UN ເຕືອນ ຄວາມສະຫງົບຮຽບຮ້ອຍຂອງພົນລະເຮືອນຢູ່ກາຊາເລີ່ມລົ້ມສະຫລາຍ ຫລັງເກີດເຫດປຸ້ນສາງອາຫານໜ່ວຍບັນເທົາທຸກ

ອົງການສະຫະປະຊາຊາດ (UN) ປະກາດເຕືອນວ່າ: “ຄວາມສະຫງົບຮຽບຮ້ອຍຂອງປະຊາຊົນ” ຢູ່ເຂດກາຊາເລີ່ມຈະລົ້ມສະຫລາຍ ຫລັງປະຊາຊົນຫລາຍພັນຄົນກໍ່ເຫດບຸກເຂົ້າປຸ້ນສາງເກັບສະບຽງອາຫານຂອງໜ່ວຍງານບັນເທົາທຸກແຫ່ງສະຫະປະຊາຊາດສໍາລັບຜູ້ລີ້ໄພຊາວປາແລັສຕິນ (UNRWA) ໂດຍພົບວ່າ: ເຂົ້າສາລີ, ແປ້ງ ແລະ ເຄື່ອງຍັງຊີບຂັ້ນພື້ນຖານອື່ນໆເຊັ່ນ: ອຸປະກອນເພື່ອສະຂຸອະນາໄມ ຖືກປຸ້ນໄປຈາກສາງຫລາຍແຫ່ງໃນພື້ນທີ່ຕອນກາງ ແລະ ຕອນໃຕ້ຂອງກາຊາ.
“ນີ້ເປັນສັນຍານທີ່ກັງວົນວ່າ: ຄວາມສະຫງົບຮຽບຮ້ອຍຂອງພົນລະເຮືອນເລີ່ມພັງທະລາຍລົງ ຫລັງສົງຄາມ ແລະ ການປິດລ້ອມຢ່າງແໜ້ນໜາໃນກາຊາເກີດຂຶ້ນມາກວ່າ 3 ອາທິດ” ທ່ານ ໂທມັສ ໄວ ຫົວໜ້າເຈົ້າໜ້າທີ່ UNRWA ໃນເຂດກາຊາກ່າວ.
ທັງນີ້, ອິດສະລາແອນໄດ້ປິດກັ້ນການຂົນສົ່ງອາຫານ, ນໍ້າ, ຢາ ແລະ ເຊື້ອໄຟໄປເຂດກາຊາທັງໝົດ ຫລັງຈາກກຸ່ມຮາມັດເປີດສາກໂຈມຕີອິດສະລາແອນໃນວັນທີ 7 ຕຸລາ ໂດຍຂະບວນລົດຊ່ວຍເຫລືອດ້ານມະນຸດສະທໍາຂະບວນທໍາອິດໄດ້ຮັບອະນຸຍາດໃຫ້ຂ້າມຈຸດຜ່ານແດນເຂົ້າສູ່ຕອນໂຕ້ຂອງກາຊາ ຫລັງຈາກການສູ້ຮົບຜ່ານໄປກວ່າ 2 ອາທິດ.
ຂະນະທີ່ UNRWA ລະບຸວ່າ: ຈົນຮອດຕອນນີ້ມີລົດບັນທຸກການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າໄປໃນເຂດກາຊາ 84 ຄັນ ເຊິ່ງຍັງຖືວ່າໜ້ອຍເກີນໄປເມື່ອທຽບໃສ່ໄລຍະກ່ອນເກີດຄວາມຂັດແຍ່ງທີ່ມີລົດບັນທຸກສິ່ງຂອງຊ່ວຍເຫລືອເຂົ້າໄປໃນເຂດກາຊາສະເລ່ຍ 500 ຄັນຕໍ່ວັນ.
ອ້າງອີງ:

