ເຈົ້າໜ້າທີ່ໄທ ພົບປ້າຍທະບຽນລົດຈຳນວນຫລາຍຢູ່ ຊາຍແດນໄທ-ລາວ ຄາດວ່າເປັນການລັກລອບສົ່ງອອກລົດແບບຜິດກົດໝາຍ

ສຳນັກຂ່າວ ThaiPBS ລາຍງານວັນທີ 14 ກຸມພາ ຜ່ານມາວ່າ: ເຈົ້າໜ້າທີ່ຮັກສາຄວາມປອດໄພ ຈັງຫວັດອຸດຕະຣະດິດ ພົບປ້າຍທະບຽນລົດໃຫຍ່ ແລະ ລົດຈັກຈຳນວນຫລາຍຖືກຖິ້ມຢູ່ບໍລິເວນ ຊາຍແດນໄທ-ລາວ (ຕຳບົນບໍ່ເບ້ຍ ອຳເພີບ້ານໂຄກ-ເມືອງທົ່ງມີໄຊ ແຂວງໄຊຍະບູລີ) ເຈົ້າໜ້າທີ່ສັນນິຖານວ່າ ອາດເປັນການລັກລອບນຳລົດຂ້າມແດນ  ຄາດວ່າມີລົດໃຫຍ່ ທີ່ຖືກລັກລອບນຳອອກນອກປະເທດໄປແລ້ວກວ່າ 700 ຄັນ ແລະ ລົດຈັກ ປະມານ 1000 ຄັນ, ລົດໄຖ 100 ຄັນ ແຕ່ຍັງບໍ່ສາມາດຈັບກຸມໄດ້ ເພາະຂະບວນການດັ່ງກ່າວນີ້ຄາດວ່າ ມີການເຮັດເປັນຂະບວນ ຫລົບຫລີກເສັ້ນທາງຂອງເຈົ້າໜ້າທີ່ໄດ້ເປັນຢ່າງດີ.

ຈາກການກວດສອບ ພົບວ່າລົດທີ່ຖືກນຳຂ້າມແດນ ສ່ວນໃຫຍ່ແມ່ນຫລຸດຈຳນຳ, ຈາກສະຖານທີ່ຫລິ້ນການພະນັນ, ບາງສ່ວນເຮັດສັນຍາເຊົ່າຊື້ ແລະ ເຮັດປະກັນຊັ້ນໜຶ່ງໄວ້ ພໍນຳຂ້າມແດນໄປໄດ້ກໍຈະຂາຍໃຫ້ປະເທດເພື່ອນບ້ານໃນລາຄາ 4-5 ແສນບາດ.

ຜູ້ບັງຄັບການຕຳຫລວດພູທອນຈັງຫວັດອຸດຕະຣະດິດກ່າວວ່າ: ປັດຈຸບັນໄດ້ຕັ້ງຄະນະສືບສວນລົງພື້ນທີ່ອຳເພີຟາກທ່າ ແລະ ອຳເພີບ້ານໂຄກ ພົບວ່າມີຂະບວນດັ່ງກ່າວແທ້ ແລະ ຮູ້ຕົວຜູ້ກະທຳຄວາມຜິດແລ້ວແຕ່ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຢ່າງລະອຽດ ພ້ອມທັງປະສານສົມທົບກັບຝັ່ງລາວເພື່ອຊ່ວຍກັນສະກັດກັ້ນບັນຫາດັ່ງກ່າວນີ້.