ນະຄອນຫລວງວຽງຈັນ ຫາລືກະກຽມປະຕິສັງຂອນປະຕູໄຊ
ກອງປະຊຸມປືກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອະນຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື ບັນດາໜ້າວຽກຕ່າງໆທີ່ກ່ຽວຂ້ອງກັບການປະຕິສັງຂອນປະຕູໄຊ ຜ່ານການປຶກສາຫາລືບັນດາໜ້າວຽກແຕ່ລະດ້ານເຈົ້າຄອງນະຄອນ ຫຼວງວຽງຈັນໄດ້ມີທິດຊີ້ນຳແຕ່ລະໜ້າວຽກເຊັ່ນ: ມອບໃຫ້ກອງບັນຊາການ ປກສ ນວ ຂຶ້ນ ແຜນກຳລັງມາປ້ອງກັນໃນໄລຍະການປັບປຸງປະຕູໄຊຈົນກ່ວາຈະສຳເລັດພ້ອມທັງຂຶ້ນແຜນງົບປະມານຕ່າງໆໃນໄລຍະປະຕິບັດງາ; ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ ຮັບຜິດຊອບມ້າງປະຕູມ້ວນເຫຼັກທາງຂຶ້ນປະຕູໄຊທັງ4ດ້ານ ພ້ອມທັງເຮັດເອກະສານຄ່າບໍລິການເຂົ້າຊົມປະຕູໄຊຈາກ 10.000 ກີບ ມາເປັນ 30.000 ກີບ ອອກແຈ້ງການ ພ້ອມທັງກຳນົດວັນທີເປີດເປັນທາງການ ໂດຍກຳນົດເອົາ ວັນຊາດທີ 2 ທັນວາ, ສ່ວນການປະສານງານນັ້ນໃຫ້ປຶກສາກັບພະແນກ ຖວທ ພະແນກ ການເງິນ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເພື່ອຈັດລະບຽບການເຂົ້າຊົມສວນປະຕູໄຊ ພ້ອມທັງຄົ້ນຄ້ວາຜູ້ຮັບຜິດຊອບໃນການບໍລິການເປີດຟັງສຽງເປັນພາສາຕ່າງປະເທດແຕ່ລະຊັ້ນ; ມອບໃຫ້ພະແນກການເງິນ ນວ ເປັນຜູ້ເຈລະຈາຕໍ່ລອງລາຄາກັບທາງບໍລິສັດ ກວດກາຜົນສຳເລັດແຕ່ລະໜ້າວຽກພ້ອມທັງຊຳລະເງີນຕາມໜ້າວຽກຕົວຈິງ; ການອອກແບບລາຍ ມອບໃຫ້ພະແນກ ຖວທ ສົມທົບກັບທີ່ປຶກສາສະຖາປະຕິຍະກຳຕົບແຕ່ງ ປູພົມ ທາສີ ດອກໄຟ ຊັ້ນ 2 ແລະ ຊັ້ນ 3 ໃຫ້ສຳເລັດ; ມອບໃຫ້ພະແນກ ຍທຂ ແຕ່ງຕັ້ງຄະນະ ຮັບຜິດຊອບຄຸມງານເພື່ອຕິດຕາມທາງດ້ານເຕັກນິກ ການປັບປຸງປະຕູໄຊຈົນໂຄງການສຳເລັດ ປະສານງານກັບບໍລິສັດຮັບເໝົາປັບປຸງປະຕູໄຊເຮັດປ້າຍ ວາຍນີວ (ຫ້າມເຂົ້າທາງໃນມີການປັບປຸງເພື່ອຄວາມປອດໄພຂອງຜູ້ມາທ່ຽວຊົມ) , ຄົ້ນຄ້ວາທາງດ້ານເຕັກນິກພ້ອມທັງຢັ້ງຢືນ ມູນຄ່າການສ້ອມແປງທັງໝົດ ແລະ ອອກອະນຸມັດໃບສັ່ງວຽກໃຫ້ບໍລິສັດດັ່ງກ່າວສາມາດດຳເນີນການ ໂດຍໄວ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະ ຮັບຜິດຊອບຊີ້ນຳທາງດ້ານເຕັກນິກປະຈຳປະຕູໄຊໃນ ໄລຍະການກໍ່ສ້າງຈົນກ່ວາຈະສຳເລັດ.
ນອກຈາກນີ້ໄດ້ຊີ້ນຳໃຫ້ບໍລິສັດ ຮັບເໝົາຕ້ອງມີການກວດກາໜ້າວຽກຕົວຈິງ ຈັດວາງ ເວລາຢ່າງລະອຽດໃນການເຮັດວຽກເພື່ອບໍ່ໃຫ້ ລົບກວນ ແລະ ຮັບປະກັນຄວາມປອດໄພຂອງນັກ ທ່ອງທ່ຽວທີ່ເຂົ້າມາທ່ຽວຊົມບໍລິເວນສວນປະຕູໄຊ ຮັບປະກັນການຈັດຕັ້ງປະຕິບັດໜ້າວຽກຕ່າງໆໃຫ້ ສຳເລັດຕາມແຜນການທີ່ວາງໄວ້ ຕ້ອງມີການກຳນົດ ໜ້າວຽກທີ່ເປັນບູລິມະສິດຂອງໂຄງການພ້ອມທັງ ຮັບປະກັນດ້ານຄຸນນະພາບອີກດ້ວຍ.

