ອິດສະລາແອນຖະຫລົ່ມເຂດກາຊາຮອບໃໝ່ ກ່າວຫາຮາມັດລະເມີດຂໍ້ຕົກລົງຢຸດຍິງ

ອິດສະລາແອນ ແລະ ກຸ່ມຮາມັດ ກັບມາສູ້ຮົບກັນຮອບໃໝ່ຢູ່ເຂດກາຊາ ຫລັງຢຸດຍິງໄດ້ພຽງ 7 ວັນ ໂດຍອິດສະລາແອນກ່າວວ່າ: ກຸ່ມຮາມັດລະເມີດຂໍ້ຕົກລົງກ່ອນ.

ວັນທີ 1 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມຮາມັດບໍ່ສົ່ງລາຍຊື່ຕົວປະກັນສໍາລັບການປ່ອຍຕົວຮອບໃໝ່ ໃນວັນທີ 1 ທັນວາ ແລະ ຍັງເປັນຝ່າຍຍິງຈະຫລວດຂ້າມເຂດແດນກາຊາມາພື້ນທີ່ບາງແຫ່ງທາງຕອນໃຕ້ຂອງອິດສະລາແອນ.

ດ້ວຍເຫດນີ້, ກອງທັບອິດສະລາແອນຈໍາເປັນຕ້ອງຕອບໂຕ້ ດ້ວຍການປະຕິບັດການໂຈມຕີເປົ້າໝາຍຢູ່ພາກເໜືອຂອງເຂດກາຊາ ໂດຍເນັ້ນຖານທີ່ໝັ້ນຂອງກຸ່ມຮາມັດ.

ທັງນີ້, ອິດສະລາແອນ ແລະ ກຸ່ມຮາມັດເຫັນພ້ອມຢຸດຍິງ ໃນວັນທີ 24 ພະຈິກຜ່ານມາ ໂດຍເປັນການພັກຮົບຄັ້ງທໍາອິດ ນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນໃນວັນທີ 7 ຕຸລາ. ໃນໄລຍະເວລາຂອງການຢຸດຍິງທີ່ມີການຕໍ່ເວລາສອງຄັ້ງຈົນຄົບ 7 ວັນ ກຸ່ມຮາມັດປ່ອຍຕົວປະກັນຊາວອິດສະລາແອນແລ້ວ 80 ຄົນ ໂດຍມີຫລາຍຄົນຖືສັນຊາດອື່ນຮ່ວມນຳ.

ນອກຈາກນີ້, ອິດສະລາແອນເປີດທາງໃຫ້ມີການສົ່ງມອບການຊ່ວຍເຫລືອດ້ານມະນຸດສະທໍາຜ່ານດ່ານຣາຟາຈາກພາກເໜືອຂອງອີຢິບເຂົ້າສູ່ພາກໃຕ້ຂອງເຂດກາຊາຢ່າງຕໍ່ເນື່ອງ, ແຕ່ສະຫະປະຊາຊາດ (UN) ກ່າວວ່າ: ຍັງບໍ່ພຽງພໍ.