ໝໍໄທເຕືອນ! ສານພິດໃນຢາສູບໄຟຟ້າ ສ່ຽງເຮັດໃຫ້ເກີດພາວະກ້າມເນື້ອຫົວໃຈຂາດເລືອດກະທັນຫັນ

ທ່ານໝໍ ທົງໄຊ ກີຣະຕິຫັດທະຍາກອນ ຮັກສາການອະທິການບໍດີກົມຄວບຄຸມພະຍາດໄທ ກ່າວວ່າ: ການສູບຢາສູບໄຟຟ້າ ສົ່ງຜົນກະທົບໂດຍກົງຕໍ່ການເຮັດວຽກຂອງລະບົບຫົວໃຈ ແລະ ຫລອດເລືອດ ເນື່ອງຈາກຢາສູບໄຟຟ້າມີສານນີໂຄຕິນໃນປະລິມານສູງ ລວມທັງຍັງມີສານອັນຕະລາຍອື່ນ ໂດຍສະເພາະ ໂລຫະໜັກ, ສານກໍ່ໃຫ້ເກີດມະເຮັງ, ສານອິນຊີລະເຫີຍງ່າຍ ແລະ ສານເຕີມແຕ່ງລົດຊາດ ແລະ ກິ່ນເປັນຕົ້ນ, ເຊິ່ງປັດຈຸບັນມີຜົນງານວິໄຈທີ່ເຜີຍແພ່ຈຳນວນຫລາຍຢືນຢັນວ່າ ການສູບຢາສູບໄຟຟ້າມີອັນຕະລາຍຕໍ່ສຸຂະພາບໃນໄຍະສັ້ນ ແລະ ໄລຍະຍາວ.

ເຮັດໃຫ້ຄວາມສົມດຸນຂອງຫລອດເລືອດຫລຸດລົງ, ຫລອດເລືອດແຂງຕົວ ແລະ ຕີບຕັນ ລວມໄປເຖິງພາວະຫົວໃຈເຮັດວຽກໜັກຫລາຍຂຶ້ນ ຈາກພາວະດັ່ງກ່າວສົ່ງຜົນໃຫ້ມີຄວາມສ່ຽງຕໍ່ການເກີດກ້າມເນື້ອຫົວໃຈຂາດເລືອດກະທັນຫັນ ຫລາຍຂຶ້ນ 2 ເທົ່າ, ນອກຈາກນັ້ນ ຜູ້ທີ່ສູບທຸກວັນມີຄວາມສ່ຽງຫລາຍກວ່າຜູ້ທີ່ບໍ່ສູບເຖິງ 2.66 ເທົ່າ, ແລະ ໃນກຸ່ມຜູ້ທີ່ສູບຢາສູບໄຟຟ້າປະສົມກັບສູບຢາສູບທີ່ເປັນຊອງ ມີຄວາມວສ່ຽງສູງເຖິງ 4.62 ເທົ່າ.