ຄໍາສອນດີໆ ເກັບໄວ້ສອນຕົນເອງ

- ຟ້າບໍ່ໄດ້ແບ່ງ ຍອດຄົນ ກັບ ຄົນທໍາມະດາ ອອກຈາກກັນ ຍອດຄົນຈະປາກົດຂຶ້ນສະເໜີແຕ່ນັ້ນບໍ່ແມ່ນເພາະ ຟ້າກໍານົດ ການທີ່ຍອດຄົນປາກົດຂຶ້ນໄດ້ ເພາະເຂົາຜ່ານການຝຶກຝົນ ແລະ ຮຽນຮູ້ທີ່ຈະເປັນຍອດຄົນ.
- ອັດສະລິຍະບໍ່ແມ່ນສັດປະຫຼາດທີ່ເກີດຂຶ້ນເອງຕາມທໍາມະຊາດ ແຕ່ເປັນສິ່ງທີ່ຖືກສ້າງຂຶ້ນມາ ບໍ່ມີໃຜເກັ່ງມາແຕ່ເກີດ ຄົນເກັ່ງໄດ້ນັ້ນຕ້ອງໄດ້ຮັບການຝຶກຝົນ ມ້າດີຕ້ອງມີຄົນຂີ່ເພື່ອໃຫ້ໄດ້ຝຶກຝົນ ນັກກິລາດີຕ້ອງມີໂຄ໊ດດີມາຝຶກຝົນ.
- ຢ່າດູຖູຕົນເອງ ອະດີດບໍ່ສໍາຄັນວ່າເຮົາແມ່ນໃຜ ສໍາຄັນທີ່ວ່າວັນນີ້ເຮົາຕ້ອງການເປັນໃຜ ? ຈົ່ງເຄົາລົບນັນຖືໃນຄວາມສາມາດຂອງຕົນເອງ ຍົກຍ່ອງ ແລະ ໃຫ້ກຽດຕົນເອງ.
- ສະໝອງຂອງຄົນເຮົາເໝືອນພື້ນດິນທີ່ວ່າງເປົ່າ ເມື່ອເຮົາປູກຫຍັງລົງໄປເຮົາກໍຈະໄດ້ຜົນແບບນັ້ນ ຈົ່ງປູກຝັງແຕ່ສິ່ງດີໆລົງໄປໃນສະໝອງ ຄໍາເວົ້າໃດໆ ທີ່ເຮົາເຄີຍໄດ້ຍິນຊໍ້າໆເກີນ 37 ຄັ້ງ ມັນຈະກາຍເປັນ “ອຸຸປະນິໄສ” ຂອງເຮົາທັນທີ, ສິ່ງທີ່ເປັນຕາຢ້ານທີ່ສຸດໃນໂລກຄື “ສິ່ງແວດລ້ອມ” ຢ່າປ່ອຍໃຫ້ຄວາມຄິດ ຫຼື ຄໍາເວົ້າຂອງຄົນບາງຄົນມາຕັດສິນຊີວິດຂອງເຮົາ, ໃນໂລກນີ້ບໍ່ມີໃຜມີອິດທິພົນກັບໂຕເຮົາ ນອກຈາກໂຕເຮົາເອງ.
- ຊີວິດບໍ່ແມ່ນເກມກິລາ ບໍ່ມີເວລາພັກເຄິ່ງ ບໍ່ມີການຂໍເວລານອກ ແລະທີ່ສໍາຄັນຄື “ປ່ຽນໂຕຜູ້ຫຼິ້ນບໍ່ໄດ້” ບໍ່ມີໃຜເກີດມາ “ລົ້ມເຫຼວ” ມີແຕ່ລົ້ມເລີກ.
- ຄົນສະຫຼາດ ຕ້ອງໂງ່ເປັນ, ຄົນໂງ່ບໍ່ເປັນ ຈະບໍ່ມີທາງສະຫຼາດ.
- ພຽງເຈົ້າຄິດວ່າເຈົ້າເຮັດໄດ້ ເຈົ້າກໍເຮັດໄດ້ນັບແຕ່ເຈົ້າຄິດ ແຕ່ຫາກເຈົ້າຄິດວ່າເຈົ້າເຮັດບໍ່ໄດ້ ເຈົ້າກໍເຮັດບໍ່ໄດ້ນັບແຕ່ທີ່ເຈົ້າຄິດ, ສິ່ງທີ່ໂຫດຮ້າຍທີ່ສຸດຂອງມະນຸດ ຄືຄວາມຮູ້ເທົ່າບໍ່ເຖິງການ “ທາງຈິດ” ທີ່ເນັ້ນຕົນເອງວ່າ ເຮັດບໍ່ໄດ້.
- ພຽງແຕ່ “ຄິດ” ຍັງບໍ່ກ້າທີ່ຈະຄິດ ແລ້ວຊີວິດຈະປະສົບຄວາມສໍາເລັດໄດ້ແນວໃດ ? ຈົ່ງກ້າທີ່ຈະຜະເຊີນຄວາມລົ້ມເຫຼວ ຄວາມລົ້ມເຫຼວຄືບົດທົດສອບໂຕເຮົາ.
- ມະນຸດຄືຈຸດສູນກາງຂອງເສັ້ນຮອບວົງທີ່ບໍ່ມີຂີດຈໍາກັດ ເປັນຫຍັງມະນຸດຄືກັນຈຶ່ງປະສົບຄວາມສໍາເລັດບໍ່ເທົ່າກັນ ນັ້ນເປັນເພາະ ມະນຸດແຕ່ລະຄົນໄດ້ຮັບໂອກາດທາງຄວາມຄິດທີ່ແຕກຕ່າງກັນ.
- ຄົນສໍາເລັດເບິ່ງບັນຫາເປັນໂອກາດ, ຄົນລົ້ມເຫຼວເບິ່ງໂອກາດເປັນບັນຫາ, ຄົນສໍາເລັດຈະປັບຕົນເອງໄປຫາໂລກພາຍນອກ, ຄົນລົ້ມເຫຼວຈະໃຫ້ໂລກພາຍນອກປັບຕົວເຂົ້າຫາຕົນເອງ.
- ຄົນສໍາເລັດລະດັບຜູ້ບໍລິຫານເປັນຜູ້ນໍາຂອງອົງກອນຕ່າງໆໃນໂລກນີ້ກວ່າ 85% ທົ່ວໂລກລ້ວນແລ້ວແຕ່ບໍ່ແມ່ນຄົນເກັ່ງ ແຕ່ເປັນຄົນດີທັງນັ້ນ, ຄົນເກັ່ງມັກຈະມີອັດຕາ ຈະບໍ່ຍອມປັບຕົວເຂົ້າຫາໂລກ, ບໍ່ຮັບຟັງຄວາມຄິດເຫັນຂອງຄົນອື່ນ, ບໍ່ຍອມຮັບການພັດທະນາຄວາມຮູ້ ແລະ ສິ່ງໃຫມ່ “ປົກຄອງຄົນບໍ່ໄດ້”, ຄົນເກັ່ງໃຊ້ເວລາ 2-3 ປີ ກໍສອນໃຫ້ເກັ່ງໄດ້ ແຕ່ຄົນດີຕ້ອງໃຊ້ເວລາ “ຊົ່ວຊີວິດ” ສອນກັນ, ຄົນເກັ່ງມັກຈະຂາດຄວາມຈົງຮັກພັກດີ ບໍ່ມີຄວາມກະຕັນຍູ.
- “ຄວາມຮູ້” ເປັນພຽງ “ພະລັງອໍານາດແຝງ” ຊະນິດໜຶ່ງເທົ່ານັ້ນ “ຄວາມຮູ້” ຈະກາຍເປັນ “ພະລັງອໍານາດທີ່ຍິ່ງໃຫຍ່” ໄດ້ກໍຕໍ່ເມື່ອມັນຖືກນໍາໃຊ້ຢ່າງສະຫຼາດເທົ່ານັ້ນ.
- ຟັງແຕ່ບໍ່ໄດ້ຍິນ, ໄດ້ຍິນແຕ່ບໍ່ເຂົ້າໃຈ, ເຂົ້າໃຈແຕ່ບໍ່ເລິກເຊິ່ງ, ເລິກເຊິ່ງແຕ່ບໍ່ແຕກສານ, ແຕກສານແຕ່ນໍາໄປໃຊ້ບໍ່ເປັນ.
- ຈົ່ງນໍາສັກກະຍະພາບ ແລະ ອັດສະລິຍະພາບທີ່ລີ້ຊ້ອນໃນຕົວເຮົາມາໃຊ້ຢ່າງສະຫຼາດ, ບໍ່ກ້າກໍບໍ່ມີວັນເດີນໜ້າ, ພຽງເມື່ອທ່ານຢຸດກ້າວ ທ່ານກໍເລີ່ມຖອຍຫຼັງແລ້ວ.
- ຂ້ອຍຍອມບໍ່ໄດ້ ຖ້າບໍ່ພະຍາຍາມ.
- ເປັນຄົນເດີນຊ້າ ແຕ່ບໍ່ເຄີຍເດີນຖອຍຫຼັງ.
- ໂລກທັງໂລກເປີດທາງໃຫ້ກັບຄົນທີ່ຮູ້ວ່າຕົນເອງຈະເດີນໄປທາງໃດ.
- ຢ່າຢ້ານກົວທີ່ຈະກ້າວໄປຊ້າໆ ຈົງຢ້ານທີ່ຈະຢູ່ນິ້ງໆ.
- ຖ້າບໍ່ຫາທາງ ກໍຕ້ອງຫາມັນຂຶ້ນມາ.
- ຄົນເຮົາປ່ຽນອະດີດບໍ່ໄດ້ ແຕ່ອາດປ່ຽນອະນາຄົດໄດ້.

