ຜູ້ອົບພະຍົບທົ່ວໂລກສູງທີ່ສຸດເປັນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນຜູ້ອົບພະຍົບຈາກບ້ານເກີດເມືອງນອນທົ່ວໂລກໃນປັດຈຸບັນມີຫຼາຍກວ່າ 114 ລ້ານຄົນ ຊຶ່ງເປັນໂຕເລກທີ່ສູງທີ່ສຸດເປັນປະຫວັດສາດ.
ສຳນັກງານຂ້າຫຼວງໃຫຍ່ຜູ້ອົບພະຍົບແຫ່ງສະຫະປະຊາຊາດ (UNHCR) ລະບຸວ່າ: ປັດໄຈຫຼັກທີ່ຂັບເຄື່ອນຈຳນວນຜູ້ອົບພະຍົບເພີ່ມຂຶ້ນໃນໄລຍະ 6 ເດືອນທຳອິດຂອງປີ 2023 ຄືຄວາມຂັດແຍ່ງອູ ແກຣນ, ຊູດານ, ມຽນມາ ແລະ ຄົງໂກ ລວມເຖິງວິກິດດ້ານມະນຸດສະທຳທີ່ແກ່ຍາວໃນອັບການິດສະຖານຕະຫຼອດຈົນຮອດໄພແຫ້ງແລ້ງ, ອຸທົກກະໄພ ແລະ ຄວາມບໍ່ໝັ້ນຄົງໃນໂຊມາລີ. UNHCR ລະບຸຕື່ມວ່າ: ຈຳນວນຜູ້ອົບພະຍົບຈາກສົງຄາມ, ການຂົ່ມເຫັງ, ຄວາມຮຸນແຮງ ແລະ ການລະເມີດສິດທິມະນຸດທົ່ວໂລກຄາດວ່າຫຼາຍກວ່າ 114 ລ້ານຄົນ ໃນທ້າຍເດືອນກັນຍາ ຜ່ານມາ. ທ່ານ ຟີລິບໂປ ກຣານດີ ຂ້າຫຼວງໃຫຍ່ UNHCR ກ່າວວ່າ: ຂະນະນີ້, ທົ່ວໂລກກຳລັງມຸ່ງຄວາມສົນໃຈໄປຍັງວິກິດດ້ານມະນຸດສະທຳໃນຊະນວນກາຊາ. ອີກຢ່າງໜຶ່ງ, ຄວາມຂັດແຍ່ງທົ່ວໂລກກຳລັງແຜ່ລາມ ເຮັດໃຫ້ຜູ້ບໍລິສຸດເສຍຊີວິດ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຕ້ອງພັດພາກຈາກບ່ອນຢູ່ອາໄສ. UNHCR ລະບຸຕື່ມວ່າ: ຈຳນວນຜູ້ອົບພະຍົບທົ່ວໂລກເພີ່ມຂຶ້ນຈາກ 108,4 ລ້ານຄົນ ໃນທ້າຍປີຜ່ານມາ ເປັນ 110 ລ້ານຄົນ ໃນທ້າຍເດືອນມິຖຸນາ 2023 ຂະນະທີ່ໂຄສົກປະຈຳສຳນັກງານກ່າວວ່າ: ໂຕເລກຜູ້ອົບພະຍົບ 114 ລ້ານຄົນ ໃນທ້າຍເດືອນກັນຍາຜ່ານມາເປັນສະຖິຕິສູງທີ່ສຸດນັບຕັ້ງແຕ່ UNHCR ເລີ່ມຮວບຮວມຂໍ້ມູນໃນປີ 1975.
ອີກຢ່າງໜຶ່ງ, ອັດຕາສ່ວນເກືອບ 1 ໃນ 3 ຂອງຜູ້ອົບພະຍົບທັງໝົດມາຈາກ 3 ປະເທດໄດ້ແກ່ ອັບການິດສະຖານ, ຊີຣີ ແລະ ອູແກຣນ ສ່ວນການປະເມີນຄັ້ງຫຼ້າສຸດມີຂຶ້ນກ່ອນການເກີດຄວາມຂັດແຍ່ງໃນຕາເວັນອອກກາງທີ່ກຳລັງດຳເນີນຢູ່.

