ບັງກະລາເດັດເປີດເຜີຍຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກ ນັບແຕ່ຕົ້ນປີສູງເຖິງ 78.000 ຄົນ

ກະຊວງສາທາລະນະສຸກຂອງບັງກະລາເດັດເປີດເຜີຍວ່າ: ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກຈຳນວນ 12 ຄົນໃນວັນທີ 10 ສິງຫາ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດນັບແຕ່ຕົ້ນປີນີ້ມີ 364 ຄົນ.
ນອກຈາກນີ້, ບັງກະລາເດັດມີຜູ້ຕິດເຊື້ອໄຂ້ເລືອດອອກຈຳນວນ 2.959 ຄົນໃນວັນທີ 10 ສິງຫາ ເຊິ່ງເປັນຈຳນວນຜູ້ຕິດເຊື້ອຫລາຍທີ່ສຸດພາຍໃນວັນດຽວນັບແຕ່ຕົ້ນປີ 2023 ແລະ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອນັບແຕ່ຕົ້ນປີນີ້ມີ 78.028 ຄົນ.
ເຈົ້າໜ້າທີ່ໄດ້ແນະນຳໃຫ້ປະຊາຊົນກຳຈັດແຫລ່ງເພາະພັນຂອງຍຸງເພື່ອສະກັດການແພ່ລະບາດຂອງພະຍາດໄຂ້ເລືອດອອກໃນປະເທດ.

