ສະມັດຊາໃຫຍ່ UN ລົງມະຕິຮຽກຮ້ອງຢຸດຍິງຢູ່ກາຊາ

ສະມັດຊາໃຫຍ່ UN ລົງມະຕິຮຽກຮ້ອງຢຸດຍິງຢູ່ກາຊາ

ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ຢູ່ນະຄອນນິວຢອກຂອງອາເມລິກາ ມີມະຕິສໍາຄັນກ່ຽວກັບວິກິດການສູ້ຮົບຢູ່ເຂດກາຊາ ໂດຍຮຽກຮ້ອງໃຫ້ມີ “ການຢຸດຍິງເພື່ອມະນຸດສະທໍາ” ໃນທັນທີ ເພື່ອນໍາໄປສູ່ການຢຸດຕິການສູ້ຮົບ ແລະ ເປີດທາງສໍາລັບການຊ່ວຍເຫລືອ ແລະ ຄຸ້ມຄອງຊີວິດພົນລະເຮືອນ ແລະ ເຈົ້າໜ້າທີ່ດ້ານມະນຸດສະທໍາໃນກາຊາ. ໂດຍ 193 ປະເທດສະມາຊິກອົງການສະຫະປະຊາຊາດ (UN) ມີມະຕິຈະແຈ້ງດ້ວຍຄະແນນສຽງສະໜັບສະໜູນ 121 ຕໍ່…

ໄທ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ

ໄທ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ

ວັນທີ 30 ຕຸລາ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ…

ອັດຕາການເກີດໃນ ສ.ເກົາຫລີ ຫລຸດລົງ ໃນເດືອນສິງຫາ ເນື່ອງຈາກບັນຫາທາງດ້ານເສດຖະກິດ

ອັດຕາການເກີດໃນ ສ.ເກົາຫລີ ຫລຸດລົງ ໃນເດືອນສິງຫາ ເນື່ອງຈາກບັນຫາທາງດ້ານເສດຖະກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ອັດຕາການເກີດຂອງ ສ ເກົາຫຼີ ຫລຸດລົງສູ່ລະດັບເລກ 2 ຫລັກໃນເດືອນສິງຫາ ຊຶ່ງສົ່ງຜົນໃຫ້ຈຳນວນປະຊາກອນຫລຸດລົງຢ່າງຕໍ່ເນື່ອງ. ຈຳນວນເດັກນ້ອຍເກີດໃໝ່ຫລຸດລົງ 12,8% ຈາກປີຜ່ານມາເຫລືອ 18.984…

ເກີດເຫດ ລົດໄຟໂດຍສານ 2 ຂະບວນຕຳກັນ ຢູ່ທາງຕອນໃຕ້ຂອງອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ

ເກີດເຫດ ລົດໄຟໂດຍສານ 2 ຂະບວນຕຳກັນ ຢູ່ທາງຕອນໃຕ້ຂອງອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ

ສຳນັກຂ່າວ bbc ລາຍງານໃນວັນທີ 29 ຕຸລາ 2023 ວ່າ: ເກີດເຫດລົດໄຟໂດຍສານ 2 ຂະບວນຕຳກັນພາຍໃນບໍລິເວນຊານຊາລາ ທາງຕອນໃຕ້ຂອງອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ, ບາດເຈັບ 40 ຄົນ. ເຈົ້າໜ້າທີ່ອາວຸໂສຂອງການລົດໄຟອິນເດຍເປີດເຜີຍວ່າ: ເຫດການນີ້ເກີດຂຶ້ນຂະນະທີ່ລົດໄຟໂດຍສານຂະບວນໜຶ່ງແລ່ນເຂົ້າມາຕຳກັບອີກຂະບວນໜຶ່ງທີ່ກຳລັງຈອດເພື່ອລໍຖ້າຮັບຜູ້ໂດຍສານຢູ່ຊານຊາລາ ເຮັດໃຫ້ມີຕູ້ໂດຍສານຕົກລາງ…

ສາຍການບິນແຫ່ງຊາດ ປາກິດສະຖານ ຍົກເລິກຖ້ຽວບິນ ຫລາຍຮ້ອຍຖ້ຽວ ເນື່ອງຈາກການຂາດແຄນເຊື້ອໄຟ

ສາຍການບິນແຫ່ງຊາດ ປາກິດສະຖານ ຍົກເລິກຖ້ຽວບິນ ຫລາຍຮ້ອຍຖ້ຽວ ເນື່ອງຈາກການຂາດແຄນເຊື້ອໄຟ

ສຳນັກຂ່າວຊິນຮວາ ລາຍງານ ວັນທີ 26 ຕຸລາ, ທ່ານ ອັບດຸລລາ ຮາຟີຊ ຂ່ານ ໂຄສົກ ຂອງປາກິດສະຖານ ອິນເຕີຣເນຊັນແນລ ແອຣລາຍ (PIA) ເປັນສາຍ ການບິນ ແຫ່ງຊາດ ປາກິດສະຖານ ກ່າວໃຫ້ສຳພາດຕໍ່ສຳນັກຂ່າວ ຊິນຮວາວ່າ:…

ປະຊາກອນອັງກິດ 3,8 ລ້ານຄົນ ປະເຊີນກັບຄວາມທຸກຍາກໃນປີ 2022

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາ, ມູນນິທິໂຈເຊບ ຣາວນະທີ (Joseph Rowntree Foundation) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປະຊາຊົນໃນອັງກິດປະມານ 3,8 ລ້ານຄົນ ຊຶ່ງລວມເຖິງເດັກນ້ອຍ 1 ລ້ານຄົນໃຊ້ຊີວິດຢູ່ກັບຄວາມອຶດຫິວ ໃນປີ 2022. ມູນນິທິ…

ໂຮງໝໍຢູ່ກາຊາເກືອບ “ລົ້ມສະຫລາຍ” ເຊື້ອໄຟໃກ້ໝົດ ຄົນເຈັບ-ເດັກນ້ອຍເກີດໃໝ່ ສ່ຽງເສຍຊີວິດ

ໂຮງໝໍຢູ່ກາຊາເກືອບ “ລົ້ມສະຫລາຍ” ເຊື້ອໄຟໃກ້ໝົດ ຄົນເຈັບ-ເດັກນ້ອຍເກີດໃໝ່ ສ່ຽງເສຍຊີວິດ

ທ່າມກາງຄວາມກັງວົນວ່າພະລັງງານເຊື້ອໄຟຢູ່ເຂດກາຊາກໍາລັງຈະໝົດລົງໃນມໍ່ໆນີ້, ອົງການສະຫະປະຊາຊາດ ຫລື UN ເປີດເຜີຍວ່າ: ຕອນນີ້ ໂຮງໝໍຈໍາເປັນຕ້ອງຮັບສະເພາະຄົນເຈັບສຸກເສີນເທົ່ານັ້ນ. ບັນຫານີ້ເປັນອີກໜຶ່ງແຮງກົດດັນຕໍ່ສະຖານະການວິກິດດ້ານມະນຸດສະທໍາຢູ່ກາຊາ ທີ່ຕົກເປັນເປົ້າໂຈມຕີຂອງອິດສະລາແອນມາຕໍ່ເນື່ອງຫລາຍວັນ ໂດຍກະຊວງສາທາລະນະສຸກຂອງກຸ່ມຮາມັດລາຍງານວ່າ: ການໂຈມຕີທາງອາກາດຂອງອິດສະລາແອນໃນໄລຍະ 2 ວັນຜ່ານມາ ຂ້າຊີວິດປະຊາຊົນໄປແລ້ວ 700 ກວ່າຄົນ. ໃນຂະນະດຽວກັນ, ຊາວປາແລັສຕິນທີ່ບໍ່ມີບ່ອນຢູ່ອາໄສ 600.000 ກວ່າຄົນ…

ຕວກກີຮຽກຮ້ອງ WHO ເພີ່ມຄວາມພະຍາຍາມຊ່ວຍເຫລືອພົນລະເມືອງຢູ່ເຂດກາຊາ

ຕວກກີຮຽກຮ້ອງ WHO ເພີ່ມຄວາມພະຍາຍາມຊ່ວຍເຫລືອພົນລະເມືອງຢູ່ເຂດກາຊາ

ທ່ານ ຟາເຣດຕິນ ໂຄກາ ລັດຖະມົນຕີສາທາລະນະສຸກຂອງຕວກກີ ກ່າວໃນວັນທີ 26 ຕຸລາວ່າ: ທ່ານໄດ້ຮຽກຮ້ອງໃຫ້ອົງການອະນາໄມໂລກ (WHO) ຮັບປະກັນການໃຫ້ບໍລິການທາງການແພດແກ່ພົນລະເມືອງທີ່ອາໄສຢູ່ໃນເຂດກາຊາ ເຊິ່ງໄດ້ຮັບຜົນກະທົບຈາກສົງຄາມອິດສະລາແອນ-ຮາມັດ. ພ້ອມເນັ້ນວ່າ: ຄວາມພະຍາຍາມາຮອດປັດຈຸບັນຍັງຖືວ່າບໍ່ພໍພຽງ. ສໍານັກຂ່າວຣອຍເຕີລາຍງານວ່າ: ຕວກກີໄດ້ສົ່ງເຮືອບິນຂົນສົ່ງສິນຄ້າ 9 ລໍາໄປອີຢິບ ເພື່ອສົ່ງມອບການຊ່ວຍເຫລືອຢູ່ເຂດກາຊາ ແລະ ສະເໜີຈະຈັດຕັ້ງໂຮງໝໍພາກສະໜາມຢູ່ອີຢິບ…

ຫວຽດນາມພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເສຍຊີວິດຄົນທໍາອິດຂອງປະເທດ

ຫວຽດນາມພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເສຍຊີວິດຄົນທໍາອິດຂອງປະເທດ

ວັນທີ 25 ຕຸລາ, ສື່ທ້ອງຖິ່ນຂອງຫວຽດນາມລາຍງານວ່າ: ຫວຽດນາມພົບຜູ້ຕິດເຊື້ອພະຍາດໝາກສຸກລີງເສຍຊີວິດຄົນທໍາອິດຂອງປະເທດ ເຊິ່ງເປັນຜູ້ຊາຍຢູ່ແຂວງລອງອັນທາງຕອນໃຕ້ ອາຍຸ 29 ປີ ທີ່ຕິດເຊື້ອພະຍາດໝາກສຸກລີງ ແລະ ເຊື້ອ HUV/AIDS ໄລຍະສຸດທ້າຍ. ລາຍງານລະບຸວ່າ: ຜູ້ຕິດເຊື້ອຄົນນີ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍເວດສະສາດເຂດຮ້ອນຂອງນະຄອນໂຮ່ຈີມິງໃນວັນທີ 2 ຕຸລາ ຈາກອາການເປັນໄຂ້ ແລະ…

ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ

ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ

ກໍາປູເຈຍສັ່ງຫ້າມນັກຮຽນໃຊ້ໂທລະສັບມືຖືໃນຫ້ອງຮຽນ ເພື່ອໃຫ້ນັກຮຽນມີສະມາທິ ແລະ ຄວາມສົນໃຈຕໍ່ການສຶກສາວິຊາຄວາມຮູ້ຫລາຍຍິ່ງຂຶ້ນ. ວັນທີ 25 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ກະຊວງສຶກສາທິການກໍາປູເຈຍລະບຸວ່າ: ຄໍາສັ່ງດັ່ງກ່າວຫ້າມການນໍາໃຊ້ໂທລະສັບມືຖື ຫລື ອຸປະກອນເອເລັກໂຕຣນິກ ເຊິ່ງບໍ່ກ່ຽວຂ້ອງກັບກິດຈະກໍາການຮຽນຮູ້ພາຍໃນຫ້ອງຮຽນ ຫລື ລະຫວ່າງເວລາຮຽນ ເພື່ອໃຫ້ນັກຮຽນໃຊ້ເວລາທີ່ມີຕໍ່ການຮຽນຫລາຍກວ່າການຫລິ້ນເກມ ຫລື ໂຊຊຽວມີເດຍ. ຂະນະດຽວກັນ, ຄະນະຄູ…