ອາກາດປ່ຽນແປງຢູ່ອິນເດຍເຮັດໃຫ້ຟ້າຜ່າ ມີຜູ້ເສຍຊີວິດແລ້ວ 20 ຄົນ

ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ຈາກຟ້າຜ່າ ທ່າມກາງສະພາບອາກາດປ່ຽນແປງ ຢູ່ລັດທາງຕາເວັນຕົກຂອງອິນເດຍ.
ວັນທີ 27 ພະຈິກ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທາງການລັດຄຸດຣາດ ຕັ້ງຢູ່ທາງຕາເວັນຕົກຂອງອິນເດຍລາຍງານວ່າ: ສະພາບອາກາດປ່ຽນແປງຢ່າງໜັກທີ່ເປັນຜົນມາຈາກພາຍຸ ໃນວັນທີ 26 ພະຈິກຜ່ານມາ ເຮັດໃຫ້ເກີດຟ້າຜ່າ ແລະ ມີປະຊາຊົນຢ່າງໜ້ອຍ 20 ຄົນ ເສຍຊີວິດ ອີກທັງມີສັດລ້ຽງຕາຍອີກຢ່າງໜ້ອຍ 40 ໂຕ.
ເຖິງວ່າອິນເດຍເປັນໜຶ່ງໃນປະເທດທີ່ມີປະຊາຊົນເສຍຊີວິດຈາກຟ້າຜ່າເປັນຈໍານວນຫລາຍໃນແຕ່ລະປີ, ແຕ່ຫລາຍຝ່າຍມີຄວາມກັງວົນວ່າ: ສະຖານະການຈະທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກການປ່ຽນແປງຂອງສະພາບອາກາດໂລກ ເຊິ່ງກໍາລັງຜະເຊີນສະພາບເອລນີໂຢໃນປີນີ້.

