ມາເລເຊຍຍຶດງາຊ້າງ ແລະ ເກັດໂຕຫລິ່ນ ເກືອບ 1 ລ້ານໂດລາ ໄດ້ຢູ່ສະໜາມບິນ

ເຈົ້າໜ້າທີ່ພາສີ-ອາກອນສະໜາມບິນຂອງມາເລເຊຍ ເປີດເຜີຍວ່າ: ຍຶດໄດ້ງາຊ້າງ ແລະ ເກັດໂຕຫລິ່ນ ມູນຄ່າເກືອບ 1 ລ້ານໂດລາສະຫະລັດ ໃນວັນທີ 30 ກໍລະກົດແລ້ວນີ້.
ເຈົ້າໜ້າທີ່ກ່າວວ່າ: ພົບງາຊ້າງ 23 ອັນ ນ້ຳໜັກ 76 ກິໂລ ໃນສາງສິນຄ້າຢູ່ສະໜາມບິນສາກົນກົວລາລຳເປີ ມູນຄ່າ 275.000 ຣິງກິດ ລຳລຽງມາກັບເຮືອບິນສາຍການບິນອີທິຮັດ ຕົ້ນທາງມາຈາກນະຄອນຫລວງລາກອດ ຂອງອານເຊລີ ຜ່ານນະຄອນຫລວງອາບູດາບີ ຂອງສະຫະນະຄອນ ອາເມຣັດ ເອມິເຣດ. ຕໍ່ມາໃນວັນດຽວກັນ ພົບເກັດໂຕຫລິ່ນ 6 ຖົງ ນ້ຳໜັກ 300,9 ກິໂລ ມູນຄ່າ 390.000 ຣິງກິດ ຢູ່ສາງດຽວກັນ ລຳລຽງມາກັບເຮືອບິນສາຍການບິນເອທິໂອປີ ຕົ້ນທາງມາຈາກສາທານະລັດ ປະຊາຊົນກຄອງໂກ. ສິ່ງຜິດກົດໝາຍທັງສອງຊຸດນີ້ໃສ່ທີ່ຢູ່ປອມ ເຊິ່ງບໍ່ສາມາດຕິດຕາມຫາຜູ້ຮັບໄດ້ ແລະ ຍັງບໍ່ຮູ້ແນ່ນອນວ່າປາຍທາງທີ່ແທ້ຈິງຢູ່ມາເລເຊຍ ຫລື ບໍ່.
ນັບແຕ່ຕົ້ນປີຈົນຮອດປັດຈຸບັນ, ພາສີ-ອາກອນສະໜາມບິນສາກົນກົວລາລຳເປີ ຍຶດໄດ້ສັດປ່າຜິດກົດໝາຍແລ້ວຫລາຍຄັ້ງ, ສະເພາະເດືອນພຶດສະພາຍຶດໄດ້ເກັດໂຕຫລິ່ນຫລາຍກວ່າ 700 ກິໂລ ຫລາຍທີ່ສຸດເທົ່າທີ່ເຄີຍມີມາ ເຊື່ອວ່າພະນັກງານຢູ່ສະໜາມບິນຈະມີສ່ວນກ່ຽວຂ້ອງ ເຖິງວ່າຍັງບໍ່ມີຫລັກຖານຢືນຢັນ. ປັດຈຸບັນພາສີ-ອາກອນໄດ້ເພີ່ມມາດຕະການກວດກາ ແລະ ບັງຄັບໃຊ້ກົດໝາຍໃນເລື່ອງນີ້ແລ້ວ. ຂະນະທີ່ໃນເດືອນກ່ອນ, ຮົງກົງຍຶດໄດ້ງາຊ້າງຫລາຍກວ່າ 7.200 ກິໂລ ລຳລຽງມາຈາກມາເລເຊຍ ເປັນຈຳນວນການຍຶດໃນຄັ້ງດຽວຫລາຍທີ່ສຸດໃນຮອບ 30 ປີ.
