ການາດາ ກຽມລົງທຶນເປັນຮູບປະທໍາຫລາຍຂຶ້ນໃນອາຊຽນ ປູທາງສູ່ FTA

ສໍານັກຂ່າວຕ່າງປະເທດຈາກນະຄອນຫລວງພະນົມເປນ ປະເທດກໍາປູເຈຍ ລາຍງານວ່າ: ໃນວັນທີ 13 ພະຈິກ ນາຍົກລັດຖະມົນຕີຈັສຕິນ ທູໂດກ່າວຕໍ່ກອງປະຊຸມສຸດຍອດອາຊຽນ-ການາດາ ທີ່ເປັນສ່ວນໜຶ່ງຂອງການປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊຽນ ທີ່ນະຄອນຫລວງພະນົມເປນ ເປັນເຈົ້າພາບວ່າ ຕໍ່ຈາກນີ້ ການາດາຈະເພີ່ມການລົງທຶນຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ໃນພາກພື້ນແຫ່ງນີ້ ເພື່ອປູທາງສູ່ການບັນລຸຂໍ້ຕົກລົງການຄ້າເສລີ FTA (Free Trade Area) ລະຫວ່າງອາຊຽນກັບ ການາດາ ທີ່ອາດຈະຊ່ວຍສົ່ງເສີມຄວາມສໍາພັນລະດັບທະວິພາຄີ.

ທ່ານ ທູໂດ ໃຫ້ຮູ້ຕື່ມອີກວ່າ ຄວາມສໍາພັນລະຫວ່າງອາຊຽນກັບການາດາໂດຍລວມແລ້ວຖືວ່າໄດ້ເຕີບໃຫຍ່ຢ່າງຕໍ່ເນື່ອງ ນັບແຕ່ປີ 2560 ແລະ ບໍ່ດົນມານີ້ ລັດຖະບານອັດຕາວາ (Ottawa) ໄດ້ປະກາດແນວທາງແຜນຍຸດທະສາດ ອິນໂດ-ປາຊີຟິກ ສະບັບໃໝ່ ເຊິ່ງໄດ້ລະບຸວ່າໃຫ້ອາຊຽນເປັນສູນກາງ.

ນອກນັ້ນຍັງໄດ້ໃຫ້ຮູ້ເຖິງການຍົກລະດັບຄວາມຮ່ວມມືດ້ານການແລກປ່ຽນລະຫວ່າງບຸກຄົນຕໍ່ບຸກຄົນ ລະຫວ່າງອາຊຽນກັບການາດາ ທີ່ເປັນປະເທດຊຸມຊົນຂອງຄົນອາຊຽນທີ່ໃຫຍ່ທີ່ສຸດໃນໂລກ ມັນໄດ້ສະແດງໃຫ້ເຫັນວ່າ ການາດາ ແມ່ນປະເທດທີ່ມີຄວາມໃກ້ຊິດກັບອາຊີຕາເວັນອອກສຽງໃຕ້ ແລະ ໄດ້ເປີດໂອກາດໃຫ້ແກ່ປະຊາຊົນຈາກພາກພື້ນອາຊີ.