ໄຊໂຄນແກເບຍກຽມພັດຖະຫລົ່ມນິວຊີແລນ ເບື້ອງຕົ້ນລົມພັດແຮງ ຝົນຕົກໜັກ ໄຟຟ້າດັບ 58.000 ກວ່າຫລັງ

ໄຊໂຄນແກເບຍກຽມພັດຖະຫລົ່ມນິວຊີແລນ ເບື້ອງຕົ້ນລົມພັດແຮງ ຝົນຕົກໜັກ ໄຟຟ້າດັບ 58.000 ກວ່າຫລັງ

ໄຊໂຄນແກເບຍກຽມພັດຖະຫລົ່ມນິວຊີແລນໃນຕົ້ນອາທິດນີ້ 13 ກຸມພາ ທາງການລາຍງານສະພາບອາກາດເບື້ອງຕົ້ນ ຫລາຍພື້ນທີ່ໂດຍສະເພາະທາງຕອນເໜືອຂອງປະເທດມີລົມພັດແຮງ, ຝົນຕົກໜັກ, ເຮືອນ 58.000 ກວ່າຫລັງບໍ່ມີກະແສໄຟຟ້າໃຊ້ຊົ່ວຄາວ ຄາດວ່າແຮງລົມຈະຍິ່ງຮຸນແຮງຂຶ້ນໃນບໍ່ເທົ່າໃດວັນນີ້. ໂດຍທາງການນິວຊີແລນໄດ້ປະກາດສະຖານະການສຸກເສີນໃນເມືອງອອກແລນ ແລະ ພື້ນທີ່ອ້ອມຮອບທີ່ຄາດວ່າຈະໄດ້ຮັບຜົນກະທົບຈາກໄຊໂຄນຫົວດັ່ງກ່າວ ພ້ອມມີຄໍາສັ່ງໃຫ້ສະຖານທີ່ສຶກສາ ແລະ ໜ່ວຍງານລັດໃນທ້ອງຖິ່ນຕ່າງໆ ປິດໃຫ້ບໍລິການຊົ່ວຄາວ ລວມທັງຂໍການຮ່ວມມືປະຊາຊົນໃຫ້ຫລີກລ່ຽງການເດີນທາງໃນໄລຍະເວລານີ້ຖ້າບໍ່ມີຄວາມຈໍາເປັນຮີບດ່ວນ. ທ່ານ ຄີຣັນ…

ມຽນມາ ສົ່ງອອກອາຫານທະເລ ຫລາຍກວ່າ 13.000 ໂຕນ

ມຽນມາ ສົ່ງອອກອາຫານທະເລ ຫລາຍກວ່າ 13.000 ໂຕນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 9 ກຸມພາ 2023 ຜ່ານມາ, ສຳນັກງານ ການປະມົງຂອງ ມຽນມາ ລາຍງານວ່າ: ປະລິມານ ການສົ່ງອອກ ອາຫານທະເລ ປະເພດກຸ້ງ ຂອງປະເທດໃນໄລຍະ 10 ເດືອນຂອງສົກປີ ງົບປະມານ 2022-2023 ຊຶ່ງເລີ່ມ…

ສາຍການບິນຍີ່ປຸ່ນ ຍົກເລີກຖ້ຽວບິນຫລາຍສິບຖ້ຽວ ຫລັງຫິມະຕົກໜັກ

ສາຍການບິນຍີ່ປຸ່ນ ຍົກເລີກຖ້ຽວບິນຫລາຍສິບຖ້ຽວ ຫລັງຫິມະຕົກໜັກ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈແປນ ແອລາຍ ແລະ ອອນ ນິບປອນແອເວ ຕ້ອງປະກາດຍົກເລີກຖ້ຽວບິນຫລາຍສິບຖ້ຽວ ຫລັງມີຫິມະຕົກໜັກໃນບາງພື້ນທີ່ຂອງເກາະຮອນຊູ ແລະ ນະຄອນຫລວງໂຕກຽວ ໂດຍສາຍການບິນ ອອນ ນິບປອນແອເວ ຕ້ອງປະກາດຍົກເລີກຖ້ຽວບິນ 1 ຖ້ຽວ ທັງຂາເຂົ້າ ແລະ ຂາອອກ ສົ່ງຜົນກະທົບຕໍ່ຜູ້ໂດຍສານປະມານ…

ເດັກນ້ອຍເກີດໃໝ່ກ້ອງຊາກຫັກພັງຈາກແຜ່ນດິນໄຫວຢູ່ຕວກກີ-ຊີເຣຍ ພໍ່ແມ່ເສຍຊີວິດ ຄົນຈໍານວນຫລາຍສະແດງເຈດຈໍານົງຮັບເປັນລູກບຸນທໍາ

ເດັກນ້ອຍເກີດໃໝ່ກ້ອງຊາກຫັກພັງຈາກແຜ່ນດິນໄຫວຢູ່ຕວກກີ-ຊີເຣຍ ພໍ່ແມ່ເສຍຊີວິດ ຄົນຈໍານວນຫລາຍສະແດງເຈດຈໍານົງຮັບເປັນລູກບຸນທໍາ

ຄົນຈໍານວນຫລາຍສະແດງເຈດຈໍານົງຈະຮັບນາງ Aya ເດັກເກີດໃໝ່ທີ່ເກີດຢູ່ກ້ອງຊາກຫັກພັງຈາກເຫດແຜ່ນດິນໄຫວຄັ້ງໃຫຍ່ໃກ້ພື້ນທີ່ຊາຍແດນຕວກກີ-ຊີເຣຍ ໃນວັນທີ 6 ກຸມພາຜ່ານມາ ເປັນລູກບຸນທໍາ ຫລັງຈາກພໍ່ແມ່ລວມທັງອ້າຍນ້ອງອີກ 4 ຄົນຂອງເດັກເສຍຊີວິດທັງໝົດຈາກເຫດແຜ່ນດິນໄຫວດັ່ງກ່າວ. ນາງ Aya ໄດ້ຮັບການຊ່ວຍເຫລືອຂະນະຢູ່ກ້ອງຊາກອາຄານທີ່ພັກອາໄສຫລັງໜຶ່ງໃນເມືອງຈິນດາຢຣິສ ທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ ຂະນະທີ່ເດັກຍັງມີສາຍສະບືເຊື່ອມກັບແມ່ຂອງລາວ ໂດຍເດັກໄດ້ຮັບການຕັ້ງຊື່ວ່າ: Aya ເຊິ່ງແປວ່າ: ປະຕິຫານ ໃນພາສາອິນດູ-ອາຣບິກ….

ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ຖືເອົາການຄຸ້ມຄອງລາຄາສິນຄ້າ ເປັນວຽກສຳຄັນແຖວໜ້າ.

ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ຖືເອົາການຄຸ້ມຄອງລາຄາສິນຄ້າ ເປັນວຽກສຳຄັນແຖວໜ້າ.

ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ລາຍງານ ໃນວັນທີ 8 ກຸມພາ 2023 ຕໍ່ກອງປະຊຸມວ່າ: ໃນໄລຍະ 1…

ປາກິດສະຖານເຈລະຈາຂໍເງິນກູ້ຈາກ IMF ຫວັງກອບກູ້ເສດຖະກິດກ່ອນລົ້ມສະຫລາຍ

ປາກິດສະຖານເຈລະຈາຂໍເງິນກູ້ຈາກ IMF ຫວັງກອບກູ້ເສດຖະກິດກ່ອນລົ້ມສະຫລາຍ

ປາກິດສະຖານເດີນໜ້າຈັດການເຈລະຈາຄັ້ງສຸດທ້າຍນໍາກອງທຶນການເງິນສາກົນ (IMF) ເພື່ອຂໍເງິນກູ້ມາຊ່ວຍຢັບຢັ້ງວິກິດເສດຖະກິດ ເຊິ່ງປັດຈຸບັນທະວີຄວາມຮຸນແຮງຂຶ້ນຈົນອາດເຖິງຂັ້ນລົ້ມສະຫລາຍ ທ່າມກາງຄວາມກັງວົນວ່າປາກິດສະຖານອາດຍ່າງຕາມຮອຍສີລັງກາທີ່ເສດຖະກິດພັງທະລາຍໄປກ່ອນໜ້ານີ້. ປັດຈຸບັນ ປາກິດສະຖານມີເງິນໂດລາສໍາລັບການນໍາເຂົ້າສິນຄ້າເຫລືອຢູ່ບໍ່ພຽງພໍເຖິງ 1 ເດືອນ ແລະ ກໍາລັງຊອກຫາເພື່ອຊໍາລະໜີ້ຕ່າງປະເທດທີ່ຢູ່ໃນລະດັບສູງ. ຄະນະຜູ້ແທນຈາກ IMF ມີກໍານົດເດີນທາງອອກຈາກປາກິດສະຖານໃນວັນທີ 9 ກຸມພາ ຫລັງໃຊ້ເວລາຫາລືນໍາລັດຖະບານເຖິງ 10 ວັນ ໂດຍມີເປົ້າໝາຍເພື່ອປົດລັອກເງິນທຶນສະໜັບສະໜູນຈາກຕ່າງປະເທດ…

ຜູ້ບັນຊາການຕໍາຫລວດແຫ່ງຊາດໄທ ສັ່ງໃຫ້ຕຳຫລວດ ອອກຣາຊະການ ເນື່ອງຈາກປະລະໜ້າທີ່ຫລາຍກວ່າ 15 ວັນໂດຍບໍ່ມີເຫດຜົນ

ຜູ້ບັນຊາການຕໍາຫລວດແຫ່ງຊາດໄທ ສັ່ງໃຫ້ຕຳຫລວດ ອອກຣາຊະການ ເນື່ອງຈາກປະລະໜ້າທີ່ຫລາຍກວ່າ 15 ວັນໂດຍບໍ່ມີເຫດຜົນ

ສຳນັກຂ່າວ thairath ລາຍງານວ່າ: ວັນທີ 9 ກຸມພາ 2023 ພົນຕຳຫລວດເອກ ດຳຣົງສັກ ກິດຕິປະພັນ ຜູ້ບັນຊາການຕຳຫລວດແຫ່ງຊາດ ໄດ້ສັ່ງໃຫ້ ຜູ້ບັນຊາການ ສຳນັກງານສົ່ງກຳລັງບຳລຸງ  ກວດສອບຂໍ້ເທັດຈິງ ໃນປະເດັນ ທີ່ມີການກ່າວຫາ ພາດພິງ ຕຳຫລວດຄົນໜຶ່ງ ທີ່ກ່ຽວຂ້ອງກັບເວັບພະນັນອອນລາຍມາເກົ້າ…

ການລັກພາໂຕຮຽກຄ່າໄຖ່ ສ່ວນຫລາຍແມ່ນ ມາຈາກບັນຫາໜີ້ສິນ ແລະ ການພະນັນເຖື່ອນ

ການລັກພາໂຕຮຽກຄ່າໄຖ່ ສ່ວນຫລາຍແມ່ນ ມາຈາກບັນຫາໜີ້ສິນ ແລະ ການພະນັນເຖື່ອນ

ວັນທີ 9 ກຸມພາ 2023 ນີ້, ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ລາຍງານຊີ້ແຈງກ່ຽວກັບການຈັບໂຕຮຽກຄ່າໄຖ່ ຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂອງກົມໃຫຍ່ຕໍາຫລວດ ວ່າ: ໃນປີ…

ສິງກະໂປຍົກເລີກໃສ່ຜ້າປິດປາກໃນລະບົບຂົນສົ່ງ ຍົກເລີກສະແດງຜົນກວດໂຄວິດກ່ອນເຂົ້າປະເທດ

ສິງກະໂປຍົກເລີກໃສ່ຜ້າປິດປາກໃນລະບົບຂົນສົ່ງ ຍົກເລີກສະແດງຜົນກວດໂຄວິດກ່ອນເຂົ້າປະເທດ

ກະຊວງສາທາລະນະສຸກສິງກະໂປເປີດເຜີຍວ່າ: ສິງກະໂປກຽມອະນຸຍາດໃຫ້ນັກທ່ອງທ່ຽວທີ່ໄດ້ຮັບວັກຊີນຍັງບໍ່ຄົບສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງມີຜົນກວດເຊື້ອໂຄວິດ-19 ເປັນລົບກ່ອນອອກເດີນທາງນັບແຕ່ອາທິດໜ້າເປັນຕົ້ນໄປ. ຖະແຫລງການຈາກກະຊວງສາທາລະນະສຸກສິງກະໂປ ລະບຸວ່າ: ລັດຖະບານກຽມຍົກເລີກກົດໃສ່ຜ້າປິດປາກລະຫວ່າງການໃຊ້ລະບົບຂົນສົ່ງສາທາລະນະ ເລີ່ມແຕ່ວັນທີ 13 ກຸມພາ ແລະ ຈະຍົກເລີກໜ່ວຍປະຕິບັດການສະເພາະກິດໂຄວິດ-19 ທີ່ຈັດຕັ້ງຂຶ້ນໃນເດືອນມັງກອນ 2019. ທ່ານ ລໍເຣນ ຫວ່ອງ ຮອງນາຍົກລັດຖະມົນຕີສິງກະໂປ ເຊິ່ງເປັນປະທານຮ່ວມໜ່ວຍປະຕິບັດການສະເພາະກິດໂຄວິດ-19 ລະບຸວ່າ: “ສະຖານະການໂຄວິດຂອງເຮົາຍັງຊົງຕົວໃນໄລຍະຫລາຍເດືອນຜ່ານມາ…

ປະທານາທິບໍດີ ແລະ ຮອງປະທານາທິບໍດີໄຕ້ຫວັນຍອມເສຍສະຫລະເງິນເດືອນ ຊ່ວຍຜູ້ປະສົບໄພແຜ່ນດິນໄຫວຢູ່ຕວກກີ

ປະທານາທິບໍດີ ແລະ ຮອງປະທານາທິບໍດີໄຕ້ຫວັນຍອມເສຍສະຫລະເງິນເດືອນ ຊ່ວຍຜູ້ປະສົບໄພແຜ່ນດິນໄຫວຢູ່ຕວກກີ

ສໍານັກປະທານາທິບໍດີໄຕ້ຫວັນ ລະບຸໃນວັນທີ 9 ກຸມພາວ່າ: ທ່ານ ນາງ ໄຊ່ ອິງເຫວິນ ປະທານາທິບໍດີໄຕ້ຫວັນ ແລະ ທ່ານ ວິລລຽມ ໄລ່ ຊິງເຕີ ຮອງປະທານາທິບໍດີໄຕ້ຫວັນ ຈະບໍລິຈາກລາຍໄດ້ 1 ເດືອນຂອງຕົນເພື່ອຊ່ວຍບັນເທົາເຫດແຜ່ນດິນໄຫວຢູ່ຕວກກີ ເພີ່ມຈາກການຊ່ວຍເຫລືອທີ່ສົ່ງໄປແລ້ວ ແລະ…