ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ
ໜ່ວຍງານດ້ານໄພພິບັດແຫ່ງຊາດຟີລິບປິນ ເປີດເຜີຍໃນວັນທີ 30 ທັນວາ 2022 ວ່າ: ຈໍານວນຜູ້ເສຍຊີວິດຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມກະທັນຫັນໃນພື້ນທີ່ທາງຕອນໃຕ້ຂອງຟີລິບປິນ ເນື່ອງຈາກຝົນຕົກໜັກໃນວັນຄຣິສມາດທີ່ຜ່ານມາ ໄດ້ເພີ່ມຂຶ້ນເປັນ 44 ຄົນ, ອີກ 28 ຄົນຍັງບໍ່ຮູ້ແນ່ນອນວ່າຍັງມີຊີວິດຢູ່ ຫລື ບໍ່. ສໍານັກຂ່າວຣອຍເຕີລາຍງານວ່າ: ຄວາມເສຍຫາຍໃນລະບົບສາທາລະນູປະໂພກ…









