ຮາມັດປ່ອຍຕົວປະກັນຊຸດທີ 3 ອີກ 17 ຄົນ

ກຸ່ມຮາມັດປ່ອຍຕົວປະກັນຊຸດທີ 3 ເພີ່ມອີກ 17 ຄົນ ໃນວັນທີ 26 ພະຈິກ ເຊິ່ງເປັນວັນທີ 3 ຂອງການຢຸດຍິງຊົ່ວຄາວຕາມຂໍ້ຕົກລົງລະຫວ່າງອິດສະລາແອນ ແລະ ຮາມັດ.

ໂດຍໃນຈໍານວນຕົວປະກັນທີ່ໄດ້ຮັບການປ່ອຍຕົວເພີ່ມ ນອກຈາກຊາວອິດສະລາແອນ 13 ຄົນ ຍັງມີຊາວຕ່າງປະເທດລວມຢູ່ນໍາ 4 ຄົນ ແບ່ງເປັນຄົນໄທ 3 ຄົນ ແລະ ເດັກຍິງອາເມລິກາອາຍຸ 4 ປີ ອີກ 1 ຄົນ. ຂະນະທີ່ອິດສະລາແອນໄດ້ປ່ອຍຕົວນັກໂທດປາແລັສຕິນອີກ 39 ຄົນ ເຊິ່ງຮາມັດໄດ້ສົ່ງຕົວປະກັນທັງໝົດໃຫ້ຄະນະກໍາມະການກາຊາດສາກົນ (ICRC) ແລ້ວ ກ່ອນຈະເດີນທາງອອກຈາກກາຊາຂ້າມແດນໄປອີຢິບ ແລະ ໄປຮອດອິດສະລາແອນ.

ທັງນີ້, ກຸ່ມຮາມັດສະແດງທ່າທີວ່າຕ້ອງການຂະຫຍາຍເວລາຢຸດຍິງ ຖ້າມີຄວາມພະຍາຍາມຢ່າງຈິງຈັງໃຫ້ອິດສະລາແອນເພີ່ມຈໍານວນການປ່ອຍຕົວນັກໂທດປາແລັສຕິນ.

ຂະນະທີ່ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໄດ້ຖະແຫລງຂ່າວສະແດງຄວາມຄາດຫວັງວ່າການຢຸດຍິງຊົ່ວຄາວຈະດໍາເນີນຕໍ່ໄປຕາບເທົ່າທີ່ຕົວປະກັນໄດ້ຮັບການປ່ອຍຕົວ ແລະ ທ່ານຫວັງວ່າກຸ່ມຮາມັດຈະປ່ອຍຕົວຊາວອາເມລິກາເພີ່ມຂຶ້ນ.

ເຖິງຢ່າງໃດກໍຕາມ, ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກ່າວວ່າ: ທ່ານໄດ້ເຈລະຈາກັບທ່ານ ໄບເດນ ກ່ຽວກັບເລື່ອງການປ່ອຍຕົວປະກັນ ແລະ ກ່າວວ່າ: ຍິນດີຈະຂະຫຍາຍເວລາການຢຸດຍິງຊົ່ວຄາວ ຖ້ານັ້ນໝາຍຄວາມວ່າ: ໃນທຸກໆວັນ ຮາມັດຈະມີການປ່ອຍຕົວປະກັນ 10 ຄົນ, ແຕ່ຢືນຢັນວ່າ: ເມື່ອສິ້ນສຸດການຢຸດຍິງ ກອງທັບອິດສະລາແອນຈະກັບມາປະຕິບັດການຢ່າງເຕັມກໍາລັງເພື່ອບັນລຸເປົ້າໝາຍຄືການກໍາຈັດກຸ່ມຮາມັດ ແລະ ເພື່ອໃຫ້ແນ່ໃຈວ່າເຂດກາຊາຈະບໍ່ກັບຄືນສູ່ສະພາບເກົ່າ ລວມທັງການປ່ອຍຕົວປະກັນທຸກຄົນ.

ອ້າງອີງ: