ອົງການອະນາໄມໂລກເຕືອນ ວັກຊີນປ້ອງກັນພະຍາດອະຫິວາ “ກຳລັງຈະໝົດ”

ອົງການອະນາໄມໂລກເຕືອນ ວັກຊີນປ້ອງກັນພະຍາດອະຫິວາ “ກຳລັງຈະໝົດ”

ເຈົ້າໜ້າທີ່ຂອງອົງການອະນາໄມໂລກ (WHO) ກ່າວໃນວັນທີ 16 ທັນວາວ່າ: ສະຕ໊ອກວັກຊີນປ້ອງກັນພະຍາດອະຫິວາທົ່ວໂລກທີ່ WHO ຊ່ວຍຈັດການນັ້ນ “ໝົດ ຫລື ເຫລືອໜ້ອຍແລ້ວ” ທ່າມກາງການລະບາດຮອບໃໝ່ທີ່ເກີດຂຶ້ນທົ່ວໂລກ. ວັນທີ 18 ທັນວາ, ສຳນັກຂ່າວຣອຍເຕີລາຍງານວ່າ: WHO ລະບຸວ່າ: ອັດຕາການເສຍຊີວິດທົ່ວໂລກກຳລັງເພີ່ມຂຶ້ນ ແລະ…

“ຫຸ່ນຍົນອັດສະລິຍະ” ຊ່ວຍພາລະກິດຜ່າຕັດກະດູກ ຢູ່ໂຮງໝໍໃນຈີນ

“ຫຸ່ນຍົນອັດສະລິຍະ” ຊ່ວຍພາລະກິດຜ່າຕັດກະດູກ ຢູ່ໂຮງໝໍໃນຈີນ

ສຳນັກຂ່າວຊິນຮົວພາໄປສົນທະນາກັບແພດໝໍຢູ່ໂຮງໝໍແຫ່ງໜຶ່ງໃນຈີນ ເຊິ່ງມີ “ຫຸ່ນຍົນອັດສະລິຍະ” ຖ້າແບ່ງເບົາພາລະໃນການຜ່າຕັດຄົນເຈັບພະຍາດກະດູກ. ວັນທີ 17 ທັນວາ, ສຳນັກຂ່າວຊິນຮົວລາຍງານວ່າ: ໂຮງໝໍຫລາຍແຫ່ງໃນຈີນກຳລັງໃຊ້ຫຸ່ນຍົນຜ່າຕັດ ເຊິ່ງພັດທະນາເອງໃນປະເທດ ຊ່ວຍດ້ານການສັນຍະກຳກະດູກເຊັ່ນ: ໂຮງໝໍປະຊາຊົນແຫ່ງທີ 2 ໃນເມືອງຕ້າຫລຽນ ຢູ່ມົນທົນຫລຽວໜິງ ທາງຕາເວັນອອກສຽງເໜືອຂອງຈີນ ປະຍຸກໃຊ້ຫຸ່ນຍົນຜ່າຕັດດັ່ງກ່າວນັບແຕ່ປີ 2020 ໂດຍຄະນະແພດກ່າວວ່າ: ບັນດາຫຸ່ນຍົນຊ່ວຍເພີ່ມຄວາມແນ່ນອນໃນການຜ່າຕັດໄດ້….

ປະເທດຢູກັນດາ ປະກາດຍົກເລີກຂໍ້ຈຳກັດຄຸມເຂັ້ມພະຍາດອີໂບລາ ຫລັງບໍ່ມີການແພ່ລະບາດ

ປະເທດຢູກັນດາ ປະກາດຍົກເລີກຂໍ້ຈຳກັດຄຸມເຂັ້ມພະຍາດອີໂບລາ ຫລັງບໍ່ມີການແພ່ລະບາດ

ປະທານາທິບໍດີ ໂຢເວຣີ ມູເຊເວນີ ຂອງຢູກັນດາ ປະກາດຍົກເລີກຂໍ້ຈຳກັດທຸກຢ່າງທີ່ກ່ຽວຂ້ອງກັບເຊື້ອໄວຣັສອີໂບລາ ໃນວັນທີ 17 ທັນວາ ໂດຍລະບຸວ່າ: ຢູກັນດາມີຄວາມຄືບໜ້າໃນການຄວບຄຸມພະຍາດ. ທ່ານ ມູເຊເວນີ ປະກາດຍົກເລີກຂໍ້ຈຳກັດໃນເຂດສູນກາງການແພ່ລະບາດຂອງພະຍາດຄືມູເບນເດ ເຊິ່ງມີຜູ້ຕິດເຊື້ອ 66 ຄົນ ແລະ ເສຍຊີວິດ 29 ຄົນ…

ງານມະຫະກຳກິລາແຫ່ງຊາດຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ແລະ ພວມດຳເນີນດ້ວຍຄວາມເບີກບານ

ງານມະຫະກຳກິລາແຫ່ງຊາດຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ແລະ ພວມດຳເນີນດ້ວຍຄວາມເບີກບານ

ໂດຍ: ທິດກໍ່າ ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍໄດ້ຮັບກຽດເຂົ້າຮ່ວມຈາກ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ແລະ ບັນດາທ່ານການນຳຈາກສູນກາງ…

ເອີຣົບ ລະດົມງົບປະມານ 20 ຕື້ເອີໂຣ ເພື່ອຫຼຸດຜ່ອນການອີງໃສ່ນ້ຳມັນ-ອາຍແກັສ ຈາກ ຣັດເຊຍ

ຂ່າວຕ່າງປະເທດລາຍງານວ່າ:​  ວັນທີ 14 ທັນວາ 2022 ຜ່ານມາສະຫະພາບເອີຣົບ (ອີຢູ) ບັນລຸຂໍ້ຕົກລົງດ້ານການເມືອງ ເພື່ອຈະລະດົມທຶນຕື່ມອີກ 20 ຕື້ເອີໂຣ ຈາກບັນດາຕະຫຼາດກາກບອນ ເພື່ອຊ່ວຍອຸປະຖຳໃຫ້ແກ່ແຜນການຢຸດຕິການອີງໃສ່ເຊື້ອເພີງຟອກຊິວຂອງ ຣັດເຊຍ. 60% ຂອງງົບປະມານດັ່ງກ່າວແມ່ນໄດ້ລະດົມຈາກກອງທຶນປ່ຽນແປງໃໝ່ ເອີຣົບ, ປັດຈຸບັນ ໄດ້ນຳໃຊ້ງົບປະມານສ່ວນ ໜຶ່ງເຂົ້າໃນຂົງເຂດເຕັກໂນໂລຊີສີຂຽວ…

ກຳປູເຈຍເປີດນຳໃຊ້ ໂຮງໄຟຟ້າຂະໜາດໃຫຍ່ສຸດໃນປະເທດ

ກຳປູເຈຍເປີດນຳໃຊ້ ໂຮງໄຟຟ້າຂະໜາດໃຫຍ່ສຸດໃນປະເທດ

ໂຮງໄຟຟ້າຖ່ານຫີນ “ຫົວຕຽນ ພະສີໜຸ” ຂອງກຳປູເຈຍ ໄດ້ຮັບການເປີດເຄື່ອງຈັກຢ່າງເປັນທາງການ ໃນອາທິດນີ້ ຫລັງໃຊ້ເວລາກໍ່ສ້າງມາປະມານ 2 ປີ ດ້ວຍການສະໜັບສະໜູນຈາກຈີນ ແລະ ມີກຳລັງການຜະລິດໄຟຟ້າຫລາຍທີ່ສຸດ. ວັນທີ 17 ທັນວາ, ສຳນັກຂ່າວຊິນຮົວລາຍງານວ່າ: ກຳປູເຈຍເລີ່ມເປີດເຄື່ອງຈັກໂຮງໄຟຟ້າຖ່ານຫີນຫົວຕຽນ ພະສີໜຸ ຕັ້ງຢູ່ແຂວງພະສີໜຸ ແຄມຝັ່ງທາງຕາເວັນຕົກຂອງປະເທດ…

ອີລອນ ມັສ ຖືກວິຈານໜັກ ຫລັງສັ່ງໂຈະບັນຊີ Twitter ຂອງນັກຂ່າວຫລາຍຄົນ

ອີລອນ ມັສ ຖືກວິຈານໜັກ ຫລັງສັ່ງໂຈະບັນຊີ Twitter ຂອງນັກຂ່າວຫລາຍຄົນ

ວັນທີ 16 ທັນວາ, ເຈົ້າໜ້າທີ່ລັດຖະບານ, ກຸ່ມຜູ້ສະໜັບສະໜູນ ແລະ ອົງການສື່ຈາກທົ່ວໂລກ ໄດ້ອອກມາວິພາກວິຈານກໍລະນີ Twitter ສັ່ງໂຈະບັນຊີການນຳໃຊ້ຂອງນັກຂ່າວຢ່າງໜ້ອຍ 5 ຄົນ ໂດຍອ້າງວ່າພວກເຂົາເປີດເຜີຍທີ່ຢູ່ຂອງ ອີລອນ ມັສ ແບບຕົວຈິງ. ເຈົ້າໜ້າທີ່ຈາກຝຣັ່ງ, ເຢຍລະມັນ, ອັງກິດ ແລະ…

ລັດຖະມົນຕີເປລູລາອອກ 2 ຄົນໃນມື້ດຽວ ຫລັງເຫດປະທ້ວງທະວີຄວາມຮຸນແຮງຈົນມີຄົນຕາຍເພີ່ມ

ລັດຖະມົນຕີເປລູລາອອກ 2 ຄົນໃນມື້ດຽວ ຫລັງເຫດປະທ້ວງທະວີຄວາມຮຸນແຮງຈົນມີຄົນຕາຍເພີ່ມ

ວັນທີ 16 ທັນວາ, ສະມາຊິກຄະນະລັດຖະບານຂອງເປລູປະກາດລາອອກພ້ອມກັນ 2 ຄົນໃນມື້ດຽວ ຫລັງຈາກການປະທ້ວງໃນປະເທດຮຸນແຮງຂຶ້ນເລື້ອຍໆ ຈົນມີຜູ້ເສຍຊີວິດເພີ່ມຂຶ້ນ. Patricia Correa ລັດຖະມົນຕີກະຊວງສຶກສາທິການ ແລະ Jair Perez ລັດຖະມົນຕີກະຊວງວັດທະນະທຳ ໄດ້ປະກາດລາອອກຈາກຕຳແໜ່ງຜ່ານທາງ Twitter ໃນວັນທີ 16 ທັນວາ…

ຊຽງໄຮ້ຮຽກຮ້ອງໃຫ້ບັນດາໂຮງຮຽນສອນອອນລາຍ ເລີ່ມ 19 ທັນວານີ້ ຫລັງສະຖານະການໂຄວິດຮຸນແຮງຂຶ້ນ

ຊຽງໄຮ້ຮຽກຮ້ອງໃຫ້ບັນດາໂຮງຮຽນສອນອອນລາຍ ເລີ່ມ 19 ທັນວານີ້ ຫລັງສະຖານະການໂຄວິດຮຸນແຮງຂຶ້ນ

ສຳນັກການສຶກສາຂອງຊຽງໄຮ້ໄດ້ຮຽກຮ້ອງໃຫ້ໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍສ່ວນຫລາຍຈັດຊັ້ນຮຽນທາງອອນລາຍນັບແຕ່ວັນທີ 19 ທັນວານີ້ ເນື່ອງຈາກການຕິດເຊື້ອໂຄວິດ-19 ທະວີຄວາມຮຸນແຮງຂຶ້ນໃນເມືອງໃຫຍ່ໆທົ່ວປະເທດຈີນ. ສຳນັກງານການສຶກສາຊຽງໄຮ້ຍັງໄດ້ຮຽກຮ້ອງໃນວັນທີ 17 ທັນວາ ໃຫ້ໂຮງຮຽນອະນຸບານ ແລະ ສູນລ້ຽງເດັກຕ່າງໆໃນຊຽງໄຮ້ປິດຊັ້ນຮຽນແບບພົບປະກັນທັງໝົດນັບແຕ່ວັນທີ 19 ທັນວານີ້ນຳອີກ. ສຳນັກຂ່າວຣອຍເຕີລາຍງານວ່າ: ໃນອາທິດຜ່ານມາ, ຈີນໄດ້ຍົກເລີກມາດຕະການຄວບຄຸມໂຄວິດທີ່ເຂັ້ມງວດທີ່ສຸດໃນໂລກ ແລະ…

ສສຊ ສະເໝີໃຫ້ຂະຫຍາຍສະຖານທີ່ເຮັດໜັງສືຜ່ານແດນ ແລະ ນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ ເພື່ອບໍ່ໃຫ້ມີການລຽນຄິວແອອັດ

ສສຊ ສະເໝີໃຫ້ຂະຫຍາຍສະຖານທີ່ເຮັດໜັງສືຜ່ານແດນ ແລະ ນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ ເພື່ອບໍ່ໃຫ້ມີການລຽນຄິວແອອັດ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆໄດ້ພິຈາລະນາຄົ້ນຄວ້າເນື້ອໃນບາງມາດຕາ ບາງຄໍາສັບຂອງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ ຊຶ່ງເປັນກົດໝາຍສ້າງໃໝ່ເພື່ອໃຫ້ກົດໝາຍສະບັບນີ້ເປັນລະບົບຄົບຊຸດ, ສອດຄ່ອງຮັດກຸມ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມກວດກາວຽກງານໜັງສືຜ່ານແດນເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບ,…