ເຢຍລະມັນມອບທຶນ 24 ລ້ານເອີໂຣ ເຂົ້າໃນວຽກຍົກລະດັບການເຊື່ອມຈອດ ແລະ ການພັດທະນາເສດຖະກິດແບບຍືນຍົງ ຢູ່ ສປປ ລາວ
ວັນທີ 27 ຕຸລາ 2023 ຜ່ານມານີ້ ລັດຖະບານ ສສ ເຢຍລະມັນ ໄດ້ປະກາດສືບຕໍ່ການຮ່ວມມືສອງຝ່າຍ ກັບ ລັດຖະບານ ສປປ ລາວ ໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ຜທ, ທ່ານ ນາງ ອາແນດ ຄະໂນບລອກ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກ ກະຊວງການຕາງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄານສິນເຊື່ອເພື່ອການພັດທະນາ ແຫ່ງ ສສ ເຢັນລະມັນ (KFW) ຈຳນວນ 18 ລ້ານເອີໂຣ ພາຍໃຕ້ແຜນງານພັດທະນາຊົນນະບົດ ໄລຍະທີ 4 ແລະ ທຶນສະໜັບສະໜູນ ຈຳນວນ 6 ລ້ານເອີໂຣ ພາຍໃຕ້ໂຄງການສະໜັບສະໜູນການເງິນອາຊີວະສຶກສາ ລວມ 24 ລ້ານເອີໂຣ
ເພື່ອເປັນການສືບຕໍ່ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ຊຶ່ງສຸມໃສ່ການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການລຶບລ້າງຄວາມທຸກຍາກ ໃນຂົງເຂດຊົນນະບົດ ຂອງ ສປປ ລາວ.
ເພື່ອເປັນການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍນີ້, ໄດ້ມີການອອກແຜນງານພັດທະນາຊົນນະບົດ ໄລຍະ 4 ຊຶ່ງມີຈຸດປະສົງຟື້ນຟູເສັ້ນທາງ ແລະ ພື້ນຖານໂຄງລ່າງອື່ນໆໃນແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ. ແຜນງານດັ່ງກ່າວຈະສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງຂອງແຂວງ.
ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ເຢຍລະມັນ ມີສາຍສຳພັນ ການຮ່ວມມືອັນຍາວນານ ແລະ ແໜ້ນແຟ້ນ ນັບແຕ່ປີ 1954 ເປັນຕົ້ນມາ. ການສະໜັບສະໜູນຂອງລັດຖະບານ ສສ ເຢນລະມັນ ມີຄວາມສອດຄ່ອງກັບບັນດາບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງໃນເຂດຊົນນະບົດ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງອາຊີວະສຶກສາ.
ທ່ານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ແຜນງານໃໝ່ນີ້ ເປັນການປະຕິບັດພັນທະຂອງລັດຖະບານ ສສ ເຢຍລະມັນ ທີ່ມີຕໍ່ ສປປ ລາວ ໃນການສະໜັບສະໜູນການພັດທະນາຊົນນະບົດ ໂດຍແນໃສ່ການສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນໃນເຂດທຸກຍາກ, ໂດຍສະເພາະຄອບຄົວຊາວກະສິກອນ.

