ອິດສະລາແອນຕົກລົງຢຸດສູ້ຮົບຢູ່ກາຊາວັນລະ 4 ຊົ່ວໂມງ ເປີດທາງອົບພະຍົບພົນລະເຮືອນ ແຕ່ຢືນຢັນບໍ່ຢຸດຍິງ

ທ່ານ ຈອນ ເຄີບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ ຖະແຫລງວ່າ: ອິດສະລາແອນຕອບຮັບຂໍ້ຕົກລົງຈະເລີ່ມການຢຸດສູ້ຮົບຊົ່ວຄາວຢູ່ພື້ນທີ່ຕອນເໜືອຂອງເຂດກາຊາເປັນເວລາວັນລະ 4 ຊົ່ວໂມງ ເພື່ອເປີດທາງໃຫ້ພົນລະເຮືອນຫລົບໜີຈາກພື້ນທີ່ສົງຄາມ ໂດຍທໍານຽບຂາວຊີ້ວ່າ: ເປັນການຕັດສິນໃຈໃນທິດທາງທີ່ຖືກຕ້ອງ. ຂະນະທີ່ອິດສະລາແອນຈະມີການປະກາດໄລຍະເວລາທີ່ຢຸດສູ້ຮົບລ່ວງໜ້າຢ່າງໜ້ອຍ 3 ຊົ່ວໂມງ.

ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ກ່າວກັບນັກຂ່າວວ່າ: ທ່ານໄດ້ຂໍໃຫ້ອິດສະລາແອນຢຸດການສູ້ຮົບໃນໄລຍະເວລາຈໍາກັດໃນດົນກວ່າ 3 ວັນ ໃນລະຫວ່າງການເຈລະຈາປ່ອຍຕົວປະກັນບາງຄົນທີ່ກຸ່ມຮາມັດຈັບໄວ້, ແຕ່ທ່ານປະຕິເສດໂອກາດຈະເກີດການຢຸດຍິງຕາມປົກກະຕິ.

ຂະນະທີ່ທ່ານ ເຄີບີ ລະບຸຈະແຈ້ງວ່າ: ຈະບໍ່ມີການຢຸດຍິງລະຫວ່າງອິດສະລາແອນ ແລະ ຮາມັດ ໂດຍກ່າວວ່າຈະເປັນການ “ຊ່ວຍໃຫ້ກຸ່ມປາແລັສຕິນມີຄວາມຍຸຕິທໍາໃນສິ່ງທີ່ພວກເຂົາເຮັດໃນວັນທີ 7 ຕຸລາ”.

ໂຄສົກກອງທັບອິດສະລາແອນຢືນຢັນວ່າ: “ຈະບໍ່ມີການຢຸດຍິງ” ແລະ ຂອບເວລາ 4 ຊົ່ວໂມງນັ້ນເປັນຍຸດທະວິທີເພື່ອໃຫ້ມີການຊ່ວຍເຫລືອດ້ານມະນຸດສະທໍາ.

ທັງນີ້, ທ່ານ ທາເຮີ ອັລ-ໂນໂນ ທີ່ປຶກສາດ້ານການເມືອງຂອງອິດສະລາແອນ, ທ່ານ ຮານິເຢ ຜູ້ນໍາກຸ່ມຮາມັດ ກ່າວໃນວັນທີ 9 ພະຈິກວ່າ: ການເຈລະຈາທີ່ບໍ່ເປີດເຜີຍລາຍລະອຽດຍັງດໍາເນີນຕໍ່ໄປ ແລະ ຮອດຕອນນີ້ຍັງບໍ່ສາມາດບັນລຸຂໍ້ຕົກລົງໃດໆກັບອິດສະລາແອນໄດ້.

ສໍາລັບຜົນກະທົບຈາກປະຕິບັດການບຸກໂຈມຕີເຂດກາຊາຂອງກອງທັບອິດສະລາແອນທັງທາງບົກ, ທາງທະເລ ແລະ ທາງອາກາດ ສົ່ງຜົນເຮັດໃຫ້ມີຊາວປາແລັສຕິນເສຍຊີວິດແລ້ວຢ່າງໜ້ອຍ 10.812 ຄົນ.

ອ້າງອີງ: