UNSC ປະນາມກຸ່ມຕາລີບັນ ຫລັງອອກນະໂຍບາຍ ຈຳກັດສິດໃນອັບການິດສະຖານ

UNSC ປະນາມກຸ່ມຕາລີບັນ ຫລັງອອກນະໂຍບາຍ ຈຳກັດສິດໃນອັບການິດສະຖານ

ສະພາຄວາມໝັ້ນຄົງແຫ່ງ ສະຫະປະຊາຊາດ (UNSC) ໄດ້ອອກມາປະນາມຄຳສັ່ງຂອງລັດຖະບານຕາລີບັນຫ້າມບໍ່ໃຫ້ຜູ້ຍິງໃນອັບການິດສະຖານເຂົ້າຮຽນໃນມະຫາວິທະຍາໄລ ຫລື ເຮັດວຽກໃຫ້ກຸ່ມຊ່ວຍເຫລືອດ້ານມະນຸດສະທຳ, ພ້ອມຮຽກຮ້ອງຕາລີບັນເປີດໂອກາດໃຫ້ຜູ້ຍິງ ແລະ ເດັກຍິງໃນອັບການິດສະຖານໄດ້ມີສ່ວນຮ່ວມໃນກິດຈະກຳທາງສັງຄົມຢ່າງເຕັມສ່ວນ ແລະ ເທົ່າທຽມກັບເພດຊາຍ. ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງວັນທີ 20 ທັນວາ ກະຊວງສຶກສາທິການລະດັບອຸດົມສຶກສາຂອງອັບການິດສະຖານໄດ້ສັ່ງໂຈະບໍ່ໃຫ້ນັກສຶກສາຍິງເຂົ້າຮຽນໃນລະດັບມະຫາວິທະຍາໄລໂດຍບໍ່ມີກຳນົດ, ຂະນະທີ່ເດັກຍິງຖືກສັ່ງຫ້າມບໍ່ໃຫ້ເຂົ້າຮຽນໃນລະດັບມັດທະຍົມປາຍນັບແຕ່ກາງເດືອນມີນາ. ສ່ວນວັນທີ 24 ຜ່ານມາ, ລັດຖະບານຕາລີບັນໄດ້ອອກຄໍາສັ່ງໃຫ້ອົງການນອກພາກລັດ…

ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ

ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ

ທາງການອາເມລິກາລາຍງານຜົນກະທົບຈາກພາຍຸລະດູໜາວທີ່ພັດຖະຫລົ່ມຫລາຍລັດທົ່ວປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 62 ຄົນ ເຊິ່ງຢູ່ເມືອງບັບຟາໂລ ລັດນິວຢອກ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ພົບຜູ້ເສຍຊີວິດເພີ່ມເປັນ 28 ຄົນ ແລະ ຍັງເກີດໄຟຟ້າມອດກະທົບຊາວເມືອງ 4.000 ກວ່າຄົນ. ໂດຍຫລາຍວັນຜ່ານມາ, ເຈົ້າໜ້າທີ່ກູ້ໄພທ້ອງຖິ່ນຍັງພະຍາຍາມຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດຢ່າງຕໍ່ເນື່ອງ. ຂະນະທີ່ຜູ້ເສຍຊີວິດຫລາຍຄົນຖືກພົບພາຍໃນລົດ ແລະ…

ນະຄອນຫລວງເຂັ້ມງວດ ກວດກາການຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດ- ທຳລາຍຖິ້ມ ແລະ ປັບໃໝ

ນະຄອນຫລວງເຂັ້ມງວດ ກວດກາການຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດ- ທຳລາຍຖິ້ມ ແລະ ປັບໃໝ

ວັນທີ 23 ທັນວາ 2022 ຜ່ານມານີ້ ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ທໍາລາຍຊິ້ນສ່ວນສັດປ່າທີ່ ຢຶດໄດ້ຈາກແມ່ຄ້າ ທີ່ລັກລອບຄ້າຂາຍຕາມທ້ອງຕະຫຼາດ ໃນນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ພອນ ສະຫວັນ ສູນທະວົງ ຫົວຫນ້າກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫົວຫນ້າຂະແໜງ ການທີ່ກ່ຽວຂ້ອງ…

ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ

ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ 8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ

ວັນທີ 26 ທັນວາ, ສຳນັກຂ່າວຕ່າງປະເທດຫລາຍສຳນັກລາຍງານວ່າ: ທາງການຈີນກຽມເປີດຊາຍແດນປະເທດອີກເທື່ອໜຶ່ງ ໂດຍຍົກເລີກມາດຕະການກັກຕົວເພື່ອຮັບມືໂຄວິດ ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ ຫລັງປະກາດໃຊ້ແນວທາງນີ້ມາແຕ່ໂຄວິດແພ່ລະບາດໃນໄລຍະທຳອິດເມື່ອປີ 2020 ເຊິ່ງຖືເປັນການເຄື່ອນໄຫວສຳຄັນທີ່ຊີ້ວ່າຈີນກຽມປັບຕົວຢູ່ຮ່ວມກັບໂຄວິດ. ໂດຍຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໄດ້ມີມະຕິປ່ຽນແປງແນວທາງຈາກນະໂຍບາຍໂຄວິດເປັນສູນ (Zero-COVID) ມາເປັນການປັບຕົວ ແລະ…

ຝຣັ່ງກັງວົນ ໄຂ້ຫວັດສັດປີກລະບາດໜັກ ສົ່ງຜົນເຮັດໃຫ້ຂາດເຂີນສັດປີກ

ຝຣັ່ງກັງວົນ ໄຂ້ຫວັດສັດປີກລະບາດໜັກ ສົ່ງຜົນເຮັດໃຫ້ຂາດເຂີນສັດປີກ

ຝຣັ່ງຜະເຊີນການແພ່ລະບາດຂອງໄຂ້ຫວັດສັດປີກ ເຊິ່ງລຸກລາມຢ່າງວ່ອງໄວໃນຫລາຍອາທິດຜ່ານມາ ສ້າງຄວາມກັງວົນກ່ຽວກັບການຂາດເຂີນສັດປີກທີ່ອາດຮ້າຍແຮງກວ່າເກົ່າ. ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຝຣັ່ງກວດພົບການແພ່ລະບາດຂອງໄຂ້ຫວັດສັດປີກທີ່ຮຸນແຮງຂຶ້ນໃນໄລຍະລະດູຮ້ອນຜ່ານມາ ຈົນນຳໄປສູ່ການຂ້າໄກ່, ເປັດ ແລະ ໄກ່ງວງປະມານ 20 ລ້ານໂຕ ແລະ ເຮັດໃຫ້ຜົນຜະລິດສັດປີກຫລຸດລົງຢ່າງວ່ອງໄວ. ທັງນີ້, ຝຣັ່ງກຳລັງທົດລອງວັກຊີນໃນສັດປີກທີ່ມີຕຸ່ມຕາມນິ້ວຕີນເຊັ່ນ: ເປັດ ແລະ…

UN ຮຽກຮ້ອງຕາລີບັນຍົກເລີກຄຳສັ່ງ ຫ້າມຜູ້ຍິງອັບການິດສະຖານເຮັດວຽກນຳອົງກອນ NGO

UN ຮຽກຮ້ອງຕາລີບັນຍົກເລີກຄຳສັ່ງ ຫ້າມຜູ້ຍິງອັບການິດສະຖານເຮັດວຽກນຳອົງກອນ NGO

ສະຫະປະຊາຊາດ (UN) ອອກຖະແຫລງການຮຽກຮ້ອງໃຫ້ກຸ່ມຕາລີບັນຍົກເລີກຄຳສັ່ງຫ້າມຜູ້ຍິງຊາວອັບການິດສະຖານເຂົ້າເຮັດວຽກໃນອົງກອນພັດທະນາເອກະຊົນ (NGO). ຖະແຫລງການດັ່ງກ່າວມີຂຶ້ນ ຫລັງຈາກທ່ານ ຣາມິຊ ອາລັກບາຣອບ ຜູ້ປະສານງານດ້ານມະນຸດສະທຳ ແລະ ຮັກສາການຫົວໜ້າສຳນັກງານສະຫະປະຊາຊາດປະຈຳອັບການິດສະຖານ ເດີນທາງເຂົ້າພົບທ່ານ ໂມຮຳໝັດ ຮານິບ ລັດຖະມົນຕີເສດຖະກິດຂອງອັບການິດສະຖານ ໃນວັນທີ 27 ທັນວານີ້. ທັງນີ້, ກະຊວງເສດຖະກິດອັບການິດສະຖານມີຄຳສັ່ງໃນວັນທີ…

ຍີ່ປຸ່ນ ກຳລັງປະເຊີນກັບຫິມະຕົກໜັກຜິດປົກກະຕິ ເສຍຊີວິດແລ້ວ 17 ຄົນ

ຍີ່ປຸ່ນ ກຳລັງປະເຊີນກັບຫິມະຕົກໜັກຜິດປົກກະຕິ ເສຍຊີວິດແລ້ວ 17 ຄົນ

  ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 26 ທັນວາ 2022 ນີ້ ເຈົ້າໜ້າທີ່ສຳນັກງານຈັດການໄພພິບັດຂອງຍີ່ປຸ່ນ ເປີດເຜີຍເຖິງສະຖານະການໄພໜາວ ເກີດຫິມະຕົກໜັກໃນຫລາຍພາກຂອງຍີ່ປຸ່ນ ຕັ້ງແຕ່ອາທິດທີ່ຜ່ານມາ ເຮັດໃຫ້ລົດໃຫຍ່ຫລາຍຮ້ອຍຄັນຕິດຂັດຢູ່ທາງຫລວງ ບໍ່ສາມາດແລ່ນໄປ-ມາໄດ້ ລວມທັງການຊ່ວຍເຫລືອທີ່ຊັກຊ້າ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ຕັ້ງແຕ່ວັນທີ 24 ທັນວາ…

ຈີນປະກາດຍົກເລີກລາຍງານ ສະຖິຕິຜູ້ຕິດເຊື້ອ-ຜູ້ເສຍຊີວິດຈາກໂຄວິດ

ໜ່ວຍງານສາທາລະນະສຸກຂອງຈີນປະກາດຢຸດການລາຍງານ ສະຖິຕິຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫລັງດຳເນີນການຢ່າງຕໍ່ເນື່ອງມາເກືອບ 3 ປີ. ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງຊາດ (NHC) ເຜີຍແພ່ຖະແຫລງການວ່າ: ຕໍ່ຈາກນີ້ເປັນຕົ້ນໄປ ຂໍ້ມູນພື້ນຖານທີ່ຈຳເປັນທັງໝົດກ່ຽວກັບສະຖານະການພະຍາດໂຄວິດ-19 ໃນຈີນ ຈະຂຶ້ນຢູ່ກັບການດຳເນີນງານໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດ….

ຕາລີບັນຫ້າມຜູ້ຍິງເຮັດວຽກນຳ NGO ອ້າງເຫດຜົນ “ກົດການແຕ່ງກາຍ”

ຕາລີບັນຫ້າມຜູ້ຍິງເຮັດວຽກນຳ NGO ອ້າງເຫດຜົນ “ກົດການແຕ່ງກາຍ”

ກຸ່ມຕາລີບັນ ເຊິ່ງປົກຄອງອັບການິດສະຖານ ປະກາດຫ້າມຜູ້ຍິງທັງທີ່ເປັນຊາວອັບການິດສະຖານ ແລະ ຊາວຕ່າງປະເທດ ເປັນເຈົ້າໜ້າທີ່ຂອງອົງກອນອິດສະຫລະ ເຊິ່ງມີສຳນັກງານຢູ່ໃນປະເທດ ໂດຍໃຫ້ເຫດຜົນກ່ຽວກັບ “ເງື່ອນໄຂການແຕ່ງກາຍ”. ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດຂອງອັບການິດສະຖານອອກຖະແຫລງການ ໃນວັນທີ 24 ທັນວາວ່າ: ຕໍ່ຈາກນີ້ເປັນຕົ້ນໄປ ເຈົ້າໜ້າທີ່ໃນສັງກັດອົງກອນອິດສະຫລະ (NGO)…

ພາຍຸລະດູໜາວພັດຖະຫລົ່ມຫລາຍລັດໃນອາເມລິກາ ເສຍຊີວິດແລ້ວ 23 ຄົນ

ພາຍຸລະດູໜາວພັດຖະຫລົ່ມຫລາຍລັດໃນອາເມລິກາ ເສຍຊີວິດແລ້ວ 23 ຄົນ

ພາຍຸລະດູໜາວໄດ້ພັດຖະຫລົ່ມອາເມລິກາ ແລະ ມີຜູ້ເສຍຊີວິດຈາກສະຖານະການດັ່ງກ່າວແລ້ວຢ່າງໜ້ອຍ 23 ຄົນໃນລັດໂອກລາໂຮມາ, ເຄນຕັກກີ, ມິສຊູຣີ, ເທນເນສຊີ, ວິສຄອນຊິນ, ແຄນຊັສ, ເນບຣາສກາ, ໂອໄຮໂອ, ນິວຢອກ, ໂຄໂລຣາໂດ ແລະ ມິຊິແກນ. ສຳນັກຂ່າວຊິນຮົວລາຍງານວ່າ: ໃນຈຳນວນຜູ້ທີ່ເສຍຊີວິດດັ່ງກ່າວສ່ວນໜຶ່ງມາຈາກເຫດລົດຕຳກັນເຖິງ 46 ຄັນຢູ່ໂອໄຮໂອ…