ເສດຖະກິດໝັ້ນຄົງແຮງງານຍືນຍົງ

ໂດຍ: ກ້ອງສ່ອງ ອິດສະຫລະ
ພາຍຫລັງລັດຖະບານໄທໄດ້ປັບປຸງລັດຖະທໍາມະນູນ ແລະ ກົດໝາຍ ເພື່ອຈໍາກັດ ແລະຫລຸດຊ່ອງຫວ່າງບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນປະເທດເຊັ່ນ: ການຄ້າມະນຸດ, ຢາເສບຕິດ ແລະ ການສວຍໂອກາດສໍ້ໂກງທຸກຮູບແບບຢູ່ພາຍໃນປະເທດ ກໍໄດ້ສົ່ງຜົນກະທົບຕໍ່ແຮງງານລາວທີ່ໄປຮັບຈ້າງຫາເງິນຢູ່ໄທຈໍານວນຫລາຍແສນຄົນຕ້ອງໄດ້ຫອບເອົາຊີວິດແລະ ເຄື່ອງຂອງກັບພູມ ລໍາເນົາ. ບັນຫາທີ່ທາງການໄທໄດ້ປະຕິບັດການເຊັ່ນນີ້ໜຶ່ງໃນນັ້ນກໍຄືແກ້ໄຂບັນຫາແຮງງານຕ່າງດ້າວຜິດລະບຽບກົດໝາຍ (ແຮງງານເຖື່ອນ) ໃຫ້ເຂົ້າສູ່ລະບົບແລະ ຖືກຕ້ອງຕາມກົດໝາຍ.
ເມື່ອຖາມວ່າເປັນຫຍັງຄົນລາວເຮົາຈຶ່ງພາກັນຫລັ່ງໄຫລໄປຮັບຈ້າງຫາເງິນຢູ່ປະເທດໄທ ? ຖ້າຈະໃຫ້ຜູ້ຂຽນຕອບມັນກໍຍ້ອນເງື່ອນໄຂ ແລະ ປັດໄຈຫລາຍດ້ານ ເປັນຕົ້ນແມ່ນປະເທດລາວກັບໄທເປັນເພື່ອນບ້ານໃກ້ຄຽງ, ເປັນບ້ານອ້າຍເມືອງນ້ອງ ທັງເປັນ ສາຍຍາດຕິດຕໍ່ໜໍ່ເນືອງ ອັນສໍາຄັນໃນບາງທ້ອງຖິ່ນເຂົາຍັງມີພໍ່ແມ່, ປູ່ຍ່າຕານາຍ, ມີລູກມີຫລານ, ລຸງປ້າອາວອາ. ນີ້ລະຄືນິຄະຊາດຕັດຂາດກັນບໍ່ໄດ້ ເວົ້າສະເພາະແມ່ນຄົນລາວທົ່ວພາກອີສານ. ໃນສະໄໝປະຫວັດກ່ອນໜ້ານີ້ເຄິ່ງສະຕະວັດການໄປມາຫາສູ່ກັນລະຫວ່າງສອງຝັ່ງແມ່ນ້ຳຂອງບໍ່ມີຮອດບັດຜ່ານແດນ, ໃຜຢາກໄປກໍຂີ່ເຮືອຂ້າມຂອງໄປ ຫລື ໃຜຢາກມາກໍຂີ່ເຮືອຂ້າມຂອງມາ. ອັນສອງຍ້ອນມີນາຍໜ້າມາຫາເລາະໂຄສະນາຫາກິນເຖື່ອນ ເພື່ອຕົວະຍົວະຫລອກລວງເອົາຄົນລາວໄປຂາຍແຮງງານຢູ່ໄທວ່າໄດ້ຮັບເງິນດີມີເງິນຫລາຍ ວ່າຊັ້ນ ! ອັນທີສາມແມ່ນເຫັນວ່າເສດຖະກິດຂອງໄທເຂັ້ມແຂງກວ່າລາວໃນຫລາຍດ້ານ ຄ່າແຮງງານກໍສູງກວ່າ ຈາກນັ້ນໃຜກໍພາກັນເຫີ່.
ຈາກເຫດຜົນທີ່ຜູ້ຂຽນໄດ້ຍົກມານັ້ນ, ຈຶ່ງເປັນເຫດໃຫ້ຄົນລາວເຮົາ ໂດຍສະເພາະແມ່ນຊາວໜຸ່ມຍິງຊາຍຢູ່ແຖວຊົນນະບົດພາ ກັນຫລັ່ງໄຫລໄປຮັບຈ້າງຫາເງິນຢູ່ໄທໃນແຕ່ລະເດືອນແຕ່ລະປີຫລາຍຮ້ອຍຫລາຍພັນຄົນ. ໃນສະໄໝກ່ອນການໄປເຮັດວຽກ ຫລື ໄປຢາມພີ່ນ້ອງຢູ່ເມືອງໄທບໍ່ມີຮອດເອກະສານ, ສົມທົບກັບທາງການໄທພວກເພິ່ນກໍຍັງບໍ່ທັນເຄັ່ງຂັດໃນການກວດກາພີ່ນ້ອງຄົນລາວທີ່ເດີນທາງໄປໄທ, ແຕ່ປັດຈຸບັນເຫັນວ່າຢືນຢູ່ໃນຖານະຄົນລະປະເທດ ກໍຕ້ອງໄດ້ມີເອກະສານຢ່າງຄົບຖ້ວນ, ກົງກັນຂ້າມຖ້າບໍ່ຖືກຕ້ອງຕາມຂໍ້ກໍານົດກົດໝາຍເພິ່ນກໍວ່າເຂົ້າ-ອອກເມືອງຜິດກົດໝາຍ ບໍ່ວ່າຢູ່ບ້ານເພິ່ນ ແລະ ບ້ານເຮົາ. ສະພາບການໄປ ເຮັດວຽກຢູ່ໄທເວົ້າເຖິງຜູ້ໃຊ້ແຮງງານ ຫລືວ່າ ນາຍຈ້າງໃນຜ່ານມາກໍຄືໄລຍະປັດຈຸບັນຜູ້ດີກໍດີ, ຕໍ່ຜູ້ບໍ່ດີກໍມີຫລາຍອັນຫລາຍຢ່າງເຊັ່ນ: ຫລອກລວງຕົ້ມຕຸນ, ບາງຄົນກໍຖືກຂາຍໂຕ, ຖືກທຸບຕີທໍລະມານຢ່າງແສນສາຫັດ, ຈໍາກັດການໄປມາ ໃນບໍ່ໃຫ້ອອກນອກບໍ່ໃຫ້ເຂົ້າ ກາຍເປັນທາດຂອງຄົນໂກງ ຫລື ບາງກໍລະນີກໍທຸບຕີຈົນເຖິງຂັ້ນເສຍຊີວິດ ແລະ ຫາຍຕົວໄປແບບບໍ່ມີຮ່ອງຮອຍ. ນີ້ລະຄືຜົນທີ່ໄດ້ຮັບຈາກການໄປເຮັດວຽກຕາມລໍາພັງຂອງຄົນລາວທີ່ຍັງບໍ່ທັນຮູ້ອີ່ໂນ່ອີ່ເນ່.
ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າໃນຫລາຍປີຜ່ານມາພັກ ແລະ ລັດຖະບານເຮົາ ກໍໄດ້ພະຍາຍາມເອົາໃຈໃສ່ແກ້ໄຂຢ່າງບໍ່ລົດລະຕໍ່ພວກທີ່ໄປມາແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນນັບແຕ່ປະເທດເຮົາໄດ້ເຂົ້າກຸ່ມອາຊຽນມານີ້ ກໍຍິ່ງໄດ້ ພ້ອມກັນຄົ້ນຄວ້າແກ້ໄຂ ແລະ ຮ່ວມມືກັນເພື່ອເຮັດໃຫ້ສະຖານະພາບແຮງງານຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງມາຮອດປັດ ຈຸບັນກໍສາມາດແກ້ໄຂ ແລະ ປະສານງານຮ່ວມກັນໂດຍມີຂັ້ນຕອນປະຕິບັດວຽກຫລາຍຢ່າງ ຄືໄດ້ເກັບກໍາສອບຖາມຂໍ້ມູນພື້ນຖານພົນລະເມືອງລາວ ເພື່ອຢັ້ງຢືນສະຖານະພາບຢ່າງລະອຽດ, ເກັບກໍາຂໍ້ມູນພື້ນຖານສະຖານະພາບການເຂົ້າ-ອອກເມືອງ ເພື່ອອອກ ໜັງສືເດີນທາງ, ອອກບັດເຮັດວຽກຢູ່ຕ່າງປະເທດໃຫ້, ອອກລະບຽບໃນການຄຸ້ມຄອງແຮງງານຮ່ວມກັນ ແລະ ອື່ນໆ. ຕໍ່ບັນຫາທີ່ກ່າວມານີ້ບໍ່ແມ່ນເວົ້າແຕ່ປາກລ້າໆ ຍັງໄດ້ມີການເຊັນຂໍ້ຕົກລົງຮ່ວມມືກັນຄັກແນ່. ສໍາລັບຝ່າຍໄທເອງເພິ່ນກໍຍິນດີຈະສ້າງລະບົບໂປຣແກຣມຈັດຄິວແຮງງານເຂົ້າສູ່ຂະບວນການປັບສະຖານະພາບປະສານງານໃນເວລາເຂົ້າ-ອອກເມືອງໃນທຸກຂອດຕາມລະ ບຽບຫລັກການຂອງຝ່າຍໄທຢ່າງເຂັ້ມງວດ ແລະ ອັນສໍາຄັນກໍແມ່ນບັນຫາຄວາມປອດໄພທຸກຢ່າງໃຫ້ແກ່ສະຖານະພາບແຮງງານລາວທີ່ໄດ້ເຂົ້າໄປເຮັດວຽກຢູ່ໄທ. ນີ້ຄືບາດກ້າວອັນສໍາຄັນໃນການພົວພັນຮ່ວມມືຂອງສອງຝ່າຍທັງລາວ ແລະ ໄທ ກໍຄືຂະແໜງການທີ່ກ່ຽວຂ້ອງ.
ຕາມຜູ້ຂຽນຄິດ, ອີກສິ່ງໜຶ່ງເພື່ອຊອກຫາທາງອອກໃຫ້ແຮງງານລາວຊອກຢູ່ຫາກິນພາຍໃນປະເທດ, ເປັນການເພີ່ມກໍາລັງແຮງການຜະລິດຢູ່ພາຍໃນໃຫ້ເສດຖະກິດເຕີບໃຫຍ່, ເປັນການສະກັດກັ້ນແຮງງານພາຍໃນອອກໄປຕ່າງປະເທດ ຄວນໄດ້ມີການ ຄົ້ນຄວ້າເພີ່ມອັດຕາຄ່າແຮງງານຕໍ່າໃຫ້ຫລາຍກວ່າ 9 ແສນກີບຂຶ້ນໄປ ເພື່ອໃຫ້ມີການທຽບຖານກັບບັນດາປະເທດໃນກຸ່ມອາຊຽນ. ຖ້າພວກເຮົາປັບເງື່ອນໄຂນີ້ໄດ້ ການນໍາໃຊ້ແຮງງານຢູ່ພາຍໃນກໍຈະໝັ້ນຄົງ ແລະ ຍືນຍົງ ແລະ ແຮງງານກໍບໍ່ຫລັ່ງໄຫລອອກໄປຕ່າງປະເທດ ເພາະຜ່ານມາແຮງງານພາຍໃນຖືກຜູ້ລົງທຶນເອົາປຽບຕະຫລອດມາ ຍ້ອນຄ່າແຮງງານຕໍ່າເກີນໄປ.

