ເດັກຂາດສານອາຫານຢູ່ເຢເມນ ກວ່າລ້ານຄົນສ່ຽງເປັນ ພະຍາດຖອກທ້ອງ

ອົງການຊ່ວຍເຫລືອເດັກ (Save the Children) ເປີດເຜີຍໃນວັນທີ 2 ກໍລະກົດນີ້ວ່າ: ເດັກອາຍຸຕໍ່າກວ່າ 5 ປີທີ່ປ່ວຍເປັນພະຍາດຂາດສານອາຫານຢູ່ເຢເມນຈຳນວນກວ່າລ້ານຄົນ ພວມອາໄສຢູ່ໃນພື້ນທີ່ທີ່ມີການແຜ່ລະບາດຂອງພະຍາດຖອກທ້ອງ.
ຂໍ້ມູນຫລ້າສຸດລະບຸວ່າ: ພົບຜູ້ຕິດເຊື້ອແລ້ວຫລາຍກວ່າ 425.000 ຄົນ ແລະ ມີຜູ້ເສຍຊີວິດແລ້ວເກືອບ 1.900 ຄົນ ນັບແຕ່ພະຍາດຖອກທ້ອງແຜ່ລະບາດໃນເດືອນເມສາ 2015 ໃນຈຳນວນຜູ້ຕິດເຊື້ອລາຍໃໝ່ທັງໝົດ ເປັນເດັກອາຍຸນ້ອຍກວ່າ 15 ປີເຖິງ 44% ແລະ ເດັກທີ່ເສຍຊີວິດຈາກພະຍາດຖອກທ້ອງຄິດເປັນ 32% ຈາກຈຳນວນຜູ້ເສຍຊີວິດທັງໝົດຢູ່ເຢເມນ ເຊິ່ງຢູ່ໃນສະພາບສົງຄາມ ແລະ ຜະເຊີນບັນຫາດ້ານເສດຖະກິດ ສົ່ງຜົນໃຫ້ປະຊາຊົນຫລາຍລ້ານຜະເຊີນສະພາບອຶດຫິວຢ່າງໜັກ.
ຜູ້ອຳນວຍການອົງການຊ່ວຍເຫລືອເດັກປະຈຳເຢເມນ ກ່າວວ່າ: ພະຍາດຂາດສານອາຫານ ແລະ ພະຍາດຖອກທ້ອງລ້ວນເປັນພະຍາດທີ່ສາມາດປິ່ນປົວໃຫ້ເຊົາໄດ້, ແຕ່ບັນຫາຄື ການເຂົ້າເຖິງບໍລິການສາທາລະນະສຸກຂັ້ນພື້ນຖານໃນປະເທດຖືກຈຳກັດ, ໂຮງໝໍ ແລະ ສຸກສາລາຫລາຍແຫ່ງຖືກທຳລາຍ, ເຈົ້າໜ້າທີ່ສາທາລະນະສຸກບໍ່ໄດ້ຮັບເງິນຄ່າຈ້າງມາເກືອບປີ ແລະ ການສົ່ງການຊ່ວຍເຫລືອຖືກຂັດຂວາງ.
ບັນຫາການລະບາດຂອງພະຍາດຖອກທ້ອງຢູ່ເຢເມນ ສົ່ງຜົນໃຫ້ອົງການສະຫະປະຊາຊາດ ຫລື UN ປັບການຕີລາຄາຕົວເລກປະຊາຊົນທີ່ຕ້ອງການການຊ່ວຍເຫລືອດ້ານມະນຸດສະທຳເປັນ 20,7 ລ້ານຄົນ ຈາກ 18,8 ລ້ານຄົນ. ທັງນີ້ ເຢເມນມີຈຳນວນປະຊາກອນທັງໝົດ 28 ລ້ານຄົນ. ສ່ວນອົງການອ໊ອກແຟມຄາດວ່າ: ຈຳນວນຜູ້ປ່ວຍພະຍາດຖອກທ້ອງຢູ່ເຢເມນຈະເພີ່ມສູງຂຶ້ນເກີນກວ່າ 600.000 ຄົນ ສູງທີ່ສຸດນັບແຕ່ເລີ່ມມີການບັນທຶກຈຳນວນຜູ້ປ່ວຍໃນແຕ່ລະປະເທດພາຍໃນໜຶ່ງປີ.

