ອີລອນ ມັສ ຖືກວິຈານໜັກ ຫລັງສັ່ງໂຈະບັນຊີ Twitter ຂອງນັກຂ່າວຫລາຍຄົນ

ວັນທີ 16 ທັນວາ, ເຈົ້າໜ້າທີ່ລັດຖະບານ, ກຸ່ມຜູ້ສະໜັບສະໜູນ ແລະ ອົງການສື່ຈາກທົ່ວໂລກ ໄດ້ອອກມາວິພາກວິຈານກໍລະນີ Twitter ສັ່ງໂຈະບັນຊີການນຳໃຊ້ຂອງນັກຂ່າວຢ່າງໜ້ອຍ 5 ຄົນ ໂດຍອ້າງວ່າພວກເຂົາເປີດເຜີຍທີ່ຢູ່ຂອງ ອີລອນ ມັສ ແບບຕົວຈິງ.
ເຈົ້າໜ້າທີ່ຈາກຝຣັ່ງ, ເຢຍລະມັນ, ອັງກິດ ແລະ ສະຫະພາບເອີຣົບ ປະນາມການໂຈະບັນຊີດັ່ງກ່າວ ໂດຍເບິ່ງວ່າ: Twitter ກາຍເປັນແພກຟອມທີ່ອັນຕະລາຍຕໍ່ເສລີພາບສື່. ຂະນະທີ່ຂ່າວດັ່ງກ່າວກົດດັນໃຫ້ຫຸ້ນຂອງ Tesla ເຊິ່ງ ມັສ ເປັນເຈົ້າຂອງເຊັ່ນກັນ ຫລຸດລົງເຖິງ 4,7% ໃນວັນທີ 16 ທັນວາ ໂດຍນັກລົງທຶນກັງວົນວ່າ ມັສ ອາດບໍ່ສຸມໃສ່ທຸລະກິດເທົ່າທີ່ຄວນ ຕະຫລອດຈົນບັນຫາເສດຖະກິດໂລກຂະຫຍາຍຕົວຊ້າ.
Roland Lescure ລັດຖະມົນຕີກະຊວງອຸດສາຫະກຳຂອງຝຣັ່ງ ກ່າວວ່າ: ທ່ານຈະໂຈະກິດຈະກຳຂອງຕົນໃນ Twitter. ຂະນະທີ່ Melissa Fleming ຫົວໜ້າຝ່າຍສື່ສານຂອງອົງການສະຫະປະຊາຊາດ (UN) ກ່າວວ່າ: ນາງຮູ້ສຶກກະວົນກະວາຍໃຈຈາກກໍລະນີ Twitter ສັ່ງໂຈະບັນຊີນັກຂ່າວ. ພ້ອມລະບຸວ່າ: “ເສລີພາບສື່ບໍ່ແມ່ນຂອງຫລິ້ນ”.
ສ່ວນກະຊວງການຕ່າງປະເທດເຢຍລະມັນໄດ້ເຕືອນ Twitter ວ່າ: ທາງກະຊວງມີບັນຫາຕໍ່ການເຄື່ອນໄຫວທີ່ຄຸກຄາມເສລີພາບສື່.
ສຳນັກຂ່າວ Reuters ລາຍງານວ່າ: ການໂຈະບັນຊີເລີ່ມຕົ້ນໃນວັນທີ 14 ທັນວາ ເຊິ່ງ Twitter ໄດ້ໂຈະການນຳໃຊ້ບັນຊີ @elonjet ທີ່ຕິດຕາມການນຳໃຊ້ເຮືອບິນສ່ວນຕົວຂອງ ມັສ, ແຕ່ບັນຊີດັ່ງກ່າວນຳໃຊ້ຂໍ້ມູນການບິນສາທາລະນະທີ່ທຸກຄົນສາມາດເຂົ້າເຖິງໄດ້ ເຮັດໃຫ້ເກີດການວິພາກວິຈານຢ່າງໜັກ. ນອກຈາກນີ້ ຍັງມີລາຍງານວ່າ: Twitter ໄດ້ໂຈະບັນຊີອື່ນໆທີ່ຕິດຕາມການເດີນທາງຂອງເຮືອບິນສ່ວນຕົວນຳອີກ ເຖິງວ່າກ່ອນໜ້ານີ້ ມັສ ຈະເຄີຍລະບຸວ່າ: ລາວຈະບໍ່ໂຈະບັນຊີ @elonjet ເພື່ອໃຫ້ເປັນໄປຕາມຫລັກເສລີພາບທາງການເວົ້າກໍຕາມ.
ຫລັງຈາກນັ້ນ Twitter ໄດ້ປ່ຽນນະໂຍບາຍການເປັນສ່ວນຕົວ ໂດຍລະບຸຫ້າມບໍ່ໃຫ້ມີການແຊຣ໌ຂໍ້ມູນທີ່ຢູ່ຂອງບຸກຄົນແບບຕົວຈິງ.
ຕໍ່ມາໃນວັນທີ 15 ທັນວາ ມີລາຍງານວ່າ: ບັນຊີ Twitter ຂອງນັກຂ່າວຫລາຍຄົນ ທັງຈາກ The New York Times, CNN ແລະ The Washington Post ຖືກໂຈະການນຳໃຊ້ໂດຍບໍ່ມີການແຈ້ງລ່ວງໜ້າ.
ເຖິງຢ່າງໃດກໍຕາມ, Ella Irwin ຫົວໜ້າຝ່າຍຄວາມໄວ້ວາງໃຈ ແລະ ຄວາມປອດໄພຂອງ Twitter ໄດ້ສົ່ງອີເມລຊີ້ແຈງມາຫາສຳນັກຂ່າວ Reuters ໃນວັນທີ 16 ທັນວາວ່າ: ທາງທີມງານໄດ້ທົບທວນບັນຊີຕ່າງໆທີ່ມີການລະເມີດນະໂຍບາຍການເປັນສ່ວນຕົວໃໝ່ຂອງບໍລິສັດ ເຊັ່ນກໍລະນີຂອງ @elonjet.
ອ້າງອີງ:

