ຜູ້ຊ່ຽວຊານຊີ້ ລະດູຮ້ອນຂອງໂລກປີນີ້ ມີອຸນຫະພູມສູງທໍາລາຍສະຖິຕິອີກເທື່ອໜຶ່ງ

     ລາຍງານວິເຄາະວ່າ: ອຸນຫະພູມສະເລ່ຍຂອງໂລກໃນເດືອນສິງຫາຜ່ານມາ ຮ້ອນທີ່ສຸດຕໍ່ເນື່ອງຈາກເດືອນສິງຫາ 2023.

     ວັນທີ 6 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນການປ່ຽນແປງດ້ານສະພາບອາກາດຄໍເປີນິຄັສ (C3S) ລາຍງານວ່າ: ອຸນຫະພູມສະເລ່ຍຊ່ວງລະດູຮ້ອນຂອງຂົ້ວໂລກເໜືອ ລະຫວ່າງເດືອນມິຖຸນາ-ສິງຫາຜ່ານມາ ສູງກວ່າສະຖິຕິໃນປີ 2023 ປະມານ 0.66 ອົງສາ ຖືເປັນລະດູຮ້ອນທີ່ມີອຸນຫະພູມສູງສຸດເປັນປີທີສອງຕິດຕໍ່ກັນ.

     ຂະນະດຽວກັນ, ອຸນຫະພູມສະເລ່ຍຂອງໂລກໃນເດືອນສິງຫາຜ່ານມາ ສ້າງສະຖິຕິເປັນເດືອນສິງຫາທີ່ຮ້ອນທີ່ສຸດຕໍ່ເນື່ອງຈາກເດືອນສິງຫາ 2023. ນອກຈາກນີ້ ເດືອນສິງຫາຜ່ານມາ ຍັງເປັນເດືອນທີ່ພາກພື້ນຕາເວັນອອກຂອງອາເມລິກາເໜືອ, ພາກກາງຂອງຣັດເຊຍ, ພາກຕາເວັນອອກຂອງຈີນ ແລະ ພາກຕາເວັນອອກຂອງອົດສະຕຣາລີ ມີຝົນຕົກຫລາຍກວ່າປົກກະຕິ. ກົງກັນຂ້າມພາກພື້ນເອີຣົບ ເຊິ່ງມີອາກາດຮ້ອນກວ່າປົກກະຕິໃນເດືອນສິງຫາຜ່ານມາ.

      ອີກດ້ານໜຶ່ງ, ອຸນຫະພູມຢູ່ພາກພື້ນເສັ້ນສູນສູດຂອງມະຫາສະໝຸດປາຊີຟິກ ໃນເດືອນສິງຫາຜ່ານມາ ຕໍ່າກວ່າຄ່າສະເລ່ຍ ເປັນສັນຍານຂອງການປ່ຽນຜ່ານຈາກໄລຍະເວລາຂອງປາກົດການເອລນີໂຢ ເຂົ້າສູ່ລານີຢາ.