ເອຟເວີຕັນ ຄວ້າ ຄລາວເຊນ ມາຮ່ວມທີມແລ້ວ ເຊັນສັນຍາຈົນເຖິງປີ 2022

ສະໂມສອນ ເອຟເວີຕັນ ປະ ກາດຄວ້າໂຕ ດາວີ ຄລານເຊນ ກອງກາງດາວຮຸ່ງ ຄົນ ຮອລ ແລນ ມາຈາດ ອາແຈັກ ອຳສະ ເຕີດຳ ສະໂມສອນໃຫຍ່ໃນການ ແຂ່ງຂັນ ເອເຣດິວິຊີ ຮອລແລນ ເປັນທີ່ຮຽບຮ້ອຍແລ້ວ ໂດຍນັກ ເຕະເຊັນສັນຍາຫຼິ້ນໃນຖິ່ນ ກູດິສັນ ປາກ ຍາວເຖິງເດືອນມິຖຸນາ ປີ 2022.
ສຳລັບຄ່າໂຕການຍ້າຍທີມຂອງດາວເຕະ ທີມຊາດຮອລ ແລນ ອາບຸ 24 ປີ ຄັ້ງນີ້ຢູ່ທີ 23.6 ລ້ານປອນ ໂດຍລາວເອງຢູ່ກັບ ອາແຈັກ ອຳສະເຕີດຳ ມາຕັ້ງແຕ່ ລະດັບເຍົາວະຊົນ ກ່ອນຂຶ້ນສູ່ທີມ ຊຸດໃຫຍ່ໃນປີ 2011 ພ້ອມຝາກ ຜົນງານ ດ້ວຍການຍິງໄປ 55 ປະຕູ ຈາກການລົງຫຼິ້້ນ 180 ນັດ.
“ຂ້ອຍເດີນໄປຮອບໆສະ ໜາມຊ້ອມ ແລະ ໄດ້ເຈລະຈາກັບ ຜູ້ຄົນທີ່ນີ້ປະມານສອງສາມຄົນ ເຊິ່ງມັນເປັນຄວາມຮູ້ສຶກທີ່ດີຫຼາຍ ເມື່ອບໍ່ດົນອາທິດຜ່ານມາ ຂ້ອຍ ໄດ້ເຈລະຈາກັບ ໂຣນັນ ຄູມັນ (ຜູ້ ຈັດການທີມ ເອຟເວີຕັນ) ເຖິງ ເລື່ອງ ເອຟເວີຕັນ ມັນເຮັດໃຫ້ ຂ້ອຍຍາກຍ້າຍມາບ່ອນນີ້ ແລະ ກໍພະຍາຍາມກວດສອບເບິ່ງວ່າ ເປັນສະໂມສອນທີ່ເໝາະກັບຂ້ອຍ ຫຼື ບໍ່ ແລະ ນັບຕັ້ງແຕ່ຂ້ອຍເດີນ ທາງມາເຖິງບ່ອນນີ້ ຂ້ອຍມີ ຄວາມສຸກຫຼາຍ ນີ້ຄືສະໂມສອນ ທີ່ດີເດັ່ນແທ້ໆ ມັນເປັນເລື່ອງຍາກ ຫຼາຍທີ່ຕ້ອງເຮັດໃຈຍ້າຍອອກ ຈາກ ອາແຈັກ ອຳສະເຕີດຳ ແຕ່ ຂ້ອຍຄິດວ່ານີ້ຄືຢ່າງກ້າວທີ່ດີສຳ ລັບຂ້ອຍ” ຄລາສເຊນ ເປີດໃຈ
ທັງນີ້ ຄລາສເຊນ ຖືເປັນ ການເສີມທີມຄົນທີ 2 ຂອງເອຟ ເວີຕັນ ພາຍໃນວັນດຽວດັນ ເພາະ ກ່ອນໜ້ານີ້ພຽງບໍ່ຫຼາຍຊົ່ວໂມງ ຫາດໍເຊັນສັນຍາຄວ້າໂຕ ຈໍແດນ ພິກຟອດ ຜູ້ຮັກສາປະຕູມາຫຼາຍ ປະສົບການມາຈາກ ຊັນເດີແລນ ດ້ວຍຄ່າໂຕເປັນສະຖິຕິສະໂມ ສອນ.