ອາເມລິກາອະນຸມັດວັກຊີນປ້ອງກັນ “ພະຍາດຊິຄຸນກຸນຢາ” ສູດທໍາອິດຂອງໂລກ
ໜ່ວຍງານກາງຂອງອາເມລິກາ ຮັບຮອງວັກຊີນຕ້ານພະຍາດຊິຄຸນກຸນຢາສູດທໍາອິດຂອງໂລກ ເພີ່ມຄວາມຫວັງໃຫ້ທຸກຝ່າຍໃນການເພີ່ມປະສິດທິພາບໃຫ້ແກ່ການປ້ອງກັນພະຍາດດັ່ງກ່າວ ເຊິ່ງມີຍຸງລາຍເປັນພາຫະ. ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 10 ພະຈິກ, ຄະນະກໍາມະການອາຫານ ແລະ ຢາຂອງອາເມລິກາ (FDA) ອອກຖະແຫລງການ ເລື່ອງການອະນຸມັດວັກຊີນ Ixchiq ພັດທະນາ ແລະ ຜະລິດໂດຍບໍລິສັດວັລເນວາຂອງໂອຕຣິດໃຫ້ໃຊ້ກັບຜູ້ມີອາຍຸບໍ່ຕໍ່າກວ່າ 18 ປີ…









