ການຊ້ອມຮົບຮ່ວມຫລາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບມິດຕະພາບ 2023“ ( AMAN YOU YI 2023 ) ທີ່ ເມືອງຈ້ານຈ້ຽງ ແຂວງ ກວາງຕຸ້ງ ສປ ຈີນ ໄດ້ດໍາເນີນມາແຕ່ວັນທີ 13-22 ພະຈິກ 2023 ໄດ້ຈັດຕັ້ງສະແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນ ສຳເລັດລົງດ້ວຍໝາກຜົນອັນຈົບງາມ ແລະ ໄດ້ຈັດຕັ້ງພິທີປີດການຝຶກຊ້ອມຮ່ວມລົງຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງ ພົນເອກ ຫລີວເຈີ້ນລີ້ ຫົວໜ້າເສນາກົມເສນາທິການປະສານເຫຼົ່າ, ຄະນະກໍາມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີບັນດາທ່ານ, ບັນດາຄະນະນໍາ, ຄະນະຮັບຜິດຊອບ ແລະ ກຳລັງຝຶກຊ້ອມຂອງ 6 ປະເທດຄື: ລາວ, ຈີນ, ຫວຽດ, ກຳປູເຈຍ, ມາເລເຊຍ ແລະ ໄທ.
ໂອກາດ, ເຂົ້ານຮ່ວມຊົມການສະແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນ ແລະ ພິທີປີດການຝຶກຊ້ອມຮ່ວມຫລາຍຝ່າຍທີ່ ສປ ຈີນ ເປັນເຂົ້າພາບໃນຄັ້ງນີ້, ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າກອງທັບປະຊາຊົນລາວ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງທີ່ໄດ້ເຂົ້າຮ່ວມພິທີປິດການຝືກຊ້ອມຮົບຮ່ວມຫລາຍຝ່າຍ, ສໍາລັບກອງທັບປະຊາຊົນລາວແມ່ນຄັ້ງທໍາອິດທີ່ໄດ້ນໍາເອົາກໍາລັງຈໍານວນຫລາຍອອກໄປປະຕິບັດໜ້າທີ່ຊ້ອມຮົບຮ່ວມຫລາຍຝ່າຍຢູ່ຕ່າງປະເທດ ແລະ ການຝືກຊ້ອມຄັ້ງນີ້ເປັນກາລະໂອກາດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິງໃຫ້ແກ່ນາຍທະຫານກອງທັບປະຊາຊົນລາວໄດ້ແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການຮ່ວມກັບຫລາຍປະເທດ ໂດຍສະເພາະບັນດາຫລັກການ ແລະ ຍຸດທະວິທີ ໃນການສູ້ຮົບໂຈມຕີ ເພື່ອສ້າງໃຫ້ກຳລັງຂອງຕົນມີຄວາມຊໍານິຊໍານານ, ມີປະສົບການ ແລະ ຄວາມພ້ອມເພື່ອຮັບມືກັບໄພຂົ່ມຂູ່ດ້ານຕ່າງໆໄດ້ຢ່າງມີປະສິດທິພາບສູງ.
ພົນໂທ ຄໍາລຽງ ອຸທະໄກສອນ ກ່າວຕື່ມວ່າ: ຜົນສໍາເລັດຂອງການຊ້ອມຮົບຮ່ວມຫລາຍຝ່າຍ ຄັ້ງນີ້ເປັນປະຫັວດສາດທີ່ຢັ້ງຢືນໃຫ້ເຫັນເຖີງໝາກຜົນຂອງການຮ່ວມມື ແລະ ຄວາມສາມັກຄີມິດຕະພາບ ລະຫວ່າງ 6 ກອງທັບທີ່ເຂົ້າຮ່ວມ ໃຫ້ນັບມື້ເພີ່ມທະວີ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການພົວພັນຮ່ວມມື ໃນຂົງເຂດວຽກງານປ້ອງກັນຊາດ, ການຕ້ານການກໍ່ການຮ້າຍຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍ ແລະ ກໍ່ຄວາມບໍ່ສະຫງົບ ໃຫ້ແກ່ບັນດາປະເທດໃນພາກພື້ນ ເວົ້າສະເພາະ, ກໍເພື່ອປົກປັກຮັກສາພາກພື້ນ ແລະ ໃນໂລກໃຫ້ມີຄວາມໝັ້ນຄົງ.