ຜູ້ນໍາໂລກຮຽກຮ້ອງອິດສະລາແອນ-ຮາມັດຢຸດການຕໍ່ສູ້ ເປີດທາງສົ່ງການຊ່ວຍເຫລືອເຂົ້າເຂດກາຊາ

ຜູ້ນໍາໂລກຮຽກຮ້ອງອິດສະລາແອນ-ຮາມັດຢຸດການຕໍ່ສູ້ ເປີດທາງສົ່ງການຊ່ວຍເຫລືອເຂົ້າເຂດກາຊາ

ອາເມລິກາ, ຣັດເຊຍ ຕະຫລອດຮອດຜູ້ນໍາຈາກອີກຫລາຍປະເທດທົ່ວໂລກ ຮຽກຮ້ອງໃຫ້ອິດສະລາແອນ ແລະ ກຸ່ມຮາມັດຢຸດການສູ້ຮົບ ຫລື ຢຸດຍິງຊົ່ວຄາວ ເພື່ອເປີດທາງໃຫ້ສາມາດສົ່ງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າໄປໃນເຂດກາຊາ ເຊິ່ງເວລານີ້ຖືກກອງທັບອິດສະລາແອນປິດລ້ອມໄວ້ຢ່າງສົມບູນ. ອີກທັງຍັງມີການຖິ້ມລະເບີດໂຈມຕີຢ່າງຕໍ່ເນື່ອງ ທ່າມກາງສະພາບການເປັນຢູ່ທີ່ບໍ່ຄ່ອຍດີຂອງປະຊາຊົນ. ວັນທີ 24 ຕຸລາ, ລົດບັນທຸກ 8 ຄັນພ້ອມນໍ້າ, ອາຫານ ແລະ…

ແຂວງອັດຕະປື ເຂັ້ມງວດ ຕິດຕາມກວດກາສິນຄ້າຕາມທ້ອງຕະຫລາດ ໃນໄລຍະບຸນອອກພັນສາ ເພື່ອຫລີກເວັ້ນການສວຍໂອກາດ ຂຶ້ນລາຄາສິນຄ້າຂອງຜູ້ປະກອບການ

ວັນທີ 24 ຕຸລາ 2023, ຂະແໜງການຄ້າພາຍໃນ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ສົມທົບກັບຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມ, ກວດກາ, ຕິດຕາມ, ຄວບຄຸມ ລາຄາສິນຄ້າ ຢູ່ຕະຫຼາດ ຫຼັກ 3 ແລະ…

ເກີດເຫດລົດໄຟຕໍາກັນ ໃນບັງກະລາເທດ ເສຍຊີວິດເກືອບ 20 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງດາກາ ປະເທດບັງກະລາເທດ: ວັນທີ 24 ຕຸລາ 2023, ເກີດເຫດລົດໄຟ ບັນທຸກສິນຄ້າ ຕຳກັບລົດໄຟໂດຍສານ ໃກ້ເມືອງໄບຣັບ ໃນເຂດດິຊໍກັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 17 ຄົນ ບາດເຈັບອີກ 100 ກວ່າຄົນ ໂດຍຜູ້ທີ່ໄດ້ຮັບບາດເຈັບມີຫລາຍຄົນທີ່ອາການສາຫັດ…

ເກີດເຫດໄຟໄໝ້ງານແຕ່ງດອງ ຢູ່ປະເທດຫວຽດນາມ ມີແຂກເຂົ້າຮ່ວມຫລາຍກວ່າ 400 ຄົນ

ເກີດເຫດໄຟໄໝ້ງານແຕ່ງດອງ ຢູ່ປະເທດຫວຽດນາມ ມີແຂກເຂົ້າຮ່ວມຫລາຍກວ່າ 400 ຄົນ

ສຳນັກຂ່າວ World Forum ລາຍງານວັນທີ 23 ຕຸລາ 2023 ວ່າ: ເກີດເຫດໄຟໄໝ້ຫ້ອງຈັດງານລ້ຽງງານແຕ່ງດອງ ທີ່ມີແຂກເຂົ້າຮ່ວມງານຫລາຍກວ່າ 400 ຄົນ, ເຊິ່ງມີຄົນໄດ້ຮັບບາດເຈັບພຽງ 1 ຄົນ, ເນື່ອງຈາກສາມາດຫລົບໜີອອກມາໄດ້ທັນ. ຕາມການລາຍງານເບື້ອງຕົ້ນວ່າງານລ້ຽງໄດ້ຈັດຂຶ້ນໃນຫ້ອງຂອງໂບດແຫ່ງໜຶ່ງ ທາງພາກໃຕ້ຂອງປະເທດຫວຽດນາມ, ງານລ້ຽງຜ່ານໄປປະມານເຄິ່ງຊົ່ວໂມງ ໄຟລຸກໄໝ້ຂຶ້ນຢ່າງໄວວາ…

ໝໍໄທເຕືອນ ຄົນທີ່ມັກກິນຜັກສົດ ສ່ຽງແມ່ພະຍາດຂຶ້ນສະໝອງ

ສຳນັກຂ່າວຊຽງໃໝ່ລາຍງານ ວັນທີ 23 ຕຸລາ 2023 ວ່າ: ທ່ານໝໍ ປະຊາ ກັນຍາປະສິດ ຜູ້ຊ່ຽວຊານດ້ານສັນຍະກຳປະສາດ ໂຮງໝໍຊຽງໃໝ່ ປະເທດໄທ ໃຫ້ຄວາມຮູ້ຫລັງມີກໍລະນີຄົນເຈັບເພດຍິງ ມີອາຍຸປະມານ 61 ປີ, ເຂົ້າມາພົບແພດຂະນະທີ່ມີອາການຊັກ, ກະຕຸກແຂນ-ຂາ ເບື້ອງຂວາ ກ່ອນຈະລາມໄປໝົດຕົນໂຕ…

ສົງຄາມອິດສະລາແອນ-ຮາມັດ ເພີ່ມຄວາມສ່ຽງຕໍ່ຂະແໜງພະລັງງານ ແລະ ສະເທືອນເສດຖະກິດອາຊຽນ ຖ້າຍັງອາໄສການນໍາເຂົ້າ ແລະ ບໍ່ເລັ່ງເພີ່ມກໍາລັງຜະລິດພະລັງງານໝູນວຽນ

ສົງຄາມອິດສະລາແອນ-ຮາມັດ ເພີ່ມຄວາມສ່ຽງຕໍ່ຂະແໜງພະລັງງານ ແລະ ສະເທືອນເສດຖະກິດອາຊຽນ ຖ້າຍັງອາໄສການນໍາເຂົ້າ ແລະ ບໍ່ເລັ່ງເພີ່ມກໍາລັງຜະລິດພະລັງງານໝູນວຽນ

ເປັນເວລາກວ່າ 2 ອາທິດ ເຫດການຊັອກໂລກ “ສົງຄາມອິດສະລາແອນ ແລະ ກຸ່ມຮາມັດ” ສ້າງຄວາມເສຍຫາຍທຸກມິຕິ ທັງຊີວິດ ແລະ ການດໍາລົງຊີວິດຂອງຄົນຕາເວັນອອກກາງ. ຂະນະທີ່ໃນທາງເສດຖະກິດ ເມື່ອສົງຄາມເກີດຂຶ້ນໃນພື້ນທີ່ຕາເວັນອອກກາງ ເຮັດໃຫ້ທົ່ວໂລກຕ່າງເຝົ້າຕິດຕາມຂະແໜງພະລັງງານ ເຊິ່ງເປັນກຸ່ມປະເທດຜູ້ຜະລິດ ແລະ ສົ່ງອອກຫລາຍທີ່ສຸດໃນໂລກ. ສໍານັກຂ່າວ CNBC ລາຍງານວ່າ:…

ພາຍຸ Babet ພັດຖະຫລົ່ມ ຫລາຍປະເທດໃນຢູໂຣບ

ພາຍຸ Babet ພັດຖະຫລົ່ມ ຫລາຍປະເທດໃນຢູໂຣບ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 23 ຕຸລາ 2023, ຫລາຍພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກຈາກອິດທິພົນຂອງພາຍຸ Babet ຕັ້ງແຕ່ ວັນທີ 19 ຕຸລາ ຜ່ານມາ ໂດຍສະເພາະແມ່ນ ອັງກິດ, ເຢຍລະມັນ ແລະ ຕອນໃຕ້ຂອງແຖບສະແກນດິເນເວຍ ຫລື ກຸ່ມປະເທດໃນຢູໂຣບເໜືອ,…

ອິດສະລາແອນໂຈມຕີມັດສະຢິດໃນຄ້າຍຜູ້ລີ້ໄພເວສແບງ ເຊື່ອເປັນແຫລ່ງລີ້ຊ້ອນຂອງກຸ່ມຮາມັດ ພ້ອມຖະຫລົ່ມເຂດກາຊາຕໍ່ເນື່ອງ

ອິດສະລາແອນໂຈມຕີມັດສະຢິດໃນຄ້າຍຜູ້ລີ້ໄພເວສແບງ ເຊື່ອເປັນແຫລ່ງລີ້ຊ້ອນຂອງກຸ່ມຮາມັດ ພ້ອມຖະຫລົ່ມເຂດກາຊາຕໍ່ເນື່ອງ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນໂຈມຕີທາງອາກາດໃສ່ມັດສະຢິດໃນຄ້າຍຜູ້ລີ້ໄພເຈນິນ ເຂດເວສແບງຂອງປາແລັສຕິນ ໃນວັນທີ 22 ຕຸລາ, ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບອີກຈໍານວນໜຶ່ງ. ສ່ວນກອງທັບອິດສະລາແອນລະບຸວ່າ: ໄດ້ຕັ້ງເປົ້າໂຈມຕີພື້ນທີ່ເຂດມັດສະຢິດອັລ-ອັນຊາ ທີ່ຕັ້ງຢູ່ໃນຄ້າຍຜູ້ລີ້ໄພດັ່ງກ່າວ ເຊິ່ງເຊື່ອວ່າເປັນແຫລ່ງລີ້ຊ້ອນຂອງກຸ່ມຮາມັດ ແລະ ກຸ່ມຍິຮາດອິດສະລາມປາແລັສຕິນ (PIJ) ທີ່ໃຊ້ວາງແຜນກໍ່ການຮ້າຍ ແລະ…

ການຊ່ວຍເຫລືອດ້ານມະນຸດສະທໍາລໍາລຽງເຂົ້າສູ່ເຂດກາຊາ ຜ່ານດ່ານຂ້າມແດນຣາຟາ ປະເທດອີຢິບ

ການຊ່ວຍເຫລືອດ້ານມະນຸດສະທໍາລໍາລຽງເຂົ້າສູ່ເຂດກາຊາ ຜ່ານດ່ານຂ້າມແດນຣາຟາ ປະເທດອີຢິບ

ລົດບັນທຸກທີ່ນໍາສົ່ງການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ບັນດາຊາວປາແລັສຕິນ ທະຍອຍເຄື່ອນຂະບວນເຂົ້າສູ່ພື້ນທີ່ຂອງເຂດກາຊາ ຜ່ານຈຸດຂ້າມແດນຣາຟາທີ່ເຊື່ອມຕໍ່ລະຫວ່າງເຂດກາຊາ ແລະ ຊາຍແດນປະເທດອີຢິບ ນັບແຕ່ວັນທີ 21 ຕຸລາ. ໂດຍກຸ່ມຮາມັດລະບຸວ່າ: ລົດບັນທຸກຈໍານວນ 20 ຄັນທີ່ບັນທຸກຢາ ແລະ ອຸປະກອນການແພດ ລວມທັງອາຫານກະປ໋ອງ ແລະ ອາຫານສໍາເລັດຮູບ ໄດ້ນໍາສົ່ງການຊ່ວຍເຫລືອໃຫ້ພີ່ນ້ອງຊາວປາແລັສຕິນບາງສ່ວນແລ້ວ ຫລັງທຸກຝ່າຍທີ່ກ່ຽວຂ້ອງປະຊຸມຫາລືກັນຢ່າງຈິງຈັງ ເພື່ອສ້າງຫລັກປະກັນວ່າການຊ່ວຍເຫລືອເຫລົ່ານີ້ຈະສົ່ງມອບເຖິງມືຜູ້ໄດ້ຮັບຜົນກະທົບຢູ່ເຂດກາຊາຢ່າງແທ້ຈິງ….

ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ

ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ

ຊາວອາເຈນຕິນາກຽມອອກໄປໃຊ້ສິດລົງຄະແນນສຽງໃນການເລືອກຕັ້ງທົ່ວໄປໃນວັນທີ 22 ຕຸລາ ທ່າມກາງວິກິດເສດຖະກິດທີ່ສາຫັດໃນຮອບສອງທົດສະວັດ ເຊິ່ງຊຸກດັນໃຫ້ຜູ້ສະໝັກກຸ່ມເສລີນິຍົມຂວາຈັດທີ່ເຄີຍເປັນມ້ານອກສາຍຕາກາຍມາເປັນໜຶ່ງໃນຕົວເຕັງ ແລະ ອາດໄດ້ຮັບໄຊຊະນະໄປຄອງ. ໜ່ວຍເລືອກຕັ້ງຈະເລີ່ມເປີດໃຫ້ປະຊາຊົນໃຊ້ສິດໃນເວລາ 8:00 ໂມງ (18:00 ໂມງ ຕາມເວລາປະເທດລາວ) ໂດຍມີຜູ້ສະໝັກທີ່ເປັນຕົວເຕັງ 3 ຄົນ ໄດ້ແກ່ Javier Milei ນັກເສດຖະສາດ,…