ຟ້ອງທະນາຄານໃຫຍ່ທີ່ສຸດຂອງອົດສະຕຣາລີ ລະເມີດກົດໝາຍໃຫ້ທຶນກໍ່ການຮ້າຍ

ທາງການອົດສະຕຣາລີຟ້ອງຮ້ອງຄອມມອນເວລແບງ ທະນາຄານໃຫຍ່ທີ່ສຸດຂອງປະເທດຂໍ້ຫາບໍ່ປະຕິບັດຕາມຢ່າງຮ້າຍແຮງ ແລະ ເປັນລະບົບຕໍ່ກົດໝາຍຕໍ່ຕ້ານການຟອກເງິນ ແລະ ກົດໝາຍຕໍ່ຕ້ານການໃຫ້ທຶນສະໜັບສະໜູນການກໍ່ການຮ້າຍ.
ສູນວິເຄາະ ແລະ ລາຍງານທຸລະກຳອົດສະຕຣາລີ ຖະແຫລງວ່າ: ໄດ້ຟ້ອງທະນາຄານຄອມມອນເວລຕໍ່ສານລັດຖະບານກາງ ຂໍ້ຫາລະເມີດກົດໝາຍ 53.700 ຄັ້ງ ເນື່ອງຈາກຊັກຊ້າໃນການລາຍງານທຸລະກຳເງິນສົດນັບແຕ່ 10.000 ໂດລາອົດສະຕຣາລີ ຂຶ້ນໄປຢູ່ເຄື່ອງຮັບເງິນສົດອັດຕະໂນມັດ 53.506 ຄັ້ງລະຫວ່າງເດືອນພະຈິກ 2012 ຫາເດືອນກັນຍາ 2015 ລວມ 624,7 ລ້ານໂດລາອົດສະຕຣາລີ ຊັກຊ້າ ຫລື ບໍ່ລາຍງານທຸລະກຳຕ້ອງສົງໄສ 77 ລ້ານໂດລາອົດສະຕຣາລີ ແລະ ບໍ່ເຝົ້າສັງເກດລູກຄ້າ ຫລື ແກ້ໄຂຄວາມສ່ຽງທັງທີ່ຮູ້ວ່າອາດມີການຟອກເງິນ.
ສ່ວນທະນາຄານຄອມມອນເວລ ເຊິ່ງເປັນທະນາຄານທີ່ມີທຶນຈົດທະບຽນຫລາຍທີ່ສຸດໃນອົດສະຕຣາລີຖະແຫລງຊີ້ແຈງວ່າ: ພວມຫາລືກັບສູນດັ່ງກ່າວ ແລະ ໃຫ້ການຮ່ວມມືກັບການສອບສວນຢ່າງເຕັມທີ່. ປົກກະຕິແລ້ວ ທະນາຄານຈະລາຍງານທຸລະກຳໃຫ້ສູນດັ່ງກ່າວປີລະກວ່າ 4 ລ້ານຄັ້ງ ໂດຍຈະກວດສອບ ແລະ ຕໍ່ຕ້ານທຸລະກຳຕ້ອງສົງໄສໃຫ້ໄວທີ່ສຸດ ແລະ ດີທີ່ສຸດ. ທັງນີ້ ຖ້າສານຊີ້ວ່າມີຄວາມຜິດ, ທາງທະນາຄານອາດຖືກປັບໄໝເປັນເງິນຈຳນວນຫລາຍ.

