ຈີນປະກາດກຽມຫລຸດເວລາກັກຕົວນັກເດີນທາງຂາເຂົ້າ ພ້ອມຍົກເລີກຄຳສັ່ງຫ້າມຖ້ຽວບິນທີ່ມີຜູ້ຕິດເຊື້ອໂຄວິດແລ້ວ

ວັນທີ 11 ພະຈິກ 2022, ຈີນໄດ້ປະກາດກຽມຫລຸດໄລຍະເວລາກັກຕົວຂອງນັກເດີນທາງຂາເຂົ້າລົງ ລວມທັງຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ຍົກເລີກຄຳສັ່ງລົງໂທດຖ້ຽວບິນທີ່ນຳເອົາຜູ້ຕິດເຊື້ອເຂົ້າປະເທດ ເຊິ່ງເປັນການເຄື່ອນໄຫວທີ່ອາດສະທ້ອນການຫລຸດຜ່ອນມາດຕະການໂຄວິດຂອງຈີນ.
ການປະກາດດັ່ງກ່າວມີຂຶ້ນຫລັງຈາກເຈົ້າໜ້າທີ່ລະດັບສູງຊຸດໃໝ່ຂອງພັກກອມມູນິດຈີນ ໄດ້ມາຮ່ວມປະຊຸມກັນເປັນຄັ້ງທຳອິດໃນວັນທີ 10 ພະຈິກ ຕາມເປົ້າໝາຍໃໝ່ຂອງຈີນທີ່ຕ້ອງການເພີ່ມປະສິດທິພາບ ແລະ ພັດທະນານະໂຍບາຍຄວບຄຸມໂຄວິດ.
ຄະນະກຳມະການຖາວອນປະຈຳກົມການເມືອງຊຸດໃໝ່ (Politburo Standing Committee) ໄດ້ເນັ້ນເຖິງຄວາມຈຳເປັນທີ່ຈະຕ້ອງຫລຸດຜົນກະທົບຈາກມາດຕະການ Zero-COVID ທີ່ມີຕໍ່ຂະແໜງເສດຖະກິດ ແລະ ສັງຄົມ, ແຕ່ຢືນຢັນວ່າຈີນຈະບໍ່ຫລຸດຜ່ອນການສະກັດພະຍາດລະບາດແນ່ນອນ.
ພາຍໃຕ້ກົດໃໝ່ ໄລຍະເວລາກັກຕົວຂອງຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອສຳລັບການກັກຕົວໃນສະຖານທີ່ທີ່ລັດຖະບານຈັດໄວ້ໃຫ້ ຈະຫລຸດລົງເຫລືອ 5 ວັນ ແລະ ພາຍຫລັງຈາກນັ້ນຕ້ອງກັກຕົວຢູ່ເຮືອນ ຫລື ຫໍພັກຂອງຕົນເອງຕໍ່ອີກ 3 ວັນ ຈາກກຳນົດໄວ້ 7+3 ວັນ ສຳລັບນັກເດີນທາງຂາເຂົ້າຈະໃຊ້ກົດດຽວກັນນີ້ ໂດຍຜູ້ມີຈຸດປະສົງເດີນທາງເຂົ້າມາໃນຈີນຈະຕ້ອງສະແດງຜົນກວດເຊື້ອໂຄວິດ 1 ຄັ້ງໃນ 48 ຊົ່ວໂມງກ່ອນອອກເດີນທາງ ເຊິ່ງຫລຸດລົງຈາກທີ່ຕ້ອງສະແດງຜົນກວດ 2 ຄັ້ງໃນ 48 ຊົ່ວໂມງ, ສ່ວນຄຳສັ່ງລົງໂທດຖ້ຽວບິນລະຫວ່າງປະເທດທີ່ພົບຜູ້ໂດຍສານຕິດເຊື້ອກ່ອນໜ້ານີ້ຈະຖືກຍົກເລີກ.
ເຖິງຢ່າງໃດກໍຕາມ, ສຳລັບກົດໃໝ່ທີ່ຫາກໍປະກາດນີ້ ຈີນຍັງບໍ່ໄດ້ກຳນົດວັນທີຈະມີຜົນບັງຄັບໃຊ້ຢ່າງຈະແຈ້ງ, ແຕ່ຖືເປັນການເຄື່ອນໄຫວທີ່ສ້າງບັນຍາກາດໃນທາງບວກ ໂດຍສະເພາະໃນກຸ່ມນັກລົງທຶນທີ່ຂານຮັບຂ່າວດັ່ງກ່າວ ເນື່ອງຈາກເປັນນະໂຍບາຍທີ່ຈະສົ່ງຜົນດີຕໍ່ເສດຖະກິດ ແລະ ຂະແໜງການຂົນສົ່ງລະຫວ່າງປະເທດ ໂດຍດັດຊະນີ Hang Seng ຕະຫລາດຫຸ້ນຮົງກົງປິດເພີ່ມຂຶ້ນກວ່າ 7% ໃນວັນທີ 11 ພະຈິກ. ຂະນະທີ່ດັດຊະນີ Shanghai Composite ຕະຫລາດຫຸ້ນຈີນປັບຂຶ້ນ 2,5%.
ອ້າງອີງ:
https://www.bloomberg.com/…/china-eases-quarantine…

