ພໍ່ແມ່ສົງໄສລູກໜ້າຕາດີເກີນ
ສົງໄສມາ 28 ປີ ເປັນຫຍັງລູກຊາຍໜ້າຕາດີເກີນ ? ພໍ່ແມ່ພາກວດ DNA ຕົກໃຈ ! ບໍ່ແມ່ນລູກຊາຍຂອງຕົນເອງ, ໂວຍວາຍໂຮງໝໍບົກພ່ອງສົ່ງເດັກໃຫ້ຜິດຄົນ.
ເວັບໄຊຂ່າວຈີນ “ເດິ ເປເປີ” ລາຍງານຈາກເມືອງຊຽງໄຮ້ ປະເທດຈີນ ໃນວັນທີ 2 ສິງຫານີ້ວ່າ: ຄູ່ຜົວເມຍຢູ່ເມືອງຊຽງໄຮ້ຂອງຈີນ ລ້ຽງລູກຊາຍທີ່ຄິດວ່າເປັນລູກຂອງຕົນເອງມາເປັນເວລາ 28 ປີ, ຂະນະທີ່ໃນໃຈພວກເຂົາກໍມີຂໍ້ສົງໄສວ່າ: ເຫດໃດລູກຊາຍຈຶ່ງໜ້າຕາດີເກີນຜູ້ເປັນພໍ່ແມ່. ຈາກຄວາມສົງດັ່ງກ່າວ ເຮັດໃຫ້ມີການຜິດຖຽງກັນ ເພາະຝ່າຍຜົວຄິດວ່າເມຍຂອງຕົນນອກໃຈແລ້ວມີລູກຊາຍຄົນນີ້ເກີດຂຶ້ນມາ. ທັງສອງຢ່າຮ້າງກັນໃນປີ 2004. ຈາກນັ້ນຝ່າຍຜົວຈຶ່ງຂໍໃຫ້ມີການກວດພິສູດ DNA ຂອງລູກຊາຍເພື່ອໃຫ້ຄວາມຈິງໄດ້ຮັບການພິສູດ. ກ່ອນຈະພົບວ່າ: DNA ຂອງຜູ້ເປັນລູກບໍ່ກົງກັບທັງພໍ່ ແລະ ແມ່ ເຮັດໃຫ້ພວກເຂົາຕັ້ງຂໍສົງໄສຂຶ້ນມາວ່າ: ຄວາມຜິດພາດອາດເກີດຂຶ້ນນັບແຕ່ຕອນເກີດຢູ່ໂຮງໝໍຊຽງໄຮ້ໃນປີ 1989 ແລ້ວ ໂດຍມີຄວາມເປັນໄປໄດ້ວ່າ: ພະຍາບານຈະອຸ້ມເດັກຜິດຄົນມາສົ່ງໃຫ້ພວກເຂົາ.
ຜູ້ເປັນແມ່ ນາມສະກຸນ ຈາງ ເປີດເຜີຍກັບສື່ທ້ອງຖິ່ນວ່າ: ພວກເຂົາມັກເດືອດຮ້ອນເພາະຮູບລັກສະນະຂອງລູກຊາຍທີ່ພວກເຂົາຕັ້ງຊື່ໃຫ້ວ່າ ຫວັງ ເຢ ສະເໝີ ເນື່ອງຈາກໃບໜ້າຂອງ ຫວັງ ແຕກຕ່າງຈາກພວກເຂົາເຊັ່ນ: ຫວັງ ຈະມີໜ່ວຍຕາໃຫຍ່ ແລະ ດັງໂມ ເຊິ່ງເປັນສິ່ງທີ່ພໍ່ແມ່ຂອງລາວບໍ່ມີ ໂດຍສະເພາະຜູ້ເປັນພໍ່ເຊິ່ງບໍ່ໄດ້ໜ້າຕາດີເລີຍ ເຮັດໃຫ້ພໍ່ກັບລູກມີໃບໜ້າທີ່ຂ້ອນຂ້າງແຕກຕ່າງກັນ. ທັງນີ້ ເມື່ອຄວາມຈິງຖືກພິສູດອອກມາແລ້ວ, ທ້າວ ຫວັງ ເຢ ກ່າວວ່າ: ລາວເອງກໍຕົກໃຈເຊັ່ນກັນ ເນື່ອງຈາກທັງໝົດຢູ່ຮ່ວມກັນເປັນຄອບຄົວມາດົນແລ້ວ ແລະ ຍັງເຮັດໃຈໃຫ້ເຊື່ອຄວາມຈິງດັ່ງກ່າວບໍ່ໄດ້. ປັດຈຸບັນນາງ ຈາງ ກຳລັງດຳເນີນການຮ້ອງຟ້ອງໂຮງໝໍຊຽງໄຮ້ ຮຽກຄ່າເສຍຫາຍມູນຄ່າ 1,3 ລ້ານຢວນ ແລະ ຕ້ອງການຫາລູກທີ່ແທ້ຈິງໃຫ້ພົບ ລວມທັງຕ້ອງການຕາມຫາພໍ່ແມ່ທີ່ແທ້ຈິງໃຫ້ກັບ ຫວັງ ເຢ, ສ່ວນໂຮງໝໍທີ່ຕົກເປັນຜູ້ຕ້ອງສົງໄສວ່າເຮັດຜິດພາດກຳລັງສອບສວນເລື່ອງດັ່ງກ່າວເຊັ່ນກັນ.

