ກຳປູເຈຍເປີດນຳໃຊ້ ໂຮງໄຟຟ້າຂະໜາດໃຫຍ່ສຸດໃນປະເທດ

ໂຮງໄຟຟ້າຖ່ານຫີນ “ຫົວຕຽນ ພະສີໜຸ” ຂອງກຳປູເຈຍ ໄດ້ຮັບການເປີດເຄື່ອງຈັກຢ່າງເປັນທາງການ ໃນອາທິດນີ້ ຫລັງໃຊ້ເວລາກໍ່ສ້າງມາປະມານ 2 ປີ ດ້ວຍການສະໜັບສະໜູນຈາກຈີນ ແລະ ມີກຳລັງການຜະລິດໄຟຟ້າຫລາຍທີ່ສຸດ.

ວັນທີ 17 ທັນວາ, ສຳນັກຂ່າວຊິນຮົວລາຍງານວ່າ: ກຳປູເຈຍເລີ່ມເປີດເຄື່ອງຈັກໂຮງໄຟຟ້າຖ່ານຫີນຫົວຕຽນ ພະສີໜຸ ຕັ້ງຢູ່ແຂວງພະສີໜຸ ແຄມຝັ່ງທາງຕາເວັນຕົກຂອງປະເທດ ໃນວັນທີ 16 ທັນວາຜ່ານມາ ເຊິ່ງເປັນໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍຢ່າງເປັນທາງການ.

ໂຮງໄຟຟ້າຖ່ານຫີນຫົວຕຽນ ພະສີໜຸ ຢູ່ພາຍໃຕ້ການບໍລິຫານໂດຍບໍລິສັດ ການລົງທຶນຕ່າງປະເທດຫົວຕຽນ ຈຳກັດ ຂອງຈີນ ເຊິ່ງເຜີຍແພ່ລາຍງານວ່າ: ໂຮງໄຟຟ້າແຫ່ງດັ່ງກ່າວປັບໃຊ້ມາດຕະຖານ, ເຕັກໂນໂລຊີ ແລະ ອຸປະກອນຂອງຈີນ ໂດຍມີກຳລັງການຜະລິດຕິດຕັ້ງ 2×350 ເມກາວັດ.

ທັງນີ້, ການດຳເນີນງານເຕັມຮູບແບບຂອງໂຮງໄຟຟ້າຖ່ານຫີນຫົວຕຽນ ພະສີໜຸ ມີຄວາມສຳຄັນຕໍ່ການພັດທະນາໂຄງສ້າງອຸປະທານໄຟຟ້າ ແລະ ເຮັດໃຫ້ໂຄງສ້າງພະລັງງານຂອງກຳປູເຈຍສົມບູນແບບ ໂດຍການກໍ່ສ້າງໂຮງໄຟຟ້າແຫ່ງນີ້ໃຊ້ເວລາ 27 ເດືອນ ຄືລະຫວ່າງເດືອນສິງຫາ 2020 ຈົນຮອດເດືອນພະຈິກປີນີ້.

ຂະນະທີ່ຂໍ້ມູນຈາກອົງການໄຟຟ້າກຳປູເຈຍລະບຸວ່າ: ຄວາມຕ້ອງການໄຟຟ້າພາຍໃນປະເທດເພີ່ມຂຶ້ນເປັນ 4.014 ເມກາວັດ ໃນປີ 2021 ເຊິ່ງເພີ່ມຂຶ້ນ 1% ຈາກ 3.972 ເມກາວັດ ໃນປີ 2020 ໂດຍໄຟຟ້າປະມານ 3.033 ເມກາວັດ ມາຈາກເຂື່ອນຜະລິດໄຟຟ້າພະລັງນ້ຳ, ໂຮງໄຟຟ້າຖ່ານຫີນ, ໂຮງໄຟຟ້ານ້ຳມັນແອັດຊັງ, ໂຮງໄຟຟ້າພະລັງງານແສງຕາເວັນ ແລະ ໂຮງໄຟຟ້າພະລັງງານຊີວະມວນ, ສ່ວນກະແສໄຟຟ້າອີກ 981 ເມກາວັດ ມາຈາກການນຳເຂົ້າຈາກປະເທດໃກ້ຄຽງຄືໄທ, ລາວ ແລະ ຫວຽດນາມ.