UN ຮຽກຮ້ອງຕາລີບັນຍົກເລີກຄຳສັ່ງ ຫ້າມຜູ້ຍິງອັບການິດສະຖານເຮັດວຽກນຳອົງກອນ NGO

ສະຫະປະຊາຊາດ (UN) ອອກຖະແຫລງການຮຽກຮ້ອງໃຫ້ກຸ່ມຕາລີບັນຍົກເລີກຄຳສັ່ງຫ້າມຜູ້ຍິງຊາວອັບການິດສະຖານເຂົ້າເຮັດວຽກໃນອົງກອນພັດທະນາເອກະຊົນ (NGO).

ຖະແຫລງການດັ່ງກ່າວມີຂຶ້ນ ຫລັງຈາກທ່ານ ຣາມິຊ ອາລັກບາຣອບ ຜູ້ປະສານງານດ້ານມະນຸດສະທຳ ແລະ ຮັກສາການຫົວໜ້າສຳນັກງານສະຫະປະຊາຊາດປະຈຳອັບການິດສະຖານ ເດີນທາງເຂົ້າພົບທ່ານ ໂມຮຳໝັດ ຮານິບ ລັດຖະມົນຕີເສດຖະກິດຂອງອັບການິດສະຖານ ໃນວັນທີ 27 ທັນວານີ້.

ທັງນີ້, ກະຊວງເສດຖະກິດອັບການິດສະຖານມີຄຳສັ່ງໃນວັນທີ 24 ທັນວາຜ່ານມາ ລະບຸຫ້າມອົງກອນ NGO ທັງໃນ ແລະ ນອກປະເທດ ຮັບຜູ້ຍິງເຂົ້າເຮັດວຽກ ຈົນກວ່າຈະມີປະກາດປ່ຽນແປງ.

ເຖິງວ່າຄຳສັ່ງດັ່ງກ່າວບໍ່ໄດ້ຕັ້ງເປົ້າໂດຍກົງໃສ່ໜ່ວຍງານຂອງ UN, ແຕ່ໂຄງການຂອງ UN ຈຳນວນຫລາຍໄດ້ມີການດຳເນີນງານໂດຍກຸ່ມ NGO.