶ້ນ.

