ກຸ່ມເຮັດໂບລາກ່າວວ່າ: ອາເມລິກາໂຈມຕີເຢເມນບໍ່ໄດ້ຊ່ວຍຫຍັງ ມີແຕ່ຈະຍິ່ງເພີ່ມຄວາມເຄັ່ງຕຶງ

ຫົວໜ້າກຸ່ມເຮັດໂບລາກ່າວວ່າ: ປະຕິບັດການທາງທະຫານຂອງອາເມລິກາ ເຊິ່ງເປັນການໂຈມຕີຖານທີ່ໝັ້ນຂອງກຸ່ມຮູຕິຢູ່ເຢເມນບໍ່ມີປະໂຫຍດ.

ວັນທີ 15 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຮັດຊັນ ນາສຣາລເລາະ ຜູ້ນໍາສູງສຸດຂອງກຸ່ມເຮັດໂບລາ ກ່າວໃນວັນທີ 14 ມັງກອນຜ່ານມາວ່າ: ອາເມລິກາ ແລະ ພັນທະມິດຕ້ອງຍອມຮັບຄວາມເປັນຈິງຂອງສະຖານະການດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ທະເລແດງວ່າ: ລີບັງ, ອີຣັກ ແລະ ເຢເມນ ມີເປົ້າໝາຍດຽວກັນ ຄືສົງຄາມຢູ່ເຂດກາຊາຕ້ອງຢຸດໃຫ້ໄວທີ່ສຸດ.

ຂະນະດຽວກັນ, ທ່ານ ນາສຣາລເລາະ ກ່າວວ່າ: ກອງທັບອາເມລິກາ ແລະ ພັນທະມິດ ລວມທັງອັງກິດ ປະຕິບັດການໂຈມຕີເປົ້າໝາຍທີ່ກ່ຽວຂ້ອງກັບກອງກໍາລັງຮູຕິຢູ່ເຢເມນມີແຕ່ຈະຍິ່ງເພີ່ມຄວາມສ່ຽງ ແລະ ອັນຕະລາຍໃຫ້ເຮືອບັນທຸກສິນຄ້າ ເຊິ່ງຍັງຕ້ອງຂີ່ຜ່ານທະເລແດງ ເຊິ່ງຕອນນີ້ກາຍເປັນໜຶ່ງໃນເຂດຍຸດທະສາດຄວາມຂັດແຍ່ງໄປແລ້ວ.

ທັງນີ້, ຫົວໜ້າກຸ່ມເຮັດໂບລາກ່າວອີກວ່າ: ອາເມລິກາຄິດຜິດທີ່ເຊື່ອວ່າ ການໂຈມຕີທາງທະຫານຕໍ່ກຸ່ມຮູຕິຈະເຮັດໃຫ້ອີກຝ່າຍຫລຸດລະດັບ ຫລື ຢຸດການໂຈມຕີເຮືອບັນທຸກສິນຄ້າຢູ່ທະເລແດງ.

ນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນ ໃນວັນທີ 7 ຕຸລາ 2023, ກຸ່ມເຮັດໂບລາ ເຊິ່ງເປັນພັນທະມິດກັບກຸ່ມຮາມັດ ຍັງສະຫງວນທ່າທີໃນການເຂົ້າສູ່ສົງຄາມໂດຍກົງ, ແຕ່ມີການປະທະຢ່າງຕໍ່ເນື່ອງກັບກອງທັບອິດສະລາແອນຕາມເຂດຊາຍແດນຕິດກັນ ລະຫວ່າງອິດສະລາແອນກັບລີບັງ ແລະ ເປັນສະຖານທີ່ທີ່ເພີ່ມຄວາມເຄັ່ງຕຶງໃຫ້ອິດສະລາແອນ ເນື່ອງຈາກສົ່ງຜົນເຮັດໃຫ້ປະຊາຊົນໃນພື້ນທີ່ສ່ຽງຫລາຍກວ່າ 96.000 ຄົນ ຕ້ອງອົບພະຍົບອອກຈາກເຮືອນ.