ເກີດແຜ່ນດິນໄຫວປະເທດເນປານ ເສຍຊີວິດຢ່າງໜ້ອຍ 137 ຄົນ ແລະ ບາດເຈັບອີກຫລາຍຮ້ອຍຄົນ

  ວັນທີ 4 ພະຈິກ 2023, ສຳນັກຂ່າວຕ່າງປະເທດລາຍງານ ເກີດແຜ່ນດິນໄຫວຈາກພາກຕາເວັນຕົກຂອງປະເທດເນປານ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 137 ຄົນ ແລະ ບາດເຈັບບໍ່ຕໍ່າກວ່າ 100 ຄົນ. ສູນແຜ່ນດິນໄຫວຂອງເນປານ ແຈ້ງວ່າ: ເກີດແຜ່ນດິນໄຫວຂະໜາດ 6.4 ຣິກເຕີ ໃນພື້ນທີ່ເຂດຈາຈາກອດ…

ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ

ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ

ສຳນັກຂ່າວ ຊິນຮວາ ລາຍງານ: ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ລະບຸວ່າ: ອັດຕາ ການເສຍຊີວິດ ຂອງເດັກ ນ້ອຍ ເກີດໃໝ່ ໃນ ສ.ອາເມລິກາ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບກວ່າ…

ປະຊາຊົນໃນນະຄອນຫລວງນິວເດນລີ ປະເທດອິນເດຍ ປະເຊີນກັບມົນລະພິດທາງອາກາດ

ປະຊາຊົນໃນນະຄອນຫລວງນິວເດນລີ ປະເທດອິນເດຍ ປະເຊີນກັບມົນລະພິດທາງອາກາດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງນິວເດນລີ ປະເທດອິນເດຍ ວັນທີ 3 ພະຈິກ 2023 ວ່າ: ປະຊາຊົນໃນນະຄອນຫລວງນິວເດນລີ ພວມປະເຊີນກັບມົນລະພິດທາງອາກາດຢ່າງໜັກ ໝອກຄວັນທີ່ຕຶບໜາເກີດຈາກພາຫະນະ, ຈາກການກໍ່ສ້າງ, ການເຜົາໄໝ້ ເຮັດໃຫ້ມີຄົນເປັນພະຍາດທາງເດີນຫາຍໃຈເພີ່ມຂຶ້ນ. ເຊິ່ງມີປະຊາຊົນບອກວ່າມີອາການ ເຄືອງຕາ ແລະ ຄັນຄໍ ໂດຍສະພາບອາກາດປ່ຽນເປັນສີຂີ້ເທົ່າຕືບໜາ ຕົວເລກດັດຊະນີຄຸນນະພາບອາກາດ ຢູ່ທີ່ປະມານ…

ໝໍໄທເຕືອນ! ສານພິດໃນຢາສູບໄຟຟ້າ ສ່ຽງເຮັດໃຫ້ເກີດພາວະກ້າມເນື້ອຫົວໃຈຂາດເລືອດກະທັນຫັນ

ໝໍໄທເຕືອນ! ສານພິດໃນຢາສູບໄຟຟ້າ ສ່ຽງເຮັດໃຫ້ເກີດພາວະກ້າມເນື້ອຫົວໃຈຂາດເລືອດກະທັນຫັນ

ທ່ານໝໍ ທົງໄຊ ກີຣະຕິຫັດທະຍາກອນ ຮັກສາການອະທິການບໍດີກົມຄວບຄຸມພະຍາດໄທ ກ່າວວ່າ: ການສູບຢາສູບໄຟຟ້າ ສົ່ງຜົນກະທົບໂດຍກົງຕໍ່ການເຮັດວຽກຂອງລະບົບຫົວໃຈ ແລະ ຫລອດເລືອດ ເນື່ອງຈາກຢາສູບໄຟຟ້າມີສານນີໂຄຕິນໃນປະລິມານສູງ ລວມທັງຍັງມີສານອັນຕະລາຍອື່ນ ໂດຍສະເພາະ ໂລຫະໜັກ, ສານກໍ່ໃຫ້ເກີດມະເຮັງ, ສານອິນຊີລະເຫີຍງ່າຍ ແລະ ສານເຕີມແຕ່ງລົດຊາດ ແລະ ກິ່ນເປັນຕົ້ນ, ເຊິ່ງປັດຈຸບັນມີຜົນງານວິໄຈທີ່ເຜີຍແພ່ຈຳນວນຫລາຍຢືນຢັນວ່າ…

ຜູ້ອົບພະຍົບທົ່ວໂລກສູງທີ່ສຸດເປັນປະຫວັດສາດ

ຜູ້ອົບພະຍົບທົ່ວໂລກສູງທີ່ສຸດເປັນປະຫວັດສາດ

  ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນຜູ້ອົບພະຍົບຈາກບ້ານເກີດເມືອງນອນທົ່ວໂລກໃນປັດຈຸບັນມີຫຼາຍກວ່າ 114 ລ້ານຄົນ ຊຶ່ງເປັນໂຕເລກທີ່ສູງທີ່ສຸດເປັນປະຫວັດສາດ. ສຳນັກງານຂ້າຫຼວງໃຫຍ່ຜູ້ອົບພະຍົບແຫ່ງສະຫະປະຊາຊາດ (UNHCR) ລະບຸວ່າ: ປັດໄຈຫຼັກທີ່ຂັບເຄື່ອນຈຳນວນຜູ້ອົບພະຍົບເພີ່ມຂຶ້ນໃນໄລຍະ 6 ເດືອນທຳອິດຂອງປີ 2023 ຄືຄວາມຂັດແຍ່ງອູ ແກຣນ, ຊູດານ,…

ເຢຍລະມັນມອບທຶນ 24 ລ້ານເອີໂຣ ເຂົ້າໃນວຽກຍົກລະດັບການເຊື່ອມຈອດ ແລະ ການພັດທະນາເສດຖະກິດແບບຍືນຍົງ ຢູ່ ສປປ ລາວ

ວັນທີ 27 ຕຸລາ 2023 ຜ່ານມານີ້ ລັດຖະບານ ສສ ເຢຍລະມັນ ໄດ້ປະກາດສືບຕໍ່ການຮ່ວມມືສອງຝ່າຍ ກັບ ລັດຖະບານ ສປປ ລາວ ໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ຜທ,…

ມົງໂກລີ ຈຳກັດການນຳເຂົ້າລົດເພື່ອຫລຸດບັນຫາການຈະລາຈອນແອອັດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ຕຸລາ 2023, ທ່ານ ຄີສກີ ໄນບາຕາ ເຈົ້າຄອງນະຄອນຫຼວງອູລານບາຕໍ ລາຍງານວ່າ: ມົງໂກລີ ຈະຈຳກັດການນຳເຂົ້າລົດ ເພື່ອຫລຸດຜ່ອນບັນຫາລົດຕິດໃນນະຄອນຫລວງ. ທ່ານ ໄນບາຕາ ກ່າວວ່າ: ບັນຫາການຈາລະຈອນແອອັດແມ່ນບັນຫາໜຶ່ງທີ່ສົ່ງສຽງດັງລົບກວນຊາວເມືອງອູລານບາຕໍ ທີ່ສຸດ, ມີການຄາດຄະເນວ່າ ຊາວເມືອງອູລານບາຕໍຕ້ອງເສຍເວລາເຖິງ 717…

ທະນາຄານພັດທະນາອາຊີ ໃຫ້ເງິນກູ້ແກ່ ບັງກລາເທດ 106 ລ້ານໂດລາ ເພື່ອປັບປຸງການຄຸ້ມຄອງແຫຼ່ງນ້ຳ ແລະ ການຜະລິດກະສິກຳໃນເຂດຊົນນະບົດ

ທະນາຄານພັດທະນາອາຊີ ໃຫ້ເງິນກູ້ແກ່ ບັງກລາເທດ 106 ລ້ານໂດລາ ເພື່ອປັບປຸງການຄຸ້ມຄອງແຫຼ່ງນ້ຳ ແລະ ການຜະລິດກະສິກຳໃນເຂດຊົນນະບົດ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 29 ຕຸລາ ຜ່ານມາ, ທະນາຄານພັດທະນາອາຊີ ແລະ ລັດຖະບານບັງກລາເທດ ໄດ້ເຊັນສັນຍາເງິນກູ້ 106 ລ້ານໂດລາ ເພື່ອປັບປຸງການຄຸ້ມຄອງແຫຼ່ງນ້ຳ ແລະ ການຜະລິດກະສິກຳໃນເຂດຊົນນະບົດຂອງບັງກລາເທດ. ໃນວັນດຽວກັນນີ້, ລັດຖະບານບັງກລາເທດ ຍັງໄດ້ຮັບເງິນຊ່ວຍເຫຼືອຈາກລັດຖະບານໂຮງລັງ 17,80 ລ້ານໂດລາ. ທະນາຄານພັດທະນາອາຊີ…

UN ເຕືອນ ຄວາມສະຫງົບຮຽບຮ້ອຍຂອງພົນລະເຮືອນຢູ່ກາຊາເລີ່ມລົ້ມສະຫລາຍ ຫລັງເກີດເຫດປຸ້ນສາງອາຫານໜ່ວຍບັນເທົາທຸກ

UN ເຕືອນ ຄວາມສະຫງົບຮຽບຮ້ອຍຂອງພົນລະເຮືອນຢູ່ກາຊາເລີ່ມລົ້ມສະຫລາຍ ຫລັງເກີດເຫດປຸ້ນສາງອາຫານໜ່ວຍບັນເທົາທຸກ

ອົງການສະຫະປະຊາຊາດ (UN) ປະກາດເຕືອນວ່າ: “ຄວາມສະຫງົບຮຽບຮ້ອຍຂອງປະຊາຊົນ” ຢູ່ເຂດກາຊາເລີ່ມຈະລົ້ມສະຫລາຍ ຫລັງປະຊາຊົນຫລາຍພັນຄົນກໍ່ເຫດບຸກເຂົ້າປຸ້ນສາງເກັບສະບຽງອາຫານຂອງໜ່ວຍງານບັນເທົາທຸກແຫ່ງສະຫະປະຊາຊາດສໍາລັບຜູ້ລີ້ໄພຊາວປາແລັສຕິນ (UNRWA) ໂດຍພົບວ່າ: ເຂົ້າສາລີ, ແປ້ງ ແລະ ເຄື່ອງຍັງຊີບຂັ້ນພື້ນຖານອື່ນໆເຊັ່ນ: ອຸປະກອນເພື່ອສະຂຸອະນາໄມ ຖືກປຸ້ນໄປຈາກສາງຫລາຍແຫ່ງໃນພື້ນທີ່ຕອນກາງ ແລະ ຕອນໃຕ້ຂອງກາຊາ. “ນີ້ເປັນສັນຍານທີ່ກັງວົນວ່າ: ຄວາມສະຫງົບຮຽບຮ້ອຍຂອງພົນລະເຮືອນເລີ່ມພັງທະລາຍລົງ ຫລັງສົງຄາມ ແລະ…