ທຸກໃຈກັບການບໍລິການ ປະກັນສັງຄົມ

ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ໃນຜ່ານມາໃຜໆກໍດີໃຈເມື່ອໄດ້ເຂົ້າເປັນສະມາຊິກຂອງອົງການປະກັນສັງຄົມຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານເຮົາ ເພື່ອນແນໃສ່ແບ່ງເບົາການໃຊ້ຈ່າຍຕ່າງໆເຂົ້າໃຈການກວດສຸຂະພາບ ແລະ ການປິ່ນປົວພະຍາດ ນັບທັງຜູ້ເຮັດປະກັນພ້ອມຄອບຄົວລູກເມຍ ແລະ ອື່ນໆ. ພຽງແຕ່ລະເດືອນໄດ້ມອບເງິນໃຫ້ອົງການດັ່ງກ່າວ, ຖ້າພະນັກງານລັດກໍຈະມີປະມານ 6-8% ຂອງເງິນເດືອນ ແລະ ເບື້ອງວິສາຫະກິດພາກເອກະຊົນກໍຈະຢູ່ລະຫວ່າງ 10% ຂອງເງິນເດືອນ ແລະ ກໍເປັນການຍອມຮັບໄດ້ຫາກໃນເມື່ອການບໍລິການຂອງຝ່າຍໂຮງໝໍສາມາດປະຕິບັດການໃຊ້ຈ່າຍເຂົ້າໃນການປິ່ນປົວຢ່າງເຕັມເມັດເຕັມໜ່ວຍ ແລະ ເຮັດດ້ວຍຄວາມຮັບຜິດຊອບແທ້. ແຕ່ກົງກັນຂ້າມ ໃນຜ່ານມາກໍມີຫລາຍຄົນໄດ້ທຸກໃຈກັບການບໍລິການນັ້ນມາແລ້ວ, ເຂົາເລົ່າສູ່ຟັງວ່າ: ສ່ວນຫລາຍການບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດເບິ່ງຄືວ່າບໍ່ສົມນ້ຳສົມຕ່ອນກັບການມອບເງິນສະມາຊິກໃນແຕ່ລະເດືອນໃຫ້ອົງການດັ່ງກ່າວ, ໄປກວດພະຍາດເທື່ອໃດກໍຈະໄດ້ຮັບພຽງຢາເລັກໆນ້ອຍໆ ແລະ ມີລາຄາຖືກ, ຖ້າພະຍາດຮ້າຍແຮງ ແລະ ຕ້ອງໃຊ້ຈ່າຍສູງກໍຕ້ອງໄດ້ອອກເງິນຕື່ມໄປຊື້ຢູ່ທາງນອກ. ກໍດັ່ງເພື່ອນຜູ້ໜຶ່ງເຮັດວຽກຢູ່ວິສາຫະກິດເລົ່າວ່າ: ອາທິດຜ່ານມານີ້ ເພິ່ນໄປກວດສຸຂະພາບຢູ່ໂຮງໝໍໃຫຍ່ແຫ່ງໜຶ່ງທີ່ເພິ່ນເລືອກ, ແຕ່ໃນທີ່ສຸດເພິ່ນໄດ້ຮັບຢາຈາກໂຮງໝໍນັ້ນມີມູນຄ່າພຽງບໍ່ທໍ່ໃດກີບດ ສ່ວນຢາທີ່ຈຳເປັນຕ້ອງໄດ້ໄປຊື້ຢູ່ທາງນອກທີ່ມີລາຄາສູງກວ່າຕັ້ງຫລາຍສິບເທົ່າ ແລະ ເພ່ືອນຜູ້ນັ້ນຍັງເວົ້າແບບບໍ່ພໍໃຈວ່າ: ຖ້າເປັນແບບນີ້ບໍ່ຮູ້ວ່າຈະໄປເຮັດປະກັນສັງຄົມເຮັດຫຍັງ, ຖ້າເອົາຈຳນວນເງິນແຕ່ລະເດືອນທີ່ໄດ້ມອບໄປນັ້ນມາປິ່ນປົວຕົນເອງກໍອາດຈະດີກວ່າ. ເອົາລະ ເວົ້າມາກໍຫລາຍຢ່າງ. ແຕ່ເຖິງແນວໃດພວກເຮົາກໍຊ່ວຍກັນແກ້ໄຂ, ຖ້າຂອດໃດ, ຂະແໜງການກ່ຽວຂ້ອງໃດເຮັດໜ້າທີ່ຂອງຕົນຍັງເຫັນວ່າບໍ່ສອດຄ່ອງກໍຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງໃຫ້ດີຂຶ້ນກວ່າເກົ່າ ເພື່ອຄວາມສົມບູນພູນສຸກຂອງບ້ານເມືອງເຮົາດີຂຶ້ນເປັນລຳດັບຕາມແນວທາງຂອງພັກ ແລະ ລັດຖະບານເຮົາວາງໄວ້.

