ພາຍຸໄຕ້ຝຸ່ນ khanun ພັດເຂົ້າ ສ.ເກົາຫລີ ສົ່ງຜົນໃຫ້ເກີດນ້ຳຖ້ວມ, ດິນເຈື່ອນ, ຍົກເລີກຖ້ຽວບິນນັບຮ້ອຍ

ພາຍຸໄຕ້ຝຸ່ນ khanun ພັດຂຶ້ນຝັ່ງບໍລິເວນຊາຍຝັ່ງທາງຕາເວັນອອກສຽງໃຕ້ຂອງ ສ.ເກົາຫລີ ໃນຕອນເຊົ້າຂອງວັນທີ 10 ສິງຫານີ້ ຫລັງເຄື່ອນທີ່ຜ່ານເກາະຄິວຊູຂອງຍີ່ປຸ່ນ ໂດຍອິດທິພົນພາຍຸເຮັດໃຫ້ເກີດລົມພັດແຮງ, ຝົນຕົກ, ນ້ຳຖ້ວມ ແລະ ດິນເຈື່ອນ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງໃນຫລາຍພື້ນທີ່ທົ່ວປະເທດ ແລະ ເຮັດໃຫ້ມີການຍົກເລີກຖ້ຽວບິນໄປແລ້ວ 355 ຖ້ຽວບິນ ໃນ 14 ສະໜາມບິນ, ລົດໄຟຄວາມໄວສູງ 161 ຂະບວນ ແລະ ລົດໄຟໂດຍສານທົ່ວໄປ 251 ຂະບວນ ຕ້ອງຢຸດໃຫ້ບໍລິການ. ຂະນະທີ່ທາງການໄດ້ສັ່ງປິດຖະໜົນ 490 ກວ່າເສັ້ນ ລວມທັງປິດພື້ນທີ່ຊາຍຝັ່ງ 166 ຈຸດ ແລະ ອຸທະຍານແຫ່ງຊາດ 21 ແຫ່ງທົ່ວປະເທດ ເພື່ອປ້ອງກັນອັນຕະລາຍຈາກສະພາບອາກາດບໍ່ຄ່ອຍດີ.

ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ເສຍຊີວິດຈາກການພັດຖະຫລົ່ມຂອງພາຍຸໄຕ້ຝຸ່ນ khanun ໂດຍທາງການ ສ.ເກົາຫລີ ໄດ້ອົບພະຍົບປະຊາຊົນ 10.000 ກວ່າຄົນໄປສູນອາໄສຊົ່ວຄາວ. ຂະນະທີ່ໂຮງຮຽນ 1.579 ແຫ່ງຢຸດການຮຽນການສອນ ຫລື ປ່ຽນໄປຮຽນອອນລາຍ.

ຫລ້າສຸດສຳນັກງານອຸຕຸນິຍົມວິທະຍາ ສ.ເກົາຫລີ (KMA) ລາຍງານວ່າ: ພາຍຸໄຕ້ຝຸ່ນ khanun ກຳລັງເຄື່ອນທີ່ໄປທາງຕອນເໜືອແບບຊ້າໆ ໂດຍມີຄວາມໄວລົມສູງສຸດ 104 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ອ່ອນກຳລັງລົງເລັກໜ້ອຍຫລັງຈາກພັດຂຶ້ນຝັ່ງ, ແຕ່ຄວາມໄວທີ່ຫລຸດລົງອາດເຮັດໃຫ້ຫລາຍພື້ນທີ່ຜະເຊີນປະລິມານຝົນເພີ່ມຂຶ້ນ, ເກີດນ້ຳຖ້ວມ ແລະ ຄວາມເສຍຫາຍເພີ່ມຂຶ້ນ.

ທັງນີ້, ຄາດວ່າພາຍຸຈະເຄື່ອນທີ່ຜ່ານຊາຍແດນອອກຈາກ ສ.ເກົາຫລີ ໄປ ສປປ ເກົາຫລີ ປະມານທ່ຽງຄືນຂອງວັນທີ 10 ສິງຫາ ໂດຍຈະເປັນພາຍຸໄຕ້ຝຸ່ນຫົວທຳອິດທີ່ເຄື່ອນທີ່ຜ່ານແຫລມເກົາຫລີຈາກ ສ.ເກົາຫລີ ໄປ ສປປ ເກົາຫລີ ນັບແຕ່ມີການບັນທຶກຂໍ້ມູນໃນປີ 1951.

ອ້າງອີງ:

https://en.yna.co.kr/view/AEN20230810001353315?section=national/national