ງານມະຫະກຳກິລາແຫ່ງຊາດຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ແລະ ພວມດຳເນີນດ້ວຍຄວາມເບີກບານ

ໂດຍ: ທິດກໍ່າ

ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍໄດ້ຮັບກຽດເຂົ້າຮ່ວມຈາກ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ແລະ ບັນດາທ່ານການນຳຈາກສູນກາງ ແລະ ທ້ອງຖິ່ນ, ມີແຂກພາຍໃນ ແລະ ຕ່າງປະເທດ ຕະຫລອດເຖິງພໍ່ແມ່ປະຊາຊົນຊາວຊຽງຂວາງເປັນຈຳນວນຄັບຄາໜາແໜ້ນ. ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບຖືວ່າເປັນຄັ້ງປະຫວັດສາດຂອງແຂວງ ທັງເປັນນິມິດໝາຍທີ່ດີ ພາຍຫລັງໄດ້ແກ່ຍາວມາເປັນເວລາຫລາຍປີ ຍ້ອນເຫດຜົນຫລາຍປະການ ເປັນຕົ້ນໃນປີ 2018 ປະເທດເຮົາປະສົບບັນຫາອຸທົກກະໄພຢ່າງໜັກໜ່ວງຢູ່ພາກໃຕ້ ແລະ ຕໍ່ມາໃນປີ 2019 ຫາ 2021 ກໍແມ່ນການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ແກ່ຍາວມາຮອດເດືອນທັນວາ 2022 ຈຶ່ງສາມາດຈັດງານມະຫະກຳກິລາແຫ່ງຊາດຄັ້ງນີ້ໄດ້.

ແຕ່ແນວໃດກໍຕາມ, ການຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງໄດ້ຈັດຂຶ້ນຖືວ່າຍິ່ງໃຫຍ່ອາລັງການສົມກັບວ່າເປັນແຂວງທີ່ມີການພັດທະນາຢ່າງວ່ອງໄວ ເຊິ່ງກ່ອນໜ້ານັ້ນຫ້າຫົກສິບປີຫລັງ ແຂວງຊຽງຂວາງຖືກສົງຄາມຮຸກຮານ, ຈັກກະພັດອາເມລິກາໄດ້ຖິ້ມລະເບີດນາປານໃສ່ຢ່າງໜັກໜ່ວງ, ເຮືອນຊານບ້ານຊ່ອງ, ຕຶກອາຄານ, ຫ້າງຮ້ານ, ວັດວາອາຮາມ, ສຳນັກງານອົງການ ແລະ ໄຮ່ນາຮົ້ວສວນ, ພື້ນຖານການຜະລິດຂອງປະຊາຊົນບັນດາເຜົ່າຖືກເຜົາຜານທຳລາຍຈົນຮາບກ້ຽງ.

ແຕ່ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍນັບແຕ່ປີ 1975 ແຂວງຊຽງຂວາງກໍເປັນແຂວງໜຶ່ງທີ່ໄດ້ຮັບການຟື້ນຟູຄືນໃໝ່ ແລະ ມີການພັດທະນາຢ່າງວ່ອງໄວ ຈົນມາຮອດປັດຈຸບັນແຂວງຊຽງຂວາງວິລະຊົນສາມາດຈັດງານມະຫະກຳກິລາແຫ່ງຊາດຂຶ້ນຢ່າງຄຶກຄື້ນອາລັງການສົມກັບນາມມະຍົດເປັນແຂວງວິລະຊົນໃນການຕໍ່ສູ້ກັບສັດຕູຜູ້ຮຸກຮານ ແລະ ສົມກັບການລໍຄອຍມາຫລາຍປີຂອງຊາວຊຽງຂວາງ, ຄາດວ່ານັບຈາກນີ້ໄປໃນອະນາຄົດຕໍ່ໜ້າ ແລະ ຍາວນານ ແຂວງຊຽງຂວາງເຮົາຈະກາຍເປັນແຂວງໜຶ່ງທີ່ມີການພັດທະນາ, ມີຄວາມຈະເລີນຮຸ່ງເຮືອງ ແລະ ກ້າວໄປໜ້າຄຽງຄູ່ກັບແຂວງອື່ນໆໃນທົ່ວປະເທດຢ່າງບໍ່ຢຸດຢັ້ງ.

ໃນງານມະຫະກຳກິລາແຫ່ງຊາດທີ່ແຂວງຊຽງຂວາງເປັນເຈົ້າພາບຄັ້ງນີ້ໄດ້ມີຄະນະນັກກິລາຈາກ 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງເຂົ້າຮ່ວມແຂ່ງຂັນ ໂດຍຈັດໃຫ້ມີ 25 ປະເພດກິລາ, ມີນັກກິລາເຂົ້າຮ່ວມທັງໝົດ 3 ພັນກວ່າຄົນ ແລະ ມີຫລຽນ 2.598 ຫລຽນ ເພື່ອພິທັກຍາດແຍ່ງຄວາມເປັນເຈົ້າໃນສັງວຽນທີ່ເຂັ້ມຂຸ້ນຄຶກຄື້ນ.
ເຖິງຢ່າງໃດກໍດີ, ຜ່ານການແຂ່ງຂັນມາແຕ່ມື້ເລີ່ມຕົ້ນມາຮອດວັນທີ 15 ທັນວາ 2022 ເຫັນວ່າຄະນະນັກກິລາແຂວງຊຽງຂວາງໄດ້ເປັນເຈົ້າຄອບຄອງຫລຽນຫລາຍກວ່າໝູ່ ຄືໄດ້ຫລຽນຄຳທັງໝົດ 42 ຫລຽນ, ຫລຽນເງິນ 34 ຫລຽນ, ຫລຽນທອງແດງ 54 ຫລຽນ ລວມທັງໝົດທີ່ໄດ້ຮັບໄປແລ້ວ 126 ຫລຽນ ກາຍເປັນອັນດັບໜຶ່ງຂອງປະເທດ. ສ່ວນການແຂ່ງຍັງຈະສືບຕໍ່ໄປຮອດວັນທີ 22 ທັນວາ 2022 ງານຈຶ່ງຈະໄດ້ປິດລົງຢ່າງເປັນທາງການ.

ງານມະຫະກຳກິລາແຫ່ງຊາດໄດ້ຈັດຂຶ້ນໃນທຸກໆ 3 ປີ ເພື່ອເປັນການຊຸກຍູ້ສົ່ງເສີມແວດວົງກິລາລາວທຸກໆປະເພດໃຫ້ມີການພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ ວຽກງານກິລາຍັງນອນຢູ່ໃນຫລັກມູນການສຶກສາຂອງລາວເຮົາຄື: ປັນຍາສຶກສາ, ຄຸນສົມບັດສຶກສາ, ສິລະປະສຶກສາ, ແຮງງານສຶກສາ ແລະ ສິລະປະສຶກສາ. ສະນັ້ນ ທຸກໆສາມປີທີ່ໄດ້ຈັດງານມະຫະກຳກິລາແຫ່ງຊາດລ້ວນແລ້ວແຕ່ເປັນການພິສູດເຖິງການພັດທະນາດ້ານກິລາຂອງແຕ່ລະເຂດແຂວງ, ທ້ອງຖິ່ນໃນທົ່ວປະເທດ. ຖ້າເຂດແຂວງໃດໄດ້ທີ່ໂຫລ້ຍກໍຄືແຂວງນັ້ນຍັງບໍ່ມີການພັດທະນາເທົ່າທີ່ຄວນຈະຕ້ອງໄດ້ສູ້ຊົນບຸກບືນເຄັ່ງໂສ້ໃຫ້ສົມກັບການພັດທະນາຂອງປະເທດຊາດ.