ກົມຄວບຄຸມພະຍາດຂອງໄທ ເຕືອນປະຊາຊົນລະວັງ ພະຍາດປອດອັກເສບຮຸນແຮງຈາກຢາສູບໄຟຟ້າ

ວັນທີ 12 ພະຈິກ 2022, ຮອງອະທິບໍດີກົມຄວບຄຸມພະຍາດຂອງໄທ ກ່າວວ່າ: ຈາກກໍລະນີໂຮງໝໍຣາມາທິບໍດີ ຖະແຫລງໃນວັນທີ 9 ພະຈິກ 2022 ເລື່ອງພົບຄົນເຈັບພະຍາດປອດອັກເສບຮຸນແຮງ (EVALI) ໂດຍມີສາເຫດມາຈາກການໃຊ້ຢາສູບໄຟຟ້າ ເຊິ່ງເກີດຈາກຄວາມເຂົ້າໃຈຜິດວ່າການສູບຢາສູບໄຟຟ້າບໍ່ເປັນອັນຕະລາຍ ແລະ ບໍ່ເຮັດໃຫ້ເກີດພະຍາດຮ້າຍຕໍ່ສຸຂະພາບ ຈົນເຮັດໃຫ້ເກີດອາການປ່ວຍແບບກະທັນຫັນຂຶ້ນ.
ກົມຄວບຄຸມພະຍາດຂອງໄທຂໍເຕືອນປະຊາຊົນວ່າ: ການໃຊ້ຢາສູບໄຟຟ້າອາດສົ່ງຜົນເຮັດໃຫ້ເກີດພະຍາດ ແລະ ໄພຮ້າຍຕໍ່ສຸຂະພາບໄດ້ ໂດຍສະເພາະພະຍາດປອດອັກເສບຮຸນແຮງ ເຊິ່ງຄົນເຈັບຈະມີອາການໄຂ້, ໜາວສັ່ນ, ໄອ, ຫາຍໃຈລຳບາກ, ປວດເມື່ອຍຕາມຕົວ ລວມທັງອາການທາງລະບົບທາງເດີນອາຫານເຊັ່ນ: ປຸ້ນທ້ອງ, ຮາກ, ຖອກທ້ອງ.
ແລະ ຈາກການເຝົ້າຕິດຕາມຂໍ້ມູນກ່ຽວກັບຜະລິດຕະພັນຢາສູບຮູບແບບໃໝ່ໃນປະເທດໄທພົບວ່າ ຜະລິດຕະພັນສ່ວນຫລາຍທີ່ຈຳໜ່າຍຕາມທ້ອງຕະຫລາດມີຄວາມຫລາກຫລາຍສ່ວນປະກອບຂອງຜະລິດຕະພັນ ແລະ ໃນບາງຍີ່ຫໍ້ບໍ່ສາມາດລະບຸສານຕັ້ງຕົ້ນໃນການຜະລິດໄດ້. ພ້ອມທັງມີການໂຄສະນາສັບພະຄຸນເກີນຄວາມຈິງ ລວມທັງບິດເບືອນຂໍ້ມູນວ່າເປັນຜະລິດຕະພັນທີ່ດີຕໍ່ສຸຂະພາບ ຈົນອາດກໍ່ໃຫ້ເກີດຄວາມຫລົງເຊື່ອ, ເຂົ້າໃຈຜິດ ແລະ ນຳໄປສູ່ການໃຊ້ຜະລິດຕະພັນດັ່ງກ່າວ.
ຮອງອະທິບໍດີກົມຄວບຄຸມພະຍາດຂອງໄທ ກ່າວອີກວ່າ: ສຳລັບຜູ້ທີ່ໃຊ້ຢາສູບໄຟຟ້າ ຫລື ຜູ້ທີ່ໄດ້ຮັບຜົນກະທົບຈາກຄວັນຢາສູບໄຟຟ້າ ຖ້າມີອາການໄຂ້, ໜາວສັ່ນ, ໄອ, ຫາຍໃຈລຳບາກ, ປວດເມື່ອຍຕາມຕົວ ລວມທັງມີອາການໃນລະບົບທາງເດີນອາຫານເຊັ່ນ: ປຸ້ນທ້ອງ, ຮາກ, ຖອກທ້ອງ ໃຫ້ຟ້າວໄປຫາໝໍທັນທີ.
ນອກຈາກນີ້, ເພື່ອເປັນການຮອງຮັບສະຖານະການດັ່ງກ່າວ ຂໍການຮ່ວມມືຫາໂຮງໝໍທຸກແຫ່ງທົ່ວປະເທດໃຫ້ຈັດລະບົບເຝົ້າລະວັງ ແລະ ລາຍງານຂໍ້ມູນຄົນເຈັບທີ່ມີອາການຄ້າຍພະຍາດປອດອັກເສບຮຸນແຮງໃຫ້ກົມຄວບຄຸມພະຍາດຮັບຮູ້.
ພ້ອມທັງເນັ້ນໃຫ້ປະຊາຊົນ ໂດຍສະເພາະກຸ່ມໄວໜຸ່ມ ແລະ ເຍົາວະຊົນວ່າ: ຢາສູບໄຟຟ້າທຳລາຍສຸຂະພາບ ຢ່າຫລົງເຊື່ອ ຫລື ຕົກເປັນເຫຍື່ອໂຄສະນາທີ່ວ່າ: ຢາສູບໄຟຟ້າເປັນສິນຄ້າທາງເລືອກໃນການຊ່ວຍເລີກສູບຢາໄດ້.

