ຈີນໃຫ້ຄຳໝັ້ນ ໃນການສ້າງໂຮງໝໍເພີ່ມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ
ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໃຫ້ຄຳໝັ້ນວ່າ: ຈະເພີ່ມຄວາມແຂງແຮງຂອງເຄືອຂ່າຍໂຮງໝໍ ເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢ່າງມີປະສິດທິພາບຂຶ້ນ ເຊິ່ງສົ່ງສັນຍານວ່າຈີນກຳລັງກຽມຄວາມພ້ອມຮັບມືຈຳນວນຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມສູງຂຶ້ນ, ຂະນະທີ່ກຳລັງພິຈາລະນາຫລຸດຜ່ອນມາດຕະການຄວບຄຸມໂຄວິດ-19. ທ່ານ ກົວ ຢຽນຫົງ ເຈົ້າໜ້າທີ່ NHC ຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫລວງປັກກິ່ງວ່າ: ຈີນຈະສ້າງໂຮງໝໍເພີ່ມອີກທີ່ຊ່ຽວຊານດ້ານການປິ່ນປົວຜູ້ຕິດເຊື້ອໂຄວິດລະດັບປານກາງ ແລະ ຮຸນແຮງ. ຂະນະທີ່ພະແນກຜູ້ຕິດເຊື້ອໜັກຈະຄິດເປັນອັດຕາສ່ວນ…










