ເກີດແຜ່ນດິນໄຫວປະເທດເນປານ ເສຍຊີວິດຢ່າງໜ້ອຍ 137 ຄົນ ແລະ ບາດເຈັບອີກຫລາຍຮ້ອຍຄົນ
ວັນທີ 4 ພະຈິກ 2023, ສຳນັກຂ່າວຕ່າງປະເທດລາຍງານ ເກີດແຜ່ນດິນໄຫວຈາກພາກຕາເວັນຕົກຂອງປະເທດເນປານ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 137 ຄົນ ແລະ ບາດເຈັບບໍ່ຕໍ່າກວ່າ 100 ຄົນ.
ສູນແຜ່ນດິນໄຫວຂອງເນປານ ແຈ້ງວ່າ: ເກີດແຜ່ນດິນໄຫວຂະໜາດ 6.4 ຣິກເຕີ ໃນພື້ນທີ່ເຂດຈາຈາກອດ ແລະ ຣູຄຸມ ຫ່າງຈາກນະຄອນຫລວງກາມານທຸ ປະມານ 500 ກິໂລແມັດ ຂະນະທີ່ ສຳນັກງານສຳຫລວດທາງວິທະຍາຂອງສະຫະລັດ ລະບຸວ່າ ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນໃກ້ກັບພື້ນຜິວຂອງໂລກ.
ເບື້ອງຕົ້ນ ທາງການເນປານ ໄດ້ລະດົມໜ່ວຍງານຄວາມໝັ້ນຄົງກລາຍໜ່ວຍງານເຂົ້າຊ່ວຍເຫລືອ ແລະ ບັນເທົາທຸກຜູ້ໄດ້ຮັບບາດເຈັບ ແລະ ເສຍຫາຍຈາກເຫດແຜ່ນດິນໄຫວ.

