ຈີນປະກາດໄຊຊະນະໃນການຕໍ່ສູ້ໂຄວິດ ຫລັງຈໍານວນຜູ້ເສຍຊີວິດຫລຸດລົງ

ຄະນະກໍາມະການຖາວອນປະຈໍາກົມການເມືອງແຫ່ງພັກກອມມູນິດຈີນ ປະກາດໃນວັນທີ 16 ກຸມພາວ່າ: ຈີນບັນລຸເປົ້າໝາຍການເອົາຊະນະໂຄວິດ-19 ຂັ້ນເດັດຂາດ ຫລັງຈໍານວນຜູ້ເສຍຊີວິດຫລຸດລົງຫລາຍ.
ສະຖານີໂທລະພາບທາງການຂອງຈີນລາຍງານວ່າ: ຄະນະກໍາມະການຖາວອນປະຈໍາກົມການເມືອງແຫ່ງພັກກອມມູນິດຈີນລະບຸໃນກອງປະຊຸມວ່າ: ການຕັດສິນໃຈທີ່ເດັດຂາດ, ການໃຊ້ນະໂຍບາຍ ແລະ ການປັບແຜນຄຸມໂຄວິດ-19 ຂອງພັກກອມມູນິດຈີນນັບແຕ່ເດືອນພະຈິກ “ເປັນສິ່ງທີ່ຖືກຕ້ອງ” ແລະ ປະຊາຊົນຈະເຫັນພ້ອມຕໍ່ຂໍ້ສະຫລຸບນີ້.
ລາຍງານລະບຸວ່າ: ສະຖານະການໂຄວິດ-19 ຂອງຈີນດີຂຶ້ນ ຂະນະທີ່ການແພ່ລະບາດທົ່ວໂລກຍັງຢູ່. ນອກຈາກນີ້ ຄະນະກໍາມະການຖາວອນປະຈໍາກົມການເມືອງຂອງພັກກອມມູນິດຈີນຍັງໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຍົກລະດັບການຕິດຕາມການແພ່ລະບາດພາຍໃນປະເທດ ແລະ ເລັ່ງສັກວັກຊີນໃນກຸ່ມຜູ້ສູງອາຍຸ.
ທັງນີ້, ຈີນໄດ້ຍົກເລີກນະໂຍບາຍໂຄວິດເປັນສູນ (zero-Covid policy) ຢ່າງກະທັນຫັນໃນທ້າຍປີ 2022 ຫລັງໃຊ້ມາດຕະການທີ່ເຂັ້ມງວດໃນໄລຍະການແພ່ລະບາດ ໂດຍຢຸດການກວດຫາເຊື້ອ, ການກັກຕົວ ແລະ ລັອກດາວ ແລະ ຫລຸດຂອບເຂດຂອງຄໍາຈໍາກັດຄວາມວ່າເສຍຊີວິດຈາກໂຄວິດ.

