ເຕືອນຄົນທີ່ມັກດື່ມກາເຟ-ກິນອາຫານ ທີ່ຮ້ອນຈັດ ສ່ຽງເປັນມະເຮັງຫລອດອາຫານ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 16 ມັງກອນ 2024, ຍິງຊາວໄຕ້ຫວັນ ອາຍຸ 50 ປິ ມີອາການແໜ້ນໜ້າເອິກ ແລະ ບໍ່ສະບາຍຕົວ, ທຳອິດນາງໄດ້ຮັບການວິນິດໄສພະຍາດວ່າເປັນກົດໃນກະເພາະອາຫານ, ຫລັງຈາກກິນຢາແລ້ວ ແຕ່ຍັງບໍ່ດີຂຶ້ນ. ແຕ່ເຫດການບໍ່ຄາດຄິດ ເມື່ອທ່ານໝໍນັດສ່ອງກ້ອງກວດກະເພາະອາຫານ ແລ້ວຕົກໃຈ ເມື່ອພົບວ່າຫລອດອາຫານຖືກນ້ຳຮ້ອນລວກຍາວເຖິງ 22 ຊັງຕີແມັດ, ເມື່ອທ່ານໝໍຖາມເຖິງພຶດຕິກຳການກິນອາຫານ ພົບວ່ານາງມັກດື່ມກາເຟຮ້ອນຮ້ອນໆເຊິ່ງເປັນສາເຫດຫລັກ.
ດຣ ຊຽນ ເຈີ້ງຫົງ ຊ່ຽວຊານພະຍາດຕັບ ແລະ ທາງເດີນອາຫານ ເປີດເຜີຍວ່າ: ຄົນເຈັບກໍລະນີນີ້ ມັກດື່ມກາເຟຮ້ອນເປັນປະຈຳ ເມື່ອສ່ອງຫລອດອາຫານແລ້ວພົບວ່າ ຫລອດອາຫານມີລັກສະນະຄ້າຍຄືຖືກເຜົາໄໝ້, ເຍື່ອເມືອກສ່ວນເທິງຫລຸດອອກເກືອບທັງໝົດ, ຊັ້ນຜິວໜັງທີ່ຫຸ້ມຢູ່ຫລຸດອອກ, ຫລອດອາຫານທັງໝົດມີບາດແຜຖືກນ້ຳຮ້ອນລວກຍາວເຖິງ 22 ແມັດ, ແຕ່ເມື່ອກວດຊີ້ນເນື້ອແລ້ວບໍ່ພົບເຊວມະເຮັງ, ນອກນັ້ນທ່ານ ຍັງໄດ້ກ່າວເພີ່ມເຕີມວ່າ ກິນອາຫານທີ່ມີອຸນຫະພູມສູງ ອາດເຮັດໃຫ້ເກີດບາດແຜໄຟໄໝ້ເຍື່ອເມືອກຂອງຫລອດອາຫານໄດ້ ການສະສົມຂອງບາດແຜທີ່ໄໝ້ເຮັດໃຫ້ເປັນສະເກັດຊໍ້ຳໆ ແລະ ອາດກໍ່ໃຫ້ເກີດມະເຮັງໄດ້
ໃນປີ 2020 ອົງການລະຫວ່າງປະເທດເພື່ອການວິໄຈພະຍາດມະເຮັງ (IARC) ຈັດໃຫ້ເຄື່ອງດື່ມຮ້ອນທີ່ມີອຸນຫະພູມສູງກວ່າ 65 ອົງສາ ເປັນສານໃຫ້ກໍ່ມະເຮັງ, ຈາກຜົນການສຶກສາ ພົບວ່າ ຄົນທີ່ດື່ມເຄື່ອງດື່ມ ຫລື ກິນອາຫານ ທີ່ຮ້ອນຈັດ ມີຄວາມສ່ຽງເພີ່ມຂຶ້ນ 1,9 ເທົ່າຂອງພະຍາດມະເຮັງຫລອດອາຫານ, ສ່ວນຄົນທີ່ມັກດື່ມເຄື່ອງຮ້ອນເປັນປະຈຳ (ຫລາຍກວ່າ 6 ຄັ້ງ/ເດືອນ) ມີຄວາມສ່ຽງເພີ່ມຂຶ້ນ 1,9 ເທົ່າ.

