ໝົດຍຸກເຄື່ອງພິມດີດ ອິນເດຍຈະຈັດ ສອບເສັງຮອບສຸດທ້າຍມື້ອື່ນ

ວິທະຍາໄລສອນພິມດີດໃນນະຄອນມຸມໄບຂອງອິນເດຍຈະຈັດສອບເສັງໃບປະກາດສະນີຍະບັດຮັບຮອງທັກສະດ້ານການພິມເອກະສານເປັນຄັ້ງສຸດທ້າຍໃນວັນທີ 11 ສິງຫານີ້ ພາຍຫລັງເຄື່ອງພິມດີດກາຍເປັນຂອງເກົ່າຕົກຍຸກທ່າມກາງການຂັບເຄື່ອນປະເທດໄປສູ່ຍຸກເສດຖະກິດດີຈີຕອນ.
ສະຖາບັນປະມານ 3.500 ແຫ່ງທົ່ວລັດມະຫາລາດທີ່ເປີດຫລັກສູດສອນໃຊ້ເຄື່ອງພິມດີດກຳລັງຈະຖືກເຮັດໃຫ້ຫາຍໄປ ເນື່ອງຈາກອິນເດຍກຳລັງເດີນໜ້າເຂົ້າສູ່ຍຸກເສດຖະກິດດີຈີຕອນ, ພັດທະນາປະເທດໃຫ້ມີຄວາມທັນສະໄໝຕາມນະໂຍບາຍຂອງລັດຖະບານ ສົ່ງຜົນໃຫ້ທັກສະດ້ານການພິມດີດກາຍເປັນທັກສະຊ້ຳຊ້ອນ ແລະ ບໍ່ມີຄວາມຈຳເປັນອີກຕໍ່ໄປ. ເຈົ້າຂອງສະຖາບັນສອນພິມດີດ ແລະ ເຊົາວະເລກເກົ່າແກ່ແຫ່ງໜຶ່ງໃນນະຄອນມຸມໄບຍອມຮັບວ່າ: ເຖິງເວລາໝົດຍຸກການໃຊ້ເຄື່ອງພິມດີດແລ້ວຢ່າງແນ່ນອນ ໂດຍເຄື່ອງພິມດີດກຳລັງຈະຕາຍດ້ວຍມືຂອງສິ່ງທີ່ເອີ້ນວ່າ: ນະວັດຕະກຳເຕັກໂນໂລຊີ ເຊິ່ງຄອມພິວເຕີມີລາຄາຖືກລົງຢ່າງຕໍ່ເນື່ອງ.
ປັດຈຸບັນ ເຄື່ອງພິມດີດຍັງຖືກໃຊ້ໃນການເຮັດວຽກຢູ່ຕາມສານ, ສະຖານີຕຳຫລວດ ແລະ ສຳນັກງານຢູ່ອິນເດຍ. ມີການຕີລາຄາວ່າ: ແຕ່ລະປີມີນັກຮຽນປະມານ 700.000 ຄົນທົ່ວລັດມະຫາລາດເຂົ້າສອບເສັງຂໍຮັບໃບປະກາດ ເພື່ອໃຊ້ເປັນເອກະສານປະກອບການສະໝັກວຽກ, ແຕ່ມື້ອື່ນຈະເປັນການຈັດສອບເສັງຄັ້ງສຸດທ້າຍ ກ່ອນເຄື່ອງພິມດີດຈະກາຍເປັນຂອງຖືກຖິ້ມຢູ່ຕາມຮ້ານຂາຍເຄື່ອງເກົ່າ.
