NASA ອາດຈະທົດລອງລະບົບປ້ອງກັນໄພຈາກອຸກາບາດຂອງຊາວໂລກ ໄວກວ່າທີ່ຄິດ

ຫຼັງທີ່ໄດ້ນໍາສະເໜີຂ່າວກ່ຽວກັບແຜນການຮັບມືອຸກາບາດລອຍຕໍາໂລກຂອງ NASA ໄປແລ້ວ.
ແລະ ໃນຄັ້ງນີ້ກໍມີຂ່າວການເຄື່ອນໄຫວຫລ້າສຸດຈາກ NASA ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຢ່າງແທ້ຈິງຂອງ NASA ທີ່ຕ້ອງການສ້າງລະບົບການປ້ອງກັນໄພຈາກອຸກາບາດລອຍຕໍາໂລກ ໂດຍລະບົບນີ້ຈະເຮັດວຽກໃນທັນທີທີ່ກວດພົບອຸກາບາດທີ່ມີຄວາມສ່ຽງ ດ້ວຍການຍິງຈະຫລວດອະວະກາດໃສ່ ກ່ອນທີ່ມັນຈະສ້າງຄວາມເສຍຫາຍໃຫ້ກັບໂລກ ແຕ່ໃນຂະນະນີ້ຍັງຢູ່ໃນໄລຍະເລີ່ມຕົ້ນຂອງການພັດທະນາລະບົບປ້ອງກັນເທົ່ານັ້ນ.
ແຕ່ຂໍ້ຈໍາກັດໃນຄວາມບໍ່ພ້ອມຂອງລະບົບປ້ອງກັນ ກໍບໍ່ໄດ້ເຮັດໃຫ້ NASA ຢຸດການທົດລອງລະບົບກວດຈັບອຸກກາບາດ ທີ່ຈະເຂົ້າມາໃກ້ໂລກແຕ່ຢ່າງໃດ ແລະ ການທົດສອບລະບົບນີ້ຈະເລີ່ມຕົ້ນໄວກວ່າທີ່ຄິດ ເພາະວ່າໃນເດືອນຕຸລາໃກ້ຈະມາເຖິງນີ້ ຈະມີອຸກາບາດໜຶ່ງໜ່ວຍເຄື່ອນທີ່ເຂົ້າໃກ້ໂລກ ແລະ NASA ກໍສວຍໃຊ້ໂອກາດນີ້ໃນການຄໍານວນຫາເສັ້ນທາງໂຄຈອນຂອງມັນ.
ພາບຈໍາລອງການເຄື່ອນທີ່ເຂົ້າໃກ້ໂລກຂອງອຸກາບາດ 2014 TC4
ອຸກາບາດໜ່ວຍນີ້ມີຊື່ວ່າ 2014 TC4 ແລະ ຈະເຄື່ອນທີ່ເຂົ້າໃກ້ໂລກທີ່ສຸດໃນວັນທີ 12 ຕຸລາ 2017 ເຊິ່ງວ່າຕໍາແໜ່ງພຽງປະມານ 6.760 ກມ ທຽບກັບວົງໂຄຈອນຂອງດວງຈັນ ທີ່ຢູ່ຫ່າງຈາກໂລກໃນໄລຍະທາງ 386.200 ໄມລ໌.
ເຊິ່ງການເຄື່ອທີ່ເຂົ້າໃກ້ໂລກຂອງອຸກາບາດ 2014 TC4 ຈະເປັນບົດທົດສອບສໍາຄັນສໍາລັບເຄື່ອຂ່າຍກວດຈັບອຸກາບາດຂອງ NASA ໂດຍມີການຮ່ວມມືກັນລະຫວ່າງນັກວິທະຍາສາດ ລວມເຖິງປະຕິບັດການຂອງຫໍເບິ່ງດາວຕ່າງໆ ທີ່ເຮັດວຽກຮ່ວມກັນ ເພື່ອການຄົ້ນຫາເສັ້ນທາງການເຄື່ອນຕົວຂອງອຸກາບາດຢ່າງແນ່ນອນ ແລະ ໃນເວລານີ້ ນັກວິໄຈມີຂໍ້ມູນພຽງພໍທີ່ຈະລະບຸວ່າ ເສັ້ນທາງການເຄື່ອນທີ່ຂອງອຸກາບາດນັ້ນ ບໍ່ເຮັດໃຫ້ເກີດອັນຕະລາຍຕໍ່ໂລກຢ່າງແນ່ນອນ ແຕ່ການທີ່ເຮົາສາມາດລະບຸເສັ້ນທາງການເຄື່ອນທີ່ຂອງມັນໄດ້ຢ່າງແນ່ນອນນັ້ນ ກໍຄືບົດທົດສອບສໍາຄັນຂອງລະບົບນີ້.
ສາສະດາຈານ Vishnu Reddy ແຫ່ງສະຖາບັນວິໄຈ Arizona Lunar and Planetary ກ່າວວ່າ: ໂຄງການນີ້ເກີດຈາກການຮ່ວມມືຂອງຫໍເບິ່ງດາວເກີນກວ່າ 12 ແຫ່ງ ລວມເຖິງມະຫາວິທະຍາໄລ ແລະຫ້ອງວິໄຈທົ່ວໂລກ ມັນຈະເຮັດໃຫ້ເຮົາໄດ້ຮຽນຮູ້ກ່ຽວກັບຂີດຄວາມສາມາດ ແລະ ຂໍ້ຈໍາກັດໃນການສໍາຫລວດວັດຖຸໃກ້ໂລກ ເປັນເປົ້າໝາຍຂອງໂຄງການ 2014 TC4 ຄືການຕິດຕາມ ແລະ ການລໍຖ້າອະທິບາຍລັກສະນະຂອງອຸກາບາດໜ່ວຍນີ້ ແລະ ຄວາມພະຍາຍາມໃນຄັ້ງນີ້ ຈະເປັນການທົດສອບໃຫຍ່ທັງລະບົບ ເຊິ່ງມີແຜນງານໃນສ່ວນຂອງການຕິດຕາມຜົນການສັງເກດ ລວມເຖິງການກໍານົດວົງໂຄຈອນຢ່າງແນ່ນອນ ແລະ ການສື່ສານຂໍ້ມູນລະຫວ່າງໜ່ວຍງານໃນລະດັບນາໆຊາດ.

